ໄປວັດຕົ້ນປີ,ຈຸດວັດທະນະທຳອັນດີງາມໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ

(VOVWORLD) -ແຕ່ດົນນານມາແລ້ວ, ສຳລັບຊາວຫວຽດນາມຫລາຍຄົນ ໄປວັດຕົ້ນປີແມ່ນຄວາມຊີນເຄີຍ, ນີ້ແມ່ນຈຸດວັດທະນະທຳອັນດີງາມສ້າງສີສັນພື້ນຖານວັດທະນະທຳທີ່ກ້າວຫນ້າເຂັ້ມຂົ້ນໄປດ້ວຍສີສັນຊາດ. 

ໄປວັດຕົ້ນປີ,ຈຸດວັດທະນະທຳອັນດີງາມໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ - ảnh 1 ຊາວຫວຽດນາມ ເຄີຍ ໄປວັດໃນຊຸມມື້ຕົ້ນປີໃຫມ່

ພາບ:phatgiao

ພາຍຫລັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່, ຫລາຍຄອບຄົວໄດ້ພາກັນໄປວັດເພື່ອພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊ, ສະຫງົບສຸກ. ເອື້ອຍ ຫງວຽນທູຮ່າ ຊາວ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ປີໃດ ຂ້າພະເຈົ້າກໍ່ໄປວັດ, ທຳອິດແມ່ນໄປວັດຢູ່ສະຖານທີ່ຕົນເອງດຳລົງຊີວິດ, ຫລັງຈາກນັ້ນໄປວັດອື່ນຄື ວັດຟຸກແຄງ, ວັດເຈີນກວັກ… ຢູ່ອ້ອມແອ້ມຫນອງໂຮ່ໄຕ. ເມື່ອຂຶ້ນວັດ ຕົນເອງຮູ້ສຶກຈິດໃຈສະຫວາດສະເຫວີຍ, ພາວະນາຂໍໃຫ້ປີໃຫມ່ມີໂຊກລາບ, ມີຄວາມຢູ່ເຢັນເປັນສຸກຕະຫລອດປີ.”

ແຕ່ລະປີ, ເມື່ອລະດູບານໃຫມ່ບຸນເຕັດວຽນມາ, ກໍ່ເຊັ່ນດຽວກັນກັບຊາວຫວຽດນາມ ຢູ່ ພາຍໃນປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດກໍ່ໄປວັດເພື່ອພາວະນາຂໍໃຫ້ປະເທດຊາດ, ຄອບຄົວມີຄວາມສະຫງົບສຸກ. ທ່ານນາງ ຫງວຽນທິມັງ ຊາວຫວຽດນາມ ອາໄສ ຢູ່ເຊັກໂກ ໃຫ້ຮູ້ວ່າ

        “ຂ້າພະເຈົ້າແມ່ນຊາວຫວຽດນາມ ພວມທຳມາຫາກິນຢູ່ຕ່າງປະເທດ, ໃນຊຸມມື້ຕົ້ນປີໃຫມ່ ຂ້າພະເຈົ້າໄປວັດ ພາວະນາຂໍໃຫ້ຄອບຄົວມີຄວາມຢູ່ເຢັນເປັນສຸກ, ອວຍພອນໃຫ້ທຸກໆຄົນມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນຫນ້າທີ່ການງານຂອງຕົນ, ມີໂຊກລາບຕະຫລອດປີ.”

 

ຕອບກັບ

ຂ່າວ/ບົດ​ອື່ນ