ໄຂ​ປີ​ທ່ອງ​ທ່ຽວ​ແຫ່​ງ​ຊາດ 2019 ແລະ Festival ທະ​ເລ​ຍາ​ຈາງ - ແຄງ​ຮ່​ວາ

(VOVWORLD) -  "ທ່ອງທ່ຽວແມ່ນຂະແໜງທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງບໍ່ພຽງແຕ່ມີບັນດາເງື່ອນໄຂທຳມະຊາດແລະ ທັດສະນີຍະພາບ ຫຼາຍແຫ່ງເທົ່ານັ້ນ ຫາກຍັງແມ່ນ ສາງມໍລະດົກວັດທະນະທຳທີ່ຫຼາຍຮູບຫຼາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊາດອີກດ້ວຍ"
ໄຂ​ປີ​ທ່ອງ​ທ່ຽວ​ແຫ່​ງ​ຊາດ 2019 ແລະ Festival  ທະ​ເລ​ຍາ​ຈາງ - ແຄງ​ຮ່​ວາ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ 

ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເພື່ອຈັດຕັ້ງພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະ Festival  ທະເລຍາຈາງ - ແຄ໊ງຮ່ວາ ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາທຸຕານຸທູດ ພ້ອມກັບນັກທ່ອງທ່ຽວ, ປະຊາຊົນເປັນຈຳນວນຫຼວງຫຼາຍ. ປີທ່ອງທ່ຽວແຫ່ງຊາດ 2019ດ້ວຍຫົວຂໍ້ວ່າ “ຍາຈາງ - ສີສັນຂອງທະເລ” ຈະໄດ້ດຳເນີນໃນລະຫວ່າງ ວັນທີ 31 ທັນວາ 2018 – 31 ທັນວາ 2019. ແລະມີການເຄື່ອນໄຫວ 110 ເຫດການ.

        ກ່າວຄຳເຫັນທີ່ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະ Festival  ທະເລ ຍາຈາງ - ແຄ໊ງຮ່ວາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ທ່ອງທ່ຽວແມ່ນຂະແໜງທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງບໍ່ພຽງແຕ່ມີບັນດາເງື່ອນໄຂທຳມະຊາດແລະ ທັດສະນີຍະພາບ ຫຼາຍແຫ່ງເທົ່ານັ້ນ ຫາກຍັງແມ່ນ ສາງມໍລະດົກວັດທະນະທຳທີ່ຫຼາຍຮູບຫຼາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊາດອີກດ້ວຍ. ຕາມທ່ານແລ້ວ, ໃນຊຸມປີມໍ່ໆມານີ້: ການທ່ອງທ່ຽວມີບາດກ້າວພັດທະນາທີ່ຍາວໄກພໍສົມຄວນ ແຕ່ຍັງມີ ຄວາມສາມາດບົ່ມຊ້ອນການພັດທະນາໃຫຍ່ຫຼວງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ