ໄຂ​ການ​ແຂ່ງ​ຂັນ​ຕີຄ້ອງ, ຟ້ອນ​ຊວາງ ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ກອນ​ຕູມ ຄັ້ງ​ທີ 1 ປີ 2022

(VOVWORLD) - ການແຂ່ງຂັນຕີຄ້ອງຟ້ອນຊວາງຂອງບັນດາເຜົ່າສ່ວນໜ້ອຍແຂວງກອນຕຸມຄັ້ງທີ 1 ປີ 2022 ມີການເຂົ້າຮ່ວມຂອງ 10 ຄະນະ ມີນັກສິລະປິນປະມານ 800 ຄົນຂອງ 5 ຊົນເຜົ່າລວມມີ: ເຊີດັງ, ບານາ, ແຢຈຽງ, ຢາຣາຍ ແລະ ຊົນເຜົ່າຜູ້ໄທ.
ໄຂ​ການ​ແຂ່ງ​ຂັນ​ຕີຄ້ອງ, ຟ້ອນ​ຊວາງ ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ກອນ​ຕູມ ຄັ້ງ​ທີ 1 ປີ 2022 - ảnh 1ພິທືໄຂການແຂ່ງຂັນຕີຄ້ອງ, ຟ້ອນຊວາງ ບັນດາເຜົ່າສ່ວນໜ້ອຍແຂວງ ກອນຕູມ ຄັ້ງທີ 1 ປີ 2022

ຕອນຄ່ຳວັນທີ 16 ພະຈິກ, ຢູ່ສະໜາມຫຼວງ 16 ມີນາ ຢູ່ນະຄອນ ກອນຕຸມ ໄດ້ດຳເນີນພິທີໄຂການແຂ່ງຂັນຕີຄ້ອງ, ຟ້ອນຊວາງຂອງບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ກອນຕຸມຄັ້ງທີ 1 ປີ 2022. ຈຸດພົ້ນເດັ່ນຂອງພິທີໄຂແມ່ນລາຍການສະແດງການປະສານສຽງເຄື່ອງດົນຕີພື້ນເມືອງສົມທົບໃສ່ກັບການຕີຄ້ອງ, ຟ້ອນຊວາງ ດ້ວຍຫົວຂໍ້ “ດັ່ງກ້ອງກັງວານໄປທົ່ວພູຜາປ່າດົງຕບໜາ”.

ໂດຍໄດ້ດຳເນີນເປັນເວລາ 1 ວັນ, ການແຂ່ງຂັນຕີຄ້ອງ, ຟ້ອນຊວາງຂອງບັນດາເຜົ່າສ່ວນໜ້ອຍແຂວງກອນຕູມຄັ້ງທີ 1 ປີ 2022 ລວມມີສອງການເຄື່ອນໄຫວຫຼັກ: ການເຄື່ອນໄຫວສະແດງວັດທະນະທຳຕີຄ້ອງ, ຟ້ອນຊວາງຂອງບັນດາເຜົ່າສ່ວນໜ້ອຍ ແລະ ການແຂ່ງຂັນກິລາທີ່ເປັນມູນເຊື້ອ.

ການແຂ່ງຂັນຕີຄ້ອງຟ້ອນຊວາງຂອງບັນດາເຜົ່າສ່ວນໜ້ອຍແຂວງກອນຕຸມຄັ້ງທີ 1 ປີ 2022 ມີການເຂົ້າຮ່ວມຂອງ 10 ຄະນະ ມີນັກສິລະປິນປະມານ 800 ຄົນຂອງ 5 ຊົນເຜົ່າລວມມີ: ເຊີດັງ, ບານາ, ແຢຈຽງ, ຢາຣາຍ ແລະ ຊົນເຜົ່າຜູ້ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ