ໄຂ​ເວ​ທີ​ປາ​ໄສ​ຊາວ​ໜຸ່ມ ໂລກ ຄັ້ງ​ທີ 4

(VOVWORLD) -ດ້ວຍຫົວຂໍ້ “ໂຄວິດ - 19: ຄຳກ່າວເຕືອນ ໃຫ້ແກ່ມວນມະນຸດ ແລະ ຄວາມຫວັງໃໝ່”, ເວທີປາໄສໄດ້ສຸມໃສ່ແລກປ່ຽນກ່ຽວກັບຜົນກະທົບໃນໄລຍະໂລກລະບາດໂຄວິດ - 19ໄດ້ຮັບການຄວບຄຸມ, ບັນດາການປ່ຽນແປງຂອງດິນຟ້າອາກາດ, ສະຫວັດດີການສັງຄົມ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ສິ່ງແວດລ້ອມ ແລະ ອະນາຄົດ ຂອງພະລັງງານ. 
ໄຂ​ເວ​ທີ​ປາ​ໄສ​ຊາວ​ໜຸ່ມ ໂລກ ຄັ້ງ​ທີ 4 - ảnh 1ທ່ານ Abdel-Fattah El-Sisi  ປະທານາທິບໍດີ ເອຢິບ ກ່າວຄຳເຫັນທີ່ເວທີປາໄສຊາວໜຸ່ມ (ພາບ: presidency.eg)

ວັນທີ 10 ມັງກອນ, ເວທີປາໄສຊາວໜຸ່ມ ໂລກ (WYF) ຄັ້ງທີ 4 ໄດ້ໄຂຂຶ້ນຢູ່ນະຄອນ ແຄມທະເລ Sharm El-Sheikh ຂອງປະເທດ ເອຢິບ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນນັບຮ້ອຍທ່ານທີ່ມາຈາກຫຼາຍປະເທດໃນໂລກ, ໃນນັ້ນມີບັນດາປະມຸກລັດ, ເຈົ້າໜ້າທີ່ຂັ້ນສູງ ແລະ ບັນດາການນຳຊາວໜຸ່ມສາກົນ. ໃນບົດກ່າວປາໄສທີ່ໄດ້ສົ່ງໄປຍັງເວທີປາໄສ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຖືວ່າ ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບດ້ານຈິດໃຈຢ່າງຫຍໍ້ທໍ້. ເຖິງຢ່າງໃດກໍ່ຕາມ, ຊາວໜຸ່ມໂລກຈະຜ່ານຜ່າບັນດາສິ່ງທ້າທາຍນີ້ ຢ່າງສຳເລັດຜົນ, ຍ້ອນວ່າຊາວໜຸ່ມ ໄດ້ປຸກລຸກບັນດາຂໍ້ລິເລີ່ມປະດິດຄິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ.

ດ້ວຍຫົວຂໍ້ “ໂຄວິດ - 19: ຄຳກ່າວເຕືອນ ໃຫ້ແກ່ມວນມະນຸດ ແລະ ຄວາມຫວັງໃໝ່”, ເວທີປາໄສໄດ້ສຸມໃສ່ແລກປ່ຽນກ່ຽວກັບຜົນກະທົບໃນໄລຍະໂລກລະບາດໂຄວິດ - 19ໄດ້ຮັບການຄວບຄຸມ, ບັນດາການປ່ຽນແປງຂອງດິນຟ້າອາກາດ, ສະຫວັດດີການສັງຄົມ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ສິ່ງແວດລ້ອມ ແລະ ອະນາຄົດ ຂອງພະລັງງານ. ຄາດວ່າ WYF ຄັ້ງທີ 4 ຈະສິ້ນສຸດລົງໃນວັນທີ 13 ມັງກອນ.  

ຕອບກັບ

ຂ່າວ/ບົດ​ອື່ນ