ໄຂສັບປະດາເຕັກໂນໂລຊີຂໍ້ມູນຂ່າວສານ ຍີ່ປຸ່ນ 2013

ໄຂສັບປະດາເຕັກໂນໂລຊີຂໍ້ມູນຂ່າວສານ ຍີ່ປຸ່ນ 2013 - ảnh 1
(ພາບ​ປະກອບ)

(vovworld)- ສັບປະ​ດາ​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຍີ່ປຸ່ນ 2013 ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ່ 23-26/10, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່ ຮ່າ​ໂນ້ຍ ​ແລະ ດາ​ໜັງ, ຄື : ກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ວິ​ສາ​ຫະກິດ ຫວຽດນາມ-ຍີ່ປຸ່ນ;​ ​ເວທີ​ປາ​ໄສ​ພັດທະນາ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ (Offshore); ຕະຫລາດນັດ​ວຽກ​ເຮັດ​ງານ​ທຳ….​ໃນ​ຂອບ​ເຂດສັບປະດາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຍີ່ປຸ່ນ 2013, ຈະ​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ, ການ​ປະ​ຂຸມ​ສະ​ເພາະ​ຂອງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​80 ກວ່າ​ຄັ້ງ ເພື່ອ​ແນ​ໃສ່​ຊອກ​ຫາ​ຄູ່​ຮ່ວມ​ມື ​ແລະ ​ໂອກາດ​ພັດທະນາ​ການ​ດຳ​ເນີນທຸລະ​ກິດ ຫວຽດນາມ - ຍີ່ປຸ່ນ.

ທີ່​ພິທີ​ໄຂຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ ວັນ​ທີ 23/10, ທ່ານນາງ Junko Kawauchi, ຮອງ​ປະທານ​ຮັບຜິດຊອບ​ບັນດາ​ບັນຫາ​ທົ່ວ​ໂລກ, ສະຫະ​ສະມາຄົມ​ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຍີ່ປຸ່ນ ​ໃຫ້ຮູ້​ວ່າ : ຕາມ​ການ​ສຳ​ຫລວ​ດ,ຕີ​ລາຄາຢູ່​ຍີ່​ປຸ່ນ, ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ລ້ວນ​ແຕ່​ມີ​ຄວາມ​ເພິ່ງ​ພໍ​ໃຈ ​ແລະ ຮູ້ສຶກສະຫວາດສະ​ເຫວີ​ຍ​ເມື່ອ​ໄດ້​ຮ່ວມ​ມື​ກັບ​ຫວຽດນາມ. ​ໃນ​ອະນາຄົດ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ກວ່າ​ອີກ ຕ້ອງ​ແກ້​ໄຂ​ບາງ​ບັນຫາ​ສຳຄັນ​ຄື : ຄວາມ​ສາມາດ​ຄຸ້ມ​ຄອງ​ໂຄງການ, ຄຸ້ມ​ຄອງ​ຄຸນ​ນະພາ​ບ, ລະດັບ​ຄວາມ​ຮູ້​ດ້ານພາສາ​ຍີ່ປຸ່ນ​ຂອງ​ບັນດາ​ນັກ​ວິ​ສະວະະກອນ​ຫວຽດນາມ ​ແລະ ພາສາ​ອັງກິດ​ຂອງ​ບັນດາ​ນັກ​ວິສະວະກອນ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ