ໄຂງານມະໂຫລານ ສິລະປະຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ

ໄຂງານມະໂຫລານ ສິລະປະຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ - ảnh 1
(ພາບປະກອບ)

(vovworld) - ພິທີ​ໄຂ​ງານ​ມະ​ໂຫລານ​ສິລະ​ປະຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 12 ສິງຫາ, ຢູ່​ນະຄອນ​ດົງ​ຮ່າ, ​ແຂວງ​ກວາງ​ຈີ້. ນີ້​ແມ່ນ​ງານ​ມະ​ໂຫລານ​ມີ​ຂອບ​ຂະ​ໜາດ​ໃຫຍ່, ​ໄດ້​ດຶງ​ດູດ​ນັກ​ສີ​ລະ​ປີນ​ເກືອບ 1000 ຄົນ ຂອງ 17 ກອງ​ສິລະ​ປະກອນ​ອາຊີບຂອງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ​ເຂົ້າ​ຮ່ວມ. ​ໃນ​ຂອບ​ເຂດງານ​ມະ​ໂຫລານ​ສິລະ​ປະຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ, ​ແຕ່​ນີ້​ຮອດ​ວັນ​ທີ 18 ສິງຫາ, ບັນດາ​ຄະນະສິລະ​ປະກອນຈະ​ສະ​ແດງ​ລາຍການ​ຟ້ອນ​ລຳ​ທຳ​ເພງ ​ເພື່ອ​ຍ້ອງຍໍ​ຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ, ມະນຸດ, ບັນດາ​ຜົນງານ​ຂອງ​ແຕ່ລະ​ປະ​ເທດ... ພ້ອມ​ນັ້ນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ ​ແລະ ໝັ້ນຄົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເວື​ອງຢຸຍບຽນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຢືນ​ຢັນ​ວ່າ.

        “ພິທີໄຂ​ງານ​ມະ​ໂຫລານ​ສິລະ​ປະຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ​ແມ່ນ​ເຫດການ​ວັດທະນະທຳ​ພົ້ນ​ເດັ່ນ​ໃນ​ປີ 2013. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປີນ​ຂອງ​ບັນດາ​ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ໄດ້ພົບ​ປະ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ອອກ​ແຮງ​ງານ​ດ້ານ​ສິລະ​ປະຢ່າງມີ​ຫົວຄິດ​ປະດິດ​ສ້າງ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຮັບ​​ເອົາ​ຍອດ​ຍິ່ງດ້ານ​ສິລະ​ປະຂອງ​ແຕ່ລະ​ປະ​ເທດ, ຜ່ານ​ນັ້ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາມັກຄີລະຫວ່າງ​ຫວຽດນາມ, ລາວ, ກຳ​ປູ​ເຈຍ ​ແລະ ມຽນມາ”.
ຂ່າວ/ບົດ​ອື່ນ