ໄຂການວາງສະແດງຮູບເຄິ່ງຄີງ ໂຮ່ຈີມິນ - ມູມມອງຈາກພາບໂຄສະນາ

(VOVWORLD) - ຕອນເຊົ້າວັນທີ 10 ພຶດສະພາ, ທີ່ຫໍພິພິທະພັນ ໂຮ່ຈີມິນ ຢູ່ຮ່າໂນ້ຍ ໄດ້ໄຂການວາງສະແດງຮູບເຄິ່ງຄີງປະທານ ໂຮ່ຈີມິນ - ມູນມອງຈາກພາບໂຄສະນາ (1969 - 2011).

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດພິໄນກຳຂອງປະທານ ໂຮ່ຈີມິນ (1969 - 2019), ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2019).

ໄຂການວາງສະແດງຮູບເຄິ່ງຄີງ ໂຮ່ຈີມິນ - ມູມມອງຈາກພາບໂຄສະນາ - ảnh 1 ພິທີໄຂການວາງສະແດງຮູບເຄິ່ງຄີງ ໂຮ່ຈີມິນ - ມູມມອງຈາກພາບໂຄສະນາ (ພາບ: daibieunhandan.vn)

        ການວາງສະແດງໄດ້ພັນລະນາຮູບເຄິ່ງຄີງປະທານ ໂຮ່ຈີມິນ - ຜູ້ນຳຍິ່ງໃຫຍ່ແຕ່ມີຄວາມລຽບງ່າຍທີ່ສຸດ, ມີຄວາມໃກ້ຊິດສະໜິດສະໜົມ, ເປັນແບບຢ່າງລະດົມກຳລັງໃຈອັນໃຫຍ່ຫລວງສຳລັບຊາວ ຫວຽດນາມ ທຸກລຸ້ນຄົນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານ ຫວູແມ້ງຮ່າ, ຜູ້ອຳນວຍການຫໍພິພິທະພັນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        ນີ້ເປັນຄັ້ງທຳອິດ, ທີ່ຫໍພິພິທະພັນ ໂຮ່ຈີມິນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ແລະ ຫໍພິພິທະພັນວິຈິດສິນ ຫວຽດນາມ ສົມທົບກັນຈັດຕັ້ງການວາງສະແດງຮູບເຄິ່ງຄີງ ໂຮ່ຈີມິນ ຜ່ານມູມມອງຮູບພາບໂຄສະນາ. ພວກຂ້າພະເຈົ້າວາງສະແດງວັດຖຸພັນເດີມຂອງທັງ 3 ຫໍພິພິທະພັນປະມານ 60 ຢ່າງ. ໄປພ້ອມກັບການວາງສະແດງ ພວກຂ້າພະເຈົ້າຍັງໄດ້ສະເໜີຕົວປື້ມຫົວໜຶ່ງທີ່ມີຊື່ວ່າ ຮູບເຄິ່ງຄີງປະທານ ໂຮ່ຈີມິນ ມູມມອງຈາກຮູບພາບໂຄສະນາໄລຍະ 1969 2011.

ໄຂການວາງສະແດງຮູບເຄິ່ງຄີງ ໂຮ່ຈີມິນ - ມູມມອງຈາກພາບໂຄສະນາ - ảnh 2

        ການວາງສະແດງຮູບເຄິ່ງຄີງປະທານ ໂຮ່ຈີມິນ - ມູມມອງຈາກຮູບພາບໂຄສະນາ (1969 - 2011) ເປີດປະຕູແຕ່ວັນທີ 10 ພຶດສະພາ - ວັນທີ 10 ຕຸລາ 2019 ຢູ່ຫໍພິພິທະພັນ ໂຮ່ຈີມິນ ທີ່ນະຄອນຫລວງ ຮ່າໂນ້ຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ