ໄທ - ຫວຽດນາມ ເພີ່ມທະວີການຮ່ວມມືຕ້ານການຫາປາຜິດກົດໝາຍ

(VOVWORLD) - ຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບໝາກຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານໄທ, ທ່ານຮອງໂຄສົກລັດຖະບານ ຣັດຈັນດາ ທະນາດິເຣກ ໃຫ້ຮູ້ວ່າ: ບົດບັນທຶກນີ້ ຄາດການວ່າຈະໄດ້ລົງນາມຢູ່ກອງປະຊຸມຄັ້ງທີ 7 ຂອງໜ່ວຍປະຕິບັດງານຮ່ວມ ລະຫວ່າງ ໄທ - ຫວຽດນາມ...
ໄທ - ຫວຽດນາມ ເພີ່ມທະວີການຮ່ວມມືຕ້ານການຫາປາຜິດກົດໝາຍ - ảnh 1(ພາບປະກອບຈາກ Bangkok Post)

ວັນທີ 15 ກຸມພາ, ລັດຖະບານໄທ ໄດ້ເຫັນດີເອົາການຮັບຮອງຂໍ້ສະເໜີລົງນາມບົດບັນທຶກຊ່ວຍຈຳ ກັບຫວຽດນາມ ກ່ຽວກັບການຮ່ວມມືແລກປ່ຽນຂໍ້ມູນ ປ້ອງກັນຕ້ານການຫາປາຜິດກົດໝາຍ (IUU). ຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບໝາກຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານໄທ, ທ່ານຮອງໂຄສົກລັດຖະບານ ຣັດຈັນດາ ທະນາດິເຣກ ໃຫ້ຮູ້ວ່າ: ບົດບັນທຶກນີ້ ຄາດການວ່າຈະໄດ້ລົງນາມຢູ່ກອງປະຊຸມຄັ້ງທີ 7 ຂອງໜ່ວຍປະຕິບັດງານຮ່ວມ ລະຫວ່າງ ໄທ - ຫວຽດນາມ ເພື່ອຂຸດຄົ້ນສິນໃນນ້ຳ, ຈະໄດ້ໄຂຂຶ້ນໃນ ເດືອນມີນາ ຢູ່ຫວຽດນາມ. ຕາມນັ້ນແລ້ວ, ໄທ ແລະ ຫວຽດນາມ ຈະຍູ້ແຮງການແລກປ່ຽນຂໍ້ມູນກ່ຽວກັບການຫາປາຜິດກົດໝາຍ, ໂດຍສະເພາະແມ່ນຂໍ້ມູນ ກ່ຽວກັບກຳປັນຫາປາທີ່ລ່ວງລ້ຳເຂດນ່ານນ້ຳທະເລ, ຂໍ້ມູນກຳນົດແຫຼ່ງທີ່ມາ ແລະ ຢັ້ງຢືນການຂຸດຄົ້ນ ເພື່ອສະກັດກັ້ນບັນດາຜະລິດຕະພັນຫາປາຜິດກົດໝາຍ, ແຊກຊຶມເຂົ້າລະບົບການຜະລິດ.

        ສອງຝ່າຍກໍ່ຈະເປີດກ້ວາງຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ, ເຊັ່ນ: ແລກປ່ຽນຂໍ້ມູນກ່ຽວກັບບັນດາສັດນ້ຳທີ່ສົ່ງຕໍ່ ແລະ ນຳເຂົ້າທຽບທ່າຈາກຕ່າງປະເທດ, ຊຸກຍູ້ບັນດາການເຄື່ອນໄຫວ ສ້າງຄວາມສາມາດຕ້ານການຫາປາຜິດກົດໝາຍ, ຮ່ວມມື ແລະ ແລກປ່ຽນຂໍ້ມູນກ່ຽວກັບກ່ຳປັ່ນຫາປາລະເມີດກົດໝາຍ ຕາມກົນໄກເຄືອຂ່າຍ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ