ໄຂງານຕະຫຼາດນັດ-ການວາງສະແດງອຸດສາຫະກຳການຄ້າເຂດເສດຖະກິດ ທາງທິດຕາເວັນອອກພາກໃຕ້

ໄຂງານຕະຫຼາດນັດ-ການວາງສະແດງອຸດສາຫະກຳການຄ້າເຂດເສດຖະກິດ ທາງທິດຕາເວັນອອກພາກໃຕ້ - ảnh 1
ງານ​ຕະຫຼາດນັດ-ການວາງສະແດງອຸດສາຫະກຳການຄ້າເຂດ ເສດຖະກິດທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້​ປີ 2014 
(ພາບ :baomoi)

(vovworld)- ງານ​ຕະຫຼາດນັດ-ການວາງສະແດງອຸດສາຫະກຳການຄ້າເຂດ ເສດຖະກິດທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນທີ 17/4 ຢູ່​ນະຄອນ​ຟານ​ທຽດ ​ແຂວງ ບີ​ງຖ້ວນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ແນ​ໃສ່​ຂ່ຳນັບ​ຮັບ​ຕ້ອນ​ເຫດການ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ​ບີ​ງຖ້ວນ( 19/4/1975 – 19/4/2014) , 39 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ( 30/4/1975 – 30/4/2014) , ຕອບ​ສະໜອງ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ບັ້ນ​ຂົນຂວາຍ “ ຊາວ​ຫວຽດນາມ​ໃຫ້​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ຂອງ​ກົມ​ການ​ເມືອງ. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ມີ​ກ່ວາ 200 ອົງການ, ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍ, ລົງທຶນ​ກັບ​ເກືອບ 600 ຮ້ານ​ວາງສະ​ແດງ​ໄດ້​ມາດຕະຖານ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ແຂວງ ນະຄອນ​ແນະນຳ, ​ໂຄສະນາ​ຜົນງານ​ຂອງ​ຕົນ, ຜ່ານ​ນັ້ນ ກໍ​ເປີດ​ກາລະ​ໂອກາດ​ຮ່ວມ​ສຳພັນ, ຮ່ວມ​ມື​ທຳ​ການ​ຜະລິດ, ຍົກ​ສູງ​ຄວາ​ມສາມາດ​ແກ່ງ​ແຍ້​ງ, ​ເປີດ​ກ້ວາງ​ຕະຫຼາດ​ພາຍ​ໃນ ​ແລະ ພັດທະນາ​ການ​ສົ່ງ​ອອກ​ໃນ​ທ່າ​ອຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ປະຈຸ​ບັນ. ທ່ານ ອວງຕ້ຽນທິ້ງ ຜູ້ອຳນວຍການ​ບໍລິຫານ​ກຸ່ມ​ບໍລິສັດ​ຕ​ຳ​ແຜ່ນຕັດຫຍິບ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ໃຫ້​ຮູ້​ວ່າ (​ເທບ) : “ງານ​ຕະຫຼາດນັດຄັ້ງ​ນີ້, ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ບັນດາ​ແຂວງ​ລ້ວນ​ແຕ່​ມີ​ຍຸດ​ທະ​ສາດສະ​ເພາະ​ຂອງ​ຕົນ, ​ແຕ່​ສຳລັບ​ງານ​ຕະຫຼາດນັດ​ຄັ້ງ​ນີ້​ຈະ​ມີ​ລັກສະນະ​ຮ່ວມ​ສຳພັນ​ຕາມ​ເຂດ. ບັນດາ​ແຂວງ​ທີ່​ມີ​ທ່າ​ແຮງ ນອນ​ໃນ​ກຸ່ມ​ຮ່ວມ​ສຳພັນ​ນຳ​ກັນ, ຫຼີກ​ເວັ້ນກໍລະນີ​ລົງທຶນ​ແບບ​ສຸມ​ໃສ່​ເຂດ​ໜຶ່ງ, ລົງທຶນ​ຊ້ອນ​ກັນ​ເພື່ອ​ສ້າງ​ການ​ແກ່ງ​ແຍ້​ງລະຫວ່າງ​ບັນດາ​ແຂວງ ”
    ງານ​ຕະຫຼາດນັດຈະ​ອັດ​ລົງ​ໃນ​ວັນ​ທີ 22/4.

ຂ່າວ/ບົດ​ອື່ນ