ໄຂ​ງານ​ມະ​ໂຫ​ລານ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ ແລະ ງານ​ບຸນ​ແທັ່ງ​ຕວຽນ 2019

(VOVWORLD) - ຕອນຄ່ຳວັນທີ 12 ກັນຍາ, ທີ່ນະຄອນຕວຽນກວາງ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມສົມທົບກັບຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ຈັດຕັ້ງພິທີໄຂງານມະໂຫລານສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ ແລະ ງານບຸນແທັ່ງຕວຽນ 2019.
ໄຂ​ງານ​ມະ​ໂຫ​ລານ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ ແລະ ງານ​ບຸນ​ແທັ່ງ​ຕວຽນ 2019 - ảnh 1ທ່ານເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ເຂົ້າຮ່ວມພິທີມີ: ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງ, ທ່ານ ດັ້ງທິງອັກທິ້ງ ກຳມະການສູນກາງພັກ,  ຮອງປະທານປະເທດ.

ດ້ວຍຫົວຂໍ້ “ຕວຽນກວາງ - ສະຖານທີ່ເຕົ້າໂຮມສິ່ງຍອດຍິ່ງ” ງານມະໂຫລານໄດ້ສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ 2019 ໂດຍມີການເຂົ້າຮ່ວມຂອງ ຄະນະສິລະປະ 11 ຄະນະທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ.

ທີ່ງານມະໂຫລານ, ທ່ານເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ງານມະໂຫລານສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ ແລະ ງານບຸນ ແທັ່ງຕວຽນທີ່ຈັດຕັ້ງຢູ່ຕວຽນກວາງໄດ້ປະກອບສ່ວນຍູ້ແຮງການປະຕິບັດວຽກງານປົກປັກຮັກສາ, ເສີມຂະຫຍາຍມໍລະດົກວັດທະນະທຳບັນດາເຜົ່າ ຫວຽດນາມ. ທ່ານເຈືອງຮ່ວາບິ່ງ ກ່າວວ່າ:

“ການສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນໃຫ້ແກ່ພວກນ້ອງນ້ອຍເຍົາວະຊົນກັບງານມະໂຫລານສະແດງມໍລະດົກວັດທະນະທຳລະດັບຊາດໄດ້ປະກອບສ່ວນສ້າງເປັນວັນບຸນໄຫວ້ພະຈັນທີ່ເປັນເອກະລັກສະເພາະບໍ່ພຽງແຕ່ຂອງ ແຂວງຕວຽນກວາງ ເທົ່ານັ້ນ, ຫາກຍັງແມ່ນຂອງທົ່ວເຂດດິນແດນທີ່ໝັ້ນຕໍ່ຕ້ານ ຫວຽດບັກ ປະຫວັດສາດ, ປະຕິວັດ ທີ່ຈົ່ງຮັກພັກດີ ແລະຂອງທົ່ວປວງຊົນອີກດ້ວຍ. ໂດຍເປັນສັນຍາລັກ, ເປັນແບບຢ່າງທີ່ມີຊີວິດຊີວາ ແລະ ເປັນຜົນສຳເລັດຂອງຮູບແບບຫັນການເຄື່ອນໄຫວຂອງບັນດາງານບຸນເປັນສອງສັງຄົມ, ປະກອບສ່ວນທະວີຄູນ ຄຸນຄ່າ, ພະລັງຊີວິດ, ຈຸດທີ່ເປັນເອກະລັກສະເພາະຂອງບັນດາມໍລະດົກວັດທະນະທຳຂອງບັນດາຊົນເຜົ່າ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ