ໄຂງານບຸນຕີຄ້ອງຊົນເຜົ່າເມື່ອງແຂວງຮ່ວາບີງ

ໄຂງານບຸນຕີຄ້ອງຊົນເຜົ່າເມື່ອງແຂວງຮ່ວາບີງ - ảnh 1
​ງານ​ບຸນ​ຕີຄ້ອງ​ຊົນ​ເຜົ່າ​ເມື່ອ​ງ ຄັ້ງ​ທີ 2 ປີ 2016
(ພາບ: baohoabinh.com.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 16/11, ຢູ່​ແຂວງ ຮ່ວາ​ບີ​ງ ​ໄດ້ຖືກ​ດຳ​ເນີນ​ງານ​ບຸນ​ຕີຄ້ອງ​ຊົນ​ເຜົ່າ​ເມື່ອ​ງ ຄັ້ງ​ທີ 2 ປີ 2016. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ​ແລະ 25 ປີ​​ແຫ່ງ​ວັນສ້າງ​ຕັ້ງ​ແຂວງ ຮ່ວາ​ບີ​ງ ຄືນ​ໃໝ່. ​ເຂົ້າ​ຮ່ວມ​ງານ​ບຸນ ​ແລະ ງານ​ສະ​ແດງ​ຄ້ອງ​ຊົນ​ເຜົ່າ​ເມື່ອ​ງທີ່​ງານ​ບຸນ​ຄັ້ງ​ນີ້ ມີນັກ​ສິລະ​ປິນ 300 ຄົນ​ທີ່​ມາ​ຈາກ 11 ​ເມືອງ, ນະຄອນ. ​ໃນ​ຂອບ​ເຂດ​ລາຍການ​ງານ​ບຸນຕີ​ຄ້ອງ​ຊົນ​ເຜົ່າ​ເມື່ອ​ງຄັ້ງ​ທີ 2 ​ເຊິ່ງຈະ​ດຳ​ເນີນ​ຮອດ​ທ້າຍ​ວັນ​ທີ 18/11, ນອກ​ການ​ແຂ່ງຂັນ​ຕີ​ຄ້ອງ​ຊົນ​ເຜົ່າ​ເມື່ອ​ງ, ສະ​ແດງ​ຊຸດ​ອາພອນ​ຊົນ​ເຜົ່າ​ແລ້ວ ຍັງ​ມີ​ການ​ເຄື່ອນ​ໄຫວ​ເດີນ​ສວນສະໜາມ​ຕາມຖະໜົນ​ຫົນທາງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກສິລະ​ປະຕີ​ຄ້ອງຂອງ​ແຂວງ ຮ່ວາ​ບີ​ງ 1.600 ຄົນ. ຄ້ອງ​ຊົນ​ເຜົ່າ​ເມື່ອ​ງ​ແມ່ນ​ເຄື່ອງ​ດົນຕີ​ມູນ​ເຊື້ອ​ເປັນ​ເອກະລັກ​ສະ​ເພາະ, ຕິດ​ພັນກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ເມື່ອ​ງມາ​ແຕ່​ດົນ​ນານ​ແລ້ວ.

 

ຂ່າວ/ບົດ​ອື່ນ