ໄຂເວທີປາໄສດ້ວຍຫົວຂໍ້“ອາຊຽນດຽວ-ວິໄສທັດດຽວແກ່ເດັກນ້ອຍ”

ໄຂເວທີປາໄສດ້ວຍຫົວຂໍ້“ອາຊຽນດຽວ-ວິໄສທັດດຽວແກ່ເດັກນ້ອຍ” - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເຂົ້າ​ຮ່ວມພິທີ
(ພາບ: ກີມແທງ)

(vovworld) –​​ ​ ຕອນ​ເຊົ້າ​ວັນ​ທີ 20/06 ຢູ່​ຮ່າ​ໂນ້ຍ ກະຊວງ​​ແຮງງານທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ເວທີ​ປາ​ໄສ ​ເດັກນ້ອຍ ອາ​ຊຽນ ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນດຽວ-ວິ​ໄສ​ທັດດຽວ​ແກ່​ເດັກນ້ອຍ” ​ເຂົ້າ​ຮ່ວມພິທີ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ບັນດາ​ຜູ້​ແທນ, ​ເດັກນ້ອຍ​ທີ່​ມາ​ຈາກ​ 8 ປະ​ເທດ​​ໃນ​ພາກ​ພື້ນ ອາຊຽນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ດ່າວງ້ອກຢູງ ​ໃຫ້​ຮຸ້ວ່າ​: ​ເວທີ​ປາ​ໄສ​ເດັກນ້ອຍ​ຄັ້ງ​ທີ 4 ຢູ່ ຫວຽດນາມ ​ແມ່ນ​ເຫດການ​ພິ​ເສດ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ເດັກນ້ອຍ. ບັນດາ​ເນື້ອ​ໃນ​ປຶກສາ​ຫາລື​ທີ່​ເວທີ​ປາ​ໄສ​​ແມ່ນກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​​ເດັກນ້ອຍ​ໃນ ອາ​ຊຽນ; ປົກ​ປ້ອງ​ເດັກນ້ອຍ​ໃນ​ສະພາບ​ແວດ​ລ້ອມ​ທາງ​ອິນ​ເຕີ​ແນັດ; ປ້ອງ​ກັນ​ຕ້າ​ນການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກນ້ອຍ ​ແລະ ​ເດັກນ້ອຍກັບການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ແມ່ນ​ເໝາະ​ສົມ​ທີ່​ສຸດ, ​ແທດ​ຈິງ​ໃນ​ການ​ປະຕິບັດ​ສິດ​ຂອງ​ເດັກນ້ອຍ​​ປະຈຸ​ບັນ​ໃນ​ອາ​ຊຽນ. ທ່ານ ດ່າວງ້ອກຢູງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ ຫວັງ​ວ່າ​ຈະ​ໄດ້​ຮັບ​​ເອົາບັນດາ​ແນວ​ຄວາມ​ຄິດ​ຂອງ​ເດັກນ້ອຍ​ກ່ຽວ​ກັບ ອາ​ຊຽນ ​ໃນ​ອະນາຄົດ ​ເພື່ອ​ແນ​ໃສ່​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດດີ​ທີ່​ສຸດ​ໃຫ້​ແກ່​ເດັກນ້ອຍ; ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ແນ່ນ​ອນວ່າ​ພວກ​ເຮົາ​ຈະ​ປະຕິບັດ​ບັນດາ​​ເປົ້າ​ໝາຍ​ຂອງ​ເວທີ​ປາ​ໄສ​ເວົ້າ​ສະ​ເພາະ​ກໍ່​ຄື​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ປະຕິບັດ​ສິດ​ຂອງ​ເດັກນ້ອຍ ອາ​ຊຽນ ​ເວົ້າ​ລວມ ​​ໃຫ້​ເປັນ​ຢ່າງ​ດີ ”.

        ສ່ວນ​ພະນັກງານ​ຂັ້ນ​ສູງ​ຄະນະ​ເລຂາ ອາ​ຊຽນ ທ່ານ Miguel Musngi ຢືນຢັນ​ວ່າ: ບັນດາ​ການ​ນຳ ອາ​ຊຽນ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ວິ​ໄສ​ທັດ ​ເພື່ອ​ໃຫ້​ອາ​ຊຽນກາຍ​ເປັນ​ປະຊາ​ຄົມທີ່​ຖື​ມະນຸດ​ເປັນ​ໃຈກາງ, ອາ​ຊຽນ ​ເຊື່ອ​ມຕົວ, ຍືນ​ຍົງ, ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຄົນ 10 ປະ​ເທດ ອາ​ຊຽນ ທັງ​ໝົດ ຈົ່ງ​ພ້ອມ​ກັນ​ເປັນ​ເອກະ​ພາບ​ແມ່ນ ບໍ່​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ.

ຂ່າວ/ບົດ​ອື່ນ