ໜັງ​ສື​ຜ່ານ​ແຜນ​ຂອງ ຫວຽດ​ນາມ ເລື່ອນ 6 ຂັ້ນ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ ​ໜັງ​ສື​ຜ່ານ​ແດນ “”ມີ​ສິດ​ອຳ​ນາດ” ທີ່​ສຸດ​ໃນ​ໂລກ

(VOVWORLD) -  ພົນລະເມືອງ ຫວຽດນາມ ສາມາດໄປຍັງ 55 ປະເທດ ແລະ ເຂດແຄ້ວນ ໂດຍບໍ່ຕ້ອງຂໍວິຊາ.
ໜັງ​ສື​ຜ່ານ​ແຜນ​ຂອງ ຫວຽດ​ນາມ ເລື່ອນ 6 ຂັ້ນ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ ​ໜັງ​ສື​ຜ່ານ​ແດນ “”ມີ​ສິດ​ອຳ​ນາດ” ທີ່​ສຸດ​ໃນ​ໂລກ - ảnh 1ພາບປະກອບ: TTXVN

ຕາມຕາຕະລາງຈັດອັນດັບໜັງສືຜ່ານແດນທົ່ວໂລກໂດຍບໍລິສັດໃຫ້ຄຳປຶກສາການຕັ້ງຖີ່ນຖານຄົງທີ່ Henley & Partners ທີ່ມີສຳນັກງານໃຫຍ່ຢູ່ London (ອັງກິດ) ປະກາດໃນວັນທີ 18 ກໍລະກົດ, ຫວຽດນາມ ໄດ້ຈັດອັນດັບທີ 86, ເລື່ອນ 6 ຂັ້ນເມື່ອທຽບໃສ່ ປີ 2022. ພົນລະເມືອງ ຫວຽດນາມ ສາມາດໄປຍັງ 55 ປະເທດ ແລະ ເຂດແຄ້ວນ ໂດຍບໍ່ຕ້ອງຂໍວິຊາ.

ໃນຕາຕະລາງຈັດອັນດັບໂລກ, ສິງກະໂປໄດ້ລື່ນກາຍຍີ່ປຸ່ນ ກາຍເປັນປະເທດ ມີໜັງສືຜ່ານແດນ ທີ່ມີສິດອຳນາດ ທີ່ສຸດໃນໂລກ. ພົນລະເມືອງສິງກະໂປ ໄດ້ຮັບອະນຸຍາດໃຫ້ເຂົ້າເມືອງຂອງ 192 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກໂດຍບໍ່ຕ້ອງຂໍວິຊາ.

ຕອບກັບ

ຂ່າວ/ບົດ​ອື່ນ