ໄຂງານຕະຫລາດນັດ ເຈົ້າຊີວິດ ຮູ່ງ 2013

ໄຂງານຕະຫລາດນັດ ເຈົ້າຊີວິດ ຮູ່ງ 2013 - ảnh 1

ໄຂ​ງາ​ນຕະຫລາດນັດ ​ເຈົ້າ​ຊີວິດ ຮູ່ງ 2013

(ພາບ: qdnd.vn)

(vovworld) – ​​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວຕ່າງໆ​ຂອງ​ພິທີ​ໄຫວ້​ບູຊາ ​ເຈົ້າ​ຊີວິດ ຮູ່ງ - ງານບຸນ​ວິຫານ​ຮູ່ງ ​ປີ 2013, ຕອນ​ຄຳ່​ວັນ​ທີ 15/4, ຢູ່ ​ແຂ​ວງ ຟູ໋ທໍ້ ​ໄດ້​ໄຂ​​ງານ​ຕະຫລາດນັດ ​ເຈົ້າຊີວິດ ຮູ່ງ ປີ 2013. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ຫງວຽນ​ເກີ​ມຕູ໋ ​ເນັ້ນ​ໜັກ​ວ່າ:

“ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ​ກ່ວາ 400 ຮ້ານ ຂ​ອງວິ​ສາ​ຫະກິດ​ກ່ວາ 200 ​ແຫ່ງ​ໃນ​ແຂວງ ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ​ໄດ້ວາງສະ​ແດງ​ແນ​ະນຳ​ບັນດາ​ຜະລິດຕະ​ພັນ​ທີ່ມີ​ຄຸນ​ນະພາ​ບສູງ, ຮູບ​ແບບ​ອຸດົມສົມ​ບູນ, ງານ​ຕະຫຼາດນັດ ​ເຈົ້າ​ຊີວິດ​ຮູ່ງ ປີ 2013 ຈະ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ທີ່ມີ​ປະສິດທິ​ຜົນ, ​ແມ່ນ​ຊ່ອງ​ສົ່ງ​ເສີມ​ການ​ຄ້າ​ສຳຄັນ​​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ເຂດ​ພູ​ພຽງ​ພູດ​ອຍທາງ​ພາກ​ເໜືອ ​ເວົ້າ​ສະ​ເພາະ ​ແລະ ​ໃນ​ທົ່ວ​ປະ​ເທດ ​ເວົ້າ​ລວມພົບ​ປະ​ແລກປ່ຽນ​ຄ້າຂາຍ, ຊອກ​ຫາ​ໂອກາດ​ດຳ​ເນີນ​ທຸລະ​ກິດ. ພ້ອມກັນ​ນັ້ນ, ງານ​ຕະຫຼາດນັດ​ກໍ່​ປະ​ກອບ​ສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ, ສົ່ງ​ເສີມ​ການ​ຄ້າ​ໃນ​ພາກ​ພື້ນ.”

        ງານ​ຕະຫຼາດນັດ ​ເຈົ້າ​ຊີວິດ ຮູ່ງ ​ແມ່ນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ກາ​ນຈັດ​ຕັ້ງ​ປະຈຳ​ປີ​ໃນ​ໂອກາດ​ໄຫວ​້ບູຊາ​ເຈົ້າ​ຊີວິດ​ຮູ່ງ, ນັບ​ມື້​ນັບດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ​ແລະ ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ.


ຂ່າວ/ບົດ​ອື່ນ