ໄຂ​ສັບ​ປະ​ດາ ມາ​ເລ​ເຊຍ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ

(VOVWORLD) - ທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ ສັບປະດາ ມາເລເຊຍ Madani ໄດ້ຈັດຂຶ້ນເພື່ອແນໃສ່ສະແດງນ້ຳໃຈ ມາເລເຊຍ Madani ກ່ຽວກັບການສ້າງສັງຄົມສີວິໄລ, ກ້າວໜ້າ ແລະ ຮອບດ້ານ.
ໄຂ​ສັບ​ປະ​ດາ ມາ​ເລ​ເຊຍ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ - ảnh 1ພິທີໄຂງານວາງສະແດງ ມາເລເຊຍ (ພາບ: TTXVN)

ຕອນຄຳວັນທີ 9 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ສະຖານກົງສູນໃຫຍ່ ເມເລເຊຍ ປະຈຳ ນະຄອນໂຮ່ຈີມິນ ຈັດພິທີໄຂ ງານວາງສະແດງ ມາເລເຊຍ, ແນະນຳເຄື່ອງໝາຍການຄ້າ ກ່ວາ 30 ແຫ່ງ ແລະ ບັນດາມະຫາວິທະຍາໄລ ມາເລເຊຍ ໃນຂົງເຂດຜະລິດຕະພັນນ້ຳມັນ, ກໍ່ສ້າງ, ເບິ່ງແຍງດູແລສຸຂະພາບ, ທະນາຄານ, ໂຮງແຮມ ແລະ ການສຶກສາ. ທີ່ງານວາງສະແດງກໍ່ໄດ້ດຳເນີນບັນດາການເຄື່ອນໄຫວເຊື່ອມຕໍ່ການພົວພັນຄ້າຂາຍລະຫວ່າງວິສາຫະກິດ ຫວຽດນາມ - ມາເລເຊຍ ແລະ ງານວາງສະແດງສິລະປະທີ່ເປັນມູນເຊື້ອ. ງານວາງສະແດງໄດ້ດຳເນີນໃນລະຫວ່າງວັນທີ 9 – 11 ມິຖຸນາ ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ລະບົບເຫດການ ຂອງ “ສັບປະດາ ມາເລເຊຍ Madani” ຢູ່ນະຄອນໂຮ່ຈີມິນ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (1973 - 2023).

ກ່າວຄຳເຫັນໜ້າທີ່ນີ້, ທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ ສັບປະດາ ມາເລເຊຍ Madani ໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ຄັ້ງນີ້ເພື່ອແນໃສ່ສະແດງນ້ຳໃຈ ມາເລເຊຍ Madani ກ່ຽວກັບການສ້າງສັງຄົມສີວິໄລ, ກ້າວໜ້າ ແລະ ຮອບດ້ານ, ໂດຍອີງໃສ່ບັນດາຄຸນຄ່າຫຼັກແມ່ນລັກສະນະຍືນຍົງ, ວັດທະນາຖາວອນ, ປ່ຽນແປງໃໝ່, ເຄົາລົບ, ເຊື່ອໝັ້ນ ແລະ ເຂົ້າໃຈເພື່ອສ້າງອະນາຄົດສັນຕິພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ