ໄທປະກາດສະມາຊິກອົງການນິຕິບັນຍັດຊົ່ວຄາວ

ໄທປະກາດສະມາຊິກອົງການນິຕິບັນຍັດຊົ່ວຄາວ - ảnh 1
ທ່ານ​ພົນ​ໂທ ປຣາຢຸດ ຈັນ​ໂອ​ຈາ ຮັບ​ລັດຖະດຳລັດຈາກ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ
(ພາບ: AFP/TTXVN)

(vovworld) - ທ່ານ​ພົນ​ໂທ ປຣາຢຸດ ຈັນ​ໂອ​ຈາ, ຫົວໜ້າ​ສະພາ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດຂອງ ​ໄທ, ຫາ​ກໍ່​ຮັບ​ຮູ້​ລັດຖະດຳລັດ​ໂດຍ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໃຫ້​ສັດຕະຍາບັນ​ກ່ຽວ​ກັບ​ເລ​ື່ອງ​ແຕ່ງ​ຕັ້ງ​ສະມາ​ຊິກຂອງ​ສະພາ​ນິຕິ​ບັນຍັດ​ແຫ່ງ​ຊາດ 200 ຄົນ. ນີ້​ແມ່ນ​ກົນ​ໄກ​ທີ່ມີ​ບົດບາດ, ພາລະ​ໜ້າ​ທີ່​ຄື​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ໃນ​ສະພາບ​ການ​ການ​ເມືອງຢູ່ ​​ໄທ ​ໃນ​ປະ​ຈຸ​ບັນ. ​ໃນ​ຈຳນວນ​ສະມາ​ຊິກ 200 ຄົນ, ບັນດາ​ນາຍ​ພົນ​ກອງທັບ​ພວມ​ດຳລົງ​ຕຳ​ແໜ່​ງ ​ແລະ ນາຍ​ພົນ​ບາງ​ຄົນ​ພວມ​ກິນ​ເບ້ຍ​ບຳນານ​ກວມ​ກ່ວາ 50%, ສ່ວນ​ຍັງ​ເຫຼືອ​ແມ່ນ​ຜູ້ຕາງໜ້າ​ຂອງ​ຕຳຫຼວດ, ນັກຮຽນ​ຮູ້, ອະທິການ​ບໍດີ​ບັນດາ​ມະຫາ​ວິທະຍາ​ໄລ​ໃຫຍ່, ພາລະ​ກອນ​ຂັ້ນ​ສູງ, ຜູ້ຕາງໜ້າ​ບັນດາ​ອົງການ​ເອກະລາດ, ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ ​ແລະ ​ອົງການ​ດຳ​ເນີ​ນທຸລະ​ກິດ.

        ຄາດ​ວ່າ, ພິທີ​ສະ​ເໜີ​ຕົວ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 6/8​ ​ແລະ ວາລະ​ປະຊຸມ​ທຳ​ອິດຂອງ​ສະພາ​ຈະ​ໄຂ​ຂຶ້ນ​ໃນວັນ​ທີ 7/8 ຈະ​ມາ​ເຖິງ. ຕາມ​ລັດຖະທຳ​ມະນູນ​ຊົ່ວຄາວ ​ໄທ ທີ່​ໄດ້​ໃຫ້​ສັດຕະ​ຍາ​ບັນ​ຢ່າງ​ທາງ​ການໃນ​ວັນ​ທີ 22/7 ຜ່ານ​ມາ, ສະພາ​ນິຕິບັນຍັດ​ແຫ່ງ​ຊາດຈະ​ຮັບ​ບົດບາດ​ຂອງ​ທັງ​ວຸດ​ທິສະພາ ​ແລະ ສະພາ​ຜູ້​ແທນ​ລາດ​ຊະ​ດອນ, ດ້ວຍ​ໜ້າ​ທີ່​ປະກາດ​ໃຊ້​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ເພື່ອ​ແນ​ໃສ່​ຢຸດຕິ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທີ່​ເຄີຍ​ແກ່ຍາວ​ເປັນ​ເວລາ​ຫຼາຍ​ປີ, ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄັ້ງ​​ໃຫຍ່​ໃນ​ທ້າຍ​ປີ 2015.



ຂ່າວ/ບົດ​ອື່ນ