ໄຂວັນ​ບຸນ​​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1 ປີ 2022

(VOVWORLD) -  ພິທີໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ໜຶ່ງປີ 2022 ດ້ວຍຫົວຂໍ້ “ສ້າງວັດທະນະທຳໃຫ້ດີຂຶ້ນ ແລະ ພັດທະນາວັດທະນະທຳການອ່ານ” ຖືກດຳເນີນໃນຕອນຄ່ຳວັນທີ 19 ເມສາ, ຢູ່ຖະໜົນຍ່າງ ຫງວຽນເຫວ້ (ເມືອງ 1, ນະຄອນ ໂຮ່ຈີມິນ).
ໄຂວັນ​ບຸນ​​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1 ປີ 2022 - ảnh 1ພິທີໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ ໜຶ່ງປີ 2022 (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຟ້າມແອັງຕ໊ວນ ເນັ້ນໜັກວ່າ ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີໜຶ່ງ ເພື່ອແນໃສ່ຢັ້ງຢືນທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງປຶ້ມທີ່ມີຕໍ່ການຍົກສູງລະດັບຄວາມຮູ້, ທັກສະ, ການພັດທະນາຈິນຕະນາການ, ການສຶກສາ ແລະ ຝຶກຝົນຫຼໍ່ຫຼອມບຸກຄະລິກກະພາບຂອງມະນຸດ; ສົ່ງເສີມ ແລະ ພັດທະນາຂະບວນການອ່ານປຶ້ມໃນຊຸມຊົມ, ສ້າງສະພາບແວດລ້ອມການອ່ານໃຫ້ສະດວກ; ສ້າງຄວາມຊິນເຄີຍອ່ານປຶ້ມໃນຄອບຄົວ, ໃນໂຮງຮຽນ, ຢູ່ຫ້ອງການ, ອົງການຈັດຕັ້ງ, ປະກອບສ່ວນສ້າງສັງຄົມຮ່ຳຮຽນ.

        ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ປີ 2022 ຢູ່ນະຄອນ ໂຮ່ຈີມິນ ມີສຳນັກພິມ, ຈຳໜ່າຍກວ່າ 20 ແຫ່ງໃນທົ່ວປະເທດໄດ້ເຂົ້າຮ່ວມ, ນຳປຶ້ມອ່ານກວ່າ 500.000 ຫົວ ແລະ ຮູບແບບພິມຈຳໜ່າຍປຶ້ມອ່ານຜ່ານທາງເອເລັກໂຕນິກ, ປຶຶ້ມຮຽນເວົ້າ, ຫໍສະໝຸດອັດສະລິຍະຈາກຫົວໜ່ວຍທີ່ເຂົ້າຮ່ວມ.

        ວັນບຸນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 1 ຖືກດຳເນີນແຕ່ວັນທີ 19 – 24 ເມສາ ຈຶ່ງອັດລົງ ແລະ ຖືກຈັດຂຶ້ນຢູ່ທຸກແຖບຖິ່ນໃນທົ່ວປະເທດ, ໃນນັ້ນ ນະຄອນ ໂຮ່ຈີມິນ ເປັນໃຈກາງ.


ຕອບກັບ

ຂ່າວ/ບົດ​ອື່ນ