ໄຂງານຕະຫລາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈີມິນITEຄັ້ງທີ11ປີ2015

 ໄຂງານຕະຫລາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈີມິນITEຄັ້ງທີ11ປີ2015 - ảnh 1
ບັນດາຜູ້ແທນເຂົ້າຮ່ວມງານ​ຕະຫລາດນັດ ITE ປີ 2015
(ພາບ: anhieu/TTXVN)


(vovworld) – ​ ​ງານ​ຕະຫລາດນັດ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/9, ​ແມ່ນ​ເຫດການ​ປະຈຳປີ ​ແລະ ​ເປັນ​ຈຸດ​ພົ້ນ​ເດັ່ນ​ສຳຄັນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຮ່ວາງ​ຕ໋ວນ​ແອ​ງ ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຢືນຢັນ​ວ່າ: ​​ໂດຍ​ຜ່ານ​ການຈັດ​ຕັ້ງ 10 ຄັ້ງ ດ້ວຍ​ຄວາມ​ມານະ​ພະຍາຍາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ລັກສະນະ​ອາຊີບ​ໄດ້​ຮັບ​ການຍົກ​ສູງຂຶ້ນ, ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ​ນັບ​ມື້​ນັບ​ມີຫລາຍ​ຮູບ​ຫລາຍ​ແບບ, ຂອບ​ຂະໜາດ​ໄດ້​ເປີດ​ກ້ວາງ, ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຕ່າງໆກໍ່​ມີ​ປະສິດທິ​ຜົນ​ກ່ວາ, ​​ໂດຍແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ແຖວ​ໜ້າ ​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດນາມ ​ແລະ ​ໃນ​ພາກ​ພື້ນ. ທີ່​ງານ​ຕະຫລາດນັດ ITE ປີ 2015 ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໄດ້​ຮັບ​ການຈັດ​ຕັ້ງ​ຄື: ງານ​ຕະຫລາດນັດ​ວາງສະ​ແດງ, ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ຕ່າງໆ…​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານການທ່ອງທ່ຽວ​ລະຫວ່າງ ຫວຽ​ດນາມ ​ກັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​​ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງກວ່າ​ອີກ, ຕາມ​ທິດ​ເພີ່ມ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ໝັ້ນຄົງ.

       ງານ​ຕະຫລາດນັດ​ການທ່ອງທ່ຽວສາກົນ​ນະຄອນ ​ໂຮ່ຈີ​ມິນ ປີ 2015 ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ທ່ອງ​ທ່ຽວ​ສາກົນ 220 ຄົນ ​ແລະ ນັກ​ທ່ອງ​ທ່ຽວ ​ທີ່​ມາ​ຈາກ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ 5 ປະ​ເທດ ຫວຽດນາມ, ກຳປູ​​ເຈຍ, ລາວ, ມຽນມາ, ​ໄທ 100 ຄົນ.


ຂ່າວ/ບົດ​ອື່ນ