ໄຂງານແຂ່ງຂັນບານເຕະ Futsal Cup ລະດັບຊາດ 2019

(VOVWORLD) -ວັນທີ 18 ພະຈິກ, ງານແຂ່ງຂັນບານເຕະ Futsal HDbank Cup ລະດັບຊາດ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ (VOV) ສົມທົບກັບສະຫະພັນບານເຕະຫວຽດນາມ (VFF) ຈັດຕັ້ງຂຶ້ນຢູ່ແຂວງ ເງະອານ.
ໄຂງານແຂ່ງຂັນບານເຕະ Futsal Cup ລະດັບຊາດ 2019 - ảnh 1 (ໄຂງານແຂ່ງຂັນບານເຕະ Futsal Cup ລະດັບຊາດ 2019)

ງານແຂ່ງຂັນບານເຕະໄດ້ຈັດແບ່ງເປັນ 2 ຮອບ. ຮອບທີ 1 (ຮອບຄັດເລືອກ) ຖືກດຳເນີນໃນລະຫວ່າງວັນທີ 18 – 22 ພະຈິກ ດ້ວຍການເຂົ້າຮ່ວມຂອງທິມບານເຕະ 5 ທິມ ທີ່ມາຈາກ ກາວບັ່ງ, Sanna ແຄ໊ງຮ່ວາ; ກວາງນາມ; ເຕີນຮຽບຮືງ; ທ໊າຍເຊີນບັ໊ກ. ຮອບທີ 2 (ຮອບຊິງຊະນະເລີດ) ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 – 30 ພະຈິກ ເຊິ່ງແມ່ນການແຂ່ງຂັນລະຫວ່າງ 8 ທິມ, ໃນນັ້ນມີ 5 ທິມຢືນອັນດັບທີ 1 – 5 ຂອງຕະຕາລາງຈັດອັນດັບແຂ່ງຂັນບານເຕະ Futsal Hdbank ຊິງຊະນະເລີດລະດັບຊາດ 2019. ທິມຍາດເອົາແຊັມ Futsal HDbank Cup ລະດັບຊາດ ຈະໄດ້ຮັບຂັ້ນ, ຫຼຽນ ແລະ ເງິນລາງວັນລວມມູນຄ່າ 200 ລ້ານດົ່ງ.

        ບັນດານັດແຂ່ງຂັນດັ່ງກ່າວຈະໄດ້ຮັບການຖ່າຍຖອດສົດທາງຊ່ອງໂທລະພາບກິລາຄື: VTC3, VTC 8, Vietnam Journey (VOV)…

ຕອບກັບ

ຂ່າວ/ບົດ​ອື່ນ