ໄຂສັບປະດາຮູບເງົາ “ສະເຫຼີມສະຫຼອງ 80 ປີໂຄງການວັດທະນະທຳຫວຽດນາມ”

(VOVWORLD) -ຕອນຄ່ຳວັນທີ 25 ກຸມພາ, ພິທີໄຂສັບປະດາຮູບເງົາ “ສະເຫຼີມສະຫຼອງ 80 ປີແຫ່ງໂຄງການວັດທະນະທຳຫວຽດນາມ” (1943 - 2023) ໄດ້ຖືກຈັດຂຶ້ນຢູ່ ນະຄອນຫຼວງຮ່າໂນ້ຍ
ໄຂສັບປະດາຮູບເງົາ “ສະເຫຼີມສະຫຼອງ 80 ປີໂຄງການວັດທະນະທຳຫວຽດນາມ” - ảnh 1ສັບປະດາຮູບເງົາແນະນຳບັນດາຮູບເງົາທີ່ມີຫົວເລື່ອງກ່ຽວກັບວັດທະນະທຳ, ປະທານໂຮ່ຈີມິນ, ປະເທດຊາດ ແລະ  ຊາວຫວຽດນາມ

     ສັບປະດາຮູບເງົາໂດຍກົມຮູບເງົາຮັບຜິດຊອບແລະສົມທົບກັບສູນສາຍຮູບເງົາແຫ່ງຊາດ, ບັນດາພະແນກວັດທະນະທຳ ແລະ ກົມກອງຮູບເງົາຂອງບັນດາແຂວງນະຄອນໄດ້ຜັນຂະຫຍາຍແຕ່ວັນທີ 25 ກຸມພາຫາວັນທີ 3 ມີນາປີ 2023 ໃນຂອບເຂດທົ່ວປະເທດ.

      ສັບປະດາຮູບເງົາແນະນຳບັນດາຮູບເງົາທີ່ມີຫົວເລື່ອງກ່ຽວກັບວັດທະນະທຳ,ກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບປະເທດຊາດ ແລະ  ຊາວຫວຽດນາມ, ຈຳໜ່າຍ ແລະ ເຜີຍແຜ່ບັນດາຮູບເງົາທີ່ຖືກສັ່ງຊື້ ຈາກແຫຼ່ງງົບປະມານແຫ່ງລັດຮັບໃຊ້ໜ້າທີ່ການເມືອງ.  ທີ່ພີທີໄຂ, ສູນສາຍຮູບເງົາແຫ່ງຊາດໄດ້ແນະນຳຮູບເງົາເອກະສານທີ່ມີຫົວຂໍ້ “ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ” ແລະ ຮູບເງົາເລື່ອງ “ແສງອະລຸນແດງ”. 

ຕອບກັບ

ຂ່າວ/ບົດ​ອື່ນ