ໄຂງານບຸນດອກຊາກຸຣາແລະດອກເໝີຍອຽນຕື,ຫ້າລອງ2016


ໄຂງານບຸນດອກຊາກຸຣາແລະດອກເໝີຍອຽນຕື,ຫ້າລອງ2016 - ảnh 1

(vovworld) - ຕອນ​ຄຳ່​ວັນ​ທີ 18/3, ​ງານ​ບຸນ​ດອກ​ຊາ​ກຸຣາ​ແລະ​ດອກ​ເໝີຍ​ອຽນ​ຕື, ຫ້າ​ລອງປີ 2016 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ງານ​ການ​ຢູ່​ສະໜາມ​ຫຼວງ 30/10, ນະຄອນ ຫ້າ​ລອງ, ​ແຂວງ​ກວາງ​ນິງ ດ້ວຍ​ຫົວ​ຂໍ້​ວ່າ “ການຮ່ວມມື, ​ເຊື່ອມ​ໂຍງ ​ແລະ ພັດທະນາ“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫ້າ​ລອງ ສົມທົບ​ກັບ​ສະຫະ​ສະມາຄົມ​ວັດທະນະທຳ​ສາກົນ Wanokai ຍີ່ປຸ່ນ ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ​ດອກ​ຊາ​ກຸ​ຣາ ​ເຖິງ​ຊາວ​ ຫວຽດນາມ ​ແລະ ​ແນະນຳ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ ຫ້າ​ລອງ ​ເຖິງ​ຊາວ ຍີ່ປຸ່ນ ​ແລະ ​ໂລກ, ກໍ່​ຄື​ເພີ່ມ​ທະວີ​ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

        ​ເຂົ້າ​ຮ່ວມ​ງານ​ບຸນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຊົມ​ຄວາມ​ງາມ​ຂອງ​ດອກ ຊາ​ກຸຣາ 50 ຕົ້ນ ​ແລະ ດອກ​ເໝີຍ​ສີ​ເຫຼືອງ ອຽນ​ຕື 40 ຕົ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊົມ​ບັນດາ​ລາຍການ​ແລກປ່ຽນ​ວັດທະນະທຳ ສິລະ​ປະ ຫວຽດນາມ - ຍີ່ປຸ່ນ, ກໍ່​ຄື​ໄດ້​ຢ້ຽມ​ຊົມ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ອາຫານ​ການ​ກິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽ​ດນາມ ​ແລະ ຍີ່ປຸ່ນ ອີກ​ດ້ວຍ. ​ງານ​ບຸນ​ດອກ​ຊາ​ກຸຣາ​ ແລະ​ດອກ​ເໝີຍ ​ອຽນ​ຕື, ຫ້າ​ລອງ 2016 ຈະ​ດຳ​ເນີນ​ເຖິງ​ວັນ​ທີ 21/3.

 

 

ຂ່າວ/ບົດ​ອື່ນ