ໄຂງານມະຫາກໍາກິລາ ນັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19

(VOVWORLD) -ນີ້ເປັນຄັ້ງທໍາອິດທີ່ ງານມະຫາກໍາກິລາ ໄດ້ນໍາກິລາປະເພດມວຍ vovinam ເຂົ້າແຂ່ງຂັນ
ໄຂງານມະຫາກໍາກິລາ ນັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19 - ảnh 1ຄະນະຫວຽດນາມເຂົ້າຮ່ວມງານມະຫາກໍາກິລາ ຄັ້ງນີ້ ລວມມີ ພະນັກງານ, ກໍາມະການ, ຄູຝຶກ ແລະ ນັກກິລາ ທັງໝົດ 61 ຄົນ (ພາບ:giaoducthoidai.vn)

ຕອນຄໍ່າວັນທີ 10 ທັນວາ, ຢູ່ສະໜາມກິລາໃນຮົ່ມ Wunna Thaikdi (Naypyitaw Myanmar) ໄດ້ຈັດຕັ້ງພີີທີໄຂງານມະຫາກໍາກິລານັກສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19. ນີ້ແມ່ນເຫດການກິລາໃຫຍ່ທີ່ສຸດຂອງນັກສຶກສາບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງສອງປີຈັດຂຶ້ນເທື່ອໜຶ່ງ. ເຂົ້າຮ່ວມງານມະຫາກໍາກິລາຄັ້ງນີ້, ມີນັກກິລາເກືອບ 4000 ຄົນ ທີ່ມາຈາກ 11 ປະເທດໃນພາກພື້ນ ຈະແຂ່ງຂັນກິລາໃນ 17 ປະເພດຄື: ແລ່ນ ແລະລານ, ຍິງທະນູ, ເຕະບານ, ກັອບ, ຊ່ວງເຮືອ, ລອຍນໍ້າ, ເທັນນິດ, ຊິນລອນ, ຕີດອກບປີກໄກ່, ປິ໋ງປ່ອງ, ມວຍ wushu, ບານບ້ວງ, ບານສົ່ງ, karatedo, ກະຕໍ້, ເປຕັງ ແລະ ນີ້ເປັນຄັ້ງທໍາອິດທີ່ ງານມະຫາກໍາກິລາ ໄດ້ນໍາກິລາປະເພດມວຍ vovinam ເຂົ້າແຂ່ງຂັນ.  ຄະນະຫວຽດນາມເຂົ້າຮ່ວມງານມະຫາກໍາກິລາ ຄັ້ງນີ້ ລວມມີ ພະນັກງານ, ກໍາມະການ, ຄູຝຶກ ແລະ ນັກກິລາ ທັງໝົດ 61 ຄົນ, ດ້ວຍການແຂ່ງຂັນກິລາ 5 ປະເພດ ຄື: ປິ໋ງປ່ອງ, ແລ່ນ ແລະລານ,  karatedo, ກັອບ ແລະ ມວຍ vovinam. ງານມະຫາກໍາກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19 ຈະດໍາເນີນຮອດວັນທີ 20 ທັນວາ 2018 ຢູ່ Naypyitaw, ມຽນມາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ