ໄທນຳໃຊ້ທົດລອງລະບົບລະບາຍນ້ຳ ຢູ່ບາງກອກສຳເລັດຜົນ

ໄທນຳໃຊ້ທົດລອງລະບົບລະບາຍນ້ຳ ຢູ່ບາງກອກສຳເລັດຜົນ  - ảnh 1

(ພາບ:vnexpress.net)

( vovworld ) – ຢູ່​ນະຄອນຫຼວງ​ບາງກອກ, ປະ​ເທດ​ໄທ, ວັນ​ທີ 6/9, ຝົນຕົກ​ໜັກ​ທັງ​ວັນ, ​ພາຍຫຼັງ 1 ວັນ​ທີ່​ລັດຖະບານ​ໄທ ນຳ​ໃຊ້​ທົດ​ລອງ​ລະບົບ​ລະບາຍ​ນ້ຳ​ຢູ່​ທິດຕາ​ເວັນ​ຕົກ​ນະຄອນ​ສຳ​ເລັດ​ຜົນ. ທ່ານ​ໂຣຍົນ​ ຈິດ​ວອນ ຜູ້ອຳນວຍການ​ສູນ​ບັນຊາລະບົບ​ລະບາຍນ້ຳ​ໃຫ້​ຮູ້​ວ່າ: ການ​ທົດ​ລອງ​ເພີ່ມ​ປະລິມານ​ນ້ຳ​ແຕ່​ບໍ່​ກໍ່​ໃຫ້​ເກີດ​ນ້ຳຖ້ວມຢູ່​ເຂດ​ພື້ນ​ທີ່​ຕ່ຳ​ຢູ່ລຽບ​ຕາມ​ລະບົບ​ລະບາຍ​ນ້ຳນີ້​ແມ່ນ​ພື້ນຖານ​ເພື່ອ​ຢັ້ງຢືນ​ການ​ໝູນ​ໃຊ້​ລະບົບ​ຄຸ້ມ​ຄອງ​ນ້ຳຖ້ວມ​ເປັນ​ຢ່າງ​ດີ. ຕາມ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ​ຍິ່ງ​ຮັກ​ຊີ​ນນະ​ວັດ ​ແລ້ວ, ລັດຖະບານ​ໄທ ມີ​ຄວາມ​ເຊື່ອໝັ້ນວ່າ, ບັນດາ​ເຂດ​ໃນ​ນະຄອນຫຼວງ​ບາງກອກ​ຈະ​ບໍ່​ຖືກ​ນຳຖ້ວມ​ໃນ​ປີ​ນີ້ ພາຍຫຼັງ​ການ​ທົດ​ລອງ​ລະບົບ​ລະບາຍ​ນ້ຳ​ສຳ​ເລັດ.

ຂ່າວ/ບົດ​ອື່ນ