ໄຂງານວາງສະແດງ “ວັດທະນະທຳເຍືອງທາງໃຫ້ປະຊາຊົນກ້າວເດີນໄປ”

(VOVWORLD) -ງານວາງສະແດງໄດ້ແນະນຳເນື້ອໃນຫຼັກແຫຼ່ງກ່ຽວກັບພາລະກິດແຫ່ງການພັດທະນາວັດທະນະທຳຂອງຊາດ, ໂຄສະນາກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທຳ ທີ່ມີຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດ
ໄຂງານວາງສະແດງ “ວັດທະນະທຳເຍືອງທາງໃຫ້ປະຊາຊົນກ້າວເດີນໄປ” - ảnh 1(ທີ່ງານວາງສະແດງ “ວັດທະນະທຳເຍືອງທາງໃຫ້ປະຊາຊົນກ້າວເດີນໄປ")

ເພື່ອຂ່ຳນັບຮັບຕ້ອນກອງປະຊຸມວັດທະນະທຳທົ່ວປະເທດ ເຊິ່ງຈະດຳເນີນໃນວັນທີ 24 ພະຈິກ ນີ້, ຕອນບ່າຍວັນທີ 16 ພະຈິກ, ຄະນະໂຄສະນາສຶກສາສູນກາງ ພັກໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດງານວາງສະແດງ “ວັດທະນະທຳເຍືອງທາງໃຫ້ປະຊາຊົນກ້າວເດີນໄປ” ຢູ່ສູນງານວາງສະແດງວັດທະນະທຳສິລະປະຫວຽດນາມ, ທີ່ ຮ່າໂນ້ຍ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງັ້ຍ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ຕັດແຖບຜ້າໄຂງານວາງສະແດງ.

        ງານວາງສະແດງໄດ້ແນະນຳເນື້ອໃນຫຼັກແຫຼ່ງກ່ຽວກັບພາລະກິດແຫ່ງການພັດທະນາວັດທະນະທຳຂອງຊາດ, ໂຄສະນາກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທຳ ທີ່ມີຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດ, ຜ່ານນັ້ນ ປະກອບສ່ວນຢ່າງແທດຈິງເພື່ອຜັນຂະຫຍາຍໜຶ່ງໃນຈຳນວນ 6 ໜ້າທີ່ຈຸດສຸມຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກແມ່ນ: “ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຊາວ ຫວຽດນາມ ໃນພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ເຊື່ອງໂຍງເຂົ້າກັບສາກົນ”.

        ງານວາງສະແດງດຳເນີນໃນລະຫວ່າງວັນທີ 16 – 27 ພະຈິກ ຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ