ໄທ​ປາ​ດ​ຖະ​ໜາ​ຢາກ​ພ້ອມ​ກັ​ບ EU ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - EU  ແບບທາງໄກ ໄດ້ດຳເນີນໃນວັນທີ 6 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ ຢັ້ງຢືນຄຳໝັ້ນສັນຍາຂອງ ອາຊຽນ ແລະ EU ໃນການຊູກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU ໃນທຸກຂົງເຂດ
ໄທ​ປາ​ດ​ຖະ​ໜາ​ຢາກ​ພ້ອມ​ກັ​ບ EU ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ (ພາບ: TTXVN)

ໄທໄດ້ໃຫ້ຄຳໝັ້ນສັນຍາຮ່ວມມື ກັບສະຫະພາບ ເອີລົບ (EU) ກ່ຽວກັບການພັດທະນາແບບຍືນຍົງ, ພິເສດໃນບັນດາຂົງເຂດທີ່ກ່ຽວຂ້ອງຂອງ ຮູບແບບເສດຖະກິດ ຊີວະສາດ - ໝູນວຽນ - ຂຽວ (BCG), ເພື່ອບັນລຸໄດ້ອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ ເຊິ່ງຈະໄດ້ຮັບການປຶກສາຫາລືພາຍຫຼັງການໂອ້ລົມສົນທະນາ ລະຫວ່າງ ອາຊຽນ EU ກ່ຽວກັບການພັດທະນາແບບຍືນຍົງຄັ້ງທີ 3 ໂດຍປະເທດນີ້ ເປັນເຈົ້າພາບຈັດຕັ້ງໃນເດືອນພະຈິກປີນີ້.

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - EU  ແບບທາງໄກ ໄດ້ດຳເນີນໃນວັນທີ 6 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ ຢັ້ງຢືນຄຳໝັ້ນສັນຍາຂອງ ອາຊຽນ ແລະ EU ໃນການຊູກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU ໃນທຸກຂົງເຂດ, ພິເສດແມ່ນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການຮ່ວມມືມຸ່ງໄປເຖິງການຟື້ນຟູແບບຍືນຍົງ ໃນໄລຍະຫຼັງໂຄວິດ - 19 ຜ່ານຮູບການ BCG

ທ່ານ ດອນ ປະມຸດວິໄນ ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງການຮ່ວມມື ກັບ EU ໃນການເພີ່ມທະວີການ່ຮວມມືດ້ານການແພດປ້ອງກັນພະຍາດ, ລວມມີ ຜ່ານການສຳຜັດ ແລະ ແຈກຢາຍວັກຊິນຢ່າງສະເໝີພາບ, ຮ່ວມມືກັນຄົ້ນຄ້ວາ ແລະ ພັດທະນາວັກຊິນ ເພື່ອຍົກສູງກຳລັງຄວາມສາມາດໃນການຜະລິດວັກຊິນ ຢູ່ທ້ອງຖິ່ນ ແລະ ຮັບຮອງວັກຊິນຂອງກັນ ເພື່ອສ້າງເງື່ອນໄຂເພື່ອເຊື່ອມຕໍ່ການເດີນທາງໄປມາ.

ຕອບກັບ

ຂ່າວ/ບົດ​ອື່ນ