ໄຂງານວາງສະແດງ”ສີສັນອາຊີ”ຢູ່ສະຫະພັນລັດເຊຍ

ໄຂງານວາງສະແດງ”ສີສັນອາຊີ”ຢູ່ສະຫະພັນລັດເຊຍ - ảnh 1
ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິ​ສັນ​ອາ​ຊີ
ພາບ:TTXVN

(vovworld)- ​​​​ວັນ​ທີ 26/8, ​ທີ່ ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ Darwin ຢູ່​ນະ​ຄອນ​ຫລວງ ມົດ​ສະ​ກູ ໄດ້​ໄຂ​ງານ​ວາງ​ສະ​ແດງ​ສາ​ກົນ “All color of Asia”. ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປ​ະ​ຫວັດ​ສາດ​ວັດ​ທະ​ນະ​ທຳ ໄດ້​ເຕົ້າ​ໂຮມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ໂດຍ​ນັກ​ຈິດ​ຕະ​ກອນ​ລັດ​ເຊຍ ປະ​ຕິ​ບັດ​ຢູ່ ບັນ​ດາ​ປະ​ເທດ ອາ​ຊຽນ ຄື: ຟີ​ລີບ​ປີນ, ສິງ​ກະ​ໂປ, ມາ​ເລ​ເຊຍ, ຫວຽດ​ນາມ.. ບັນ​ດາ​ຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ 10 ພື້ນ​ຖານ​ວັດ​ທະ​ນະ​ທຳ ອາ​ຊຽນ ໂດຍ​ບັນ​ດາ​ນັກ​ຈິດ​ຕະ​ກອນ​ລັດ​ເຊຍ ປະ​ຕິ​ບັດ​ໃນ 3 ປີ ຜ່ານ 10 ປະ​ເທດອາ​ຊຽນ. ງານ​ວາງ​ສະ​ແດງ​ສີ​ສັນ ອາ​ຊີ ອີກ​ຄັ້​ງ​ຫນຶ່ງ​ໄດ້​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ສະ​ຫນິດ​ຕິດ​ພັນ​ນຳ​ກັນ​ກວ່າ, ພິ​ເສດ ແມ່ນ​ເນັ້ນ​ຫນັກ​ເຖິງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ລັດ​ເຊຍ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກໍ​ຄື​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ື້ນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ