ໄຂເວທີປາໄສເຊື່ອມຕໍ່ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) - ເວທີປາໄສ “ການເຊື່ອມຕໍ່ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສົມທົບກັນຈັດຕັ້ງ

ໄຂເວທີປາໄສເຊື່ອມຕໍ່ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1 ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ເວທີປາໄສ

(ພາບ: pcworld.com.vn)

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ໄຂເວທີປາໄສ “ການເຊື່ອມຕໍ່ Startup ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສົມທົບກັນຈັດຕັ້ງ. ເຂົ້າຮ່ວມເວທີປາໄສມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດປະມານ 300 ຄົນ, ເຊິ່ງລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ນັກປາຖະກະຖາ 8 ທ່ານເຊິ່ງເປັນບັນດານັກຊ່ຽວຊານໃນຂົງເຂດ Startup ມາຈາກ ຫວຽດນາມ, ອາເມລິກາ, ການາດາ, ອິດສະຣາແອນ ໄດ້ສະເໜີບັນດາບັນຫາກ່ຽວຂ້ອງເຖິງ Startup.

        ກ່າວໄຂເວທີປາໄສ, ທ່ານ ຫວູຮົ່ງນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢັ້ງຢືນວ່າ: ໃນສະພາບການການປະຕິວັດອຸດສາຫະກຳ 4.0 ພວມໄດ້ຮັບການດຳເນີນຢ່າງແຮງນັ້ນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີຄວາມສາມາດບົ່ມຊ້ອນ ເພື່ອກາຍເປັນປະເທດ Startup. ຜ່ານເວທີປາໄສນີ້, ຈະສືບຕໍ່ເປີດກ້ວາງເຄືອຂ່າຍການເຊື່ອມຕໍ່ Startup ຂອງຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ:

        “ລາຍຮັບຕ່ຳສາມາດ startup ຢ່າງມີຫົວຄິດປະດິດສ້າງໄດ້ບໍ່? ໃນສະພາບຕົວຈິງຂອງບັນດາປະເທດຢູ່ອາຊີ, ປະຈຸບັນ, ຢູ່ ຫວຽດນາມ ຢັ້ງຢືນວ່າສາມາດເຮັດໄດ້. ຕ້ອງມີວິທີການໜູນຊ່ວຍພິເສດ, ແມ່ນສ້າງຕັ້ງລະບົບຊີວະພາບ startup. ພວກເຮົາໄດ້ມີໂຄງການຂອງລັດຖະບານ, ຂອງນະຄອນ. ແຕ່ເມື່ອໃດບັນດານັກວິທະຍາສາດ, ນັກວິສາຫະກິດຖືນັ້ນແມ່ນໂຄງການຂອງຕົນ ແລະ ປະຕິບັດຢ່າງເດັດຂາດແມ່ນຈຶ່ງສາມາດປະສົບຜົນສຳເລັດໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ