ໄຂວາລະປະຊຸມຄົບຄະນະຄັ້ງທີ17ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ

ໄຂວາລະປະຊຸມຄົບຄະນະຄັ້ງທີ17ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1
ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 17

(vovworld) – ​ໂດຍ​ກະກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 8 ຈະ​ມາ​ເຖິງຂອງ​ສະພາ​ແຫ່ງ​ຊາດ ​ແລະ ກອງ​ປະຊຸມ​ປະຈຳ​ເດືອນ 9 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 15/9, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກຳມາ​ທິການ​ກົດໝາຍ​ ​ໄດ້​ໄຂ​ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 17. ວາລະ​ປະຊຸມ​ເຮັດ​ວຽກ​ຮອດ​ວັນ​ທີ 18/9 ​ແລະ ຈະ​ດຳ​ເນີນ​ການ​ກວດກາ​ຮ່າງ​ກົດໝາຍ​ສະບັບ​ຕ່າງໆ​ຄື: ປະມວນກົດໝາຍ​​ແພ່ງ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (ສະບັບ​ປັບປຸງ).​.​.​ ​ໃນ​ວາລະ​ປະຊຸມ​ເມື່ອ​ຕ​ອນ​ເຊົ້າ​ວັນ​ທີ 15/9, ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມໄດ້​ປະກອບ​ຄຳ​ເຫັນ​​ໃສ່​ປະມວນກົດໝາຍ​​ແພ່ງ (ສະບັບ​ປັບປຸງ).



ຂ່າວ/ບົດ​ອື່ນ