ໜັງ​ສ​ື​ພິມ ອູ​ຣູກວາຍ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ລະ​ດັບ​ການ​ເຕີບ​ໂຕ​ດ້ານ​ສົ່ງ​ອອກ​ຂອງ ຫວຽດ​ນາມ

(VOVWORLD) -ມູນຄ່າສ່ວນເກີນການຄ້າໃນເດືອນມັງກອນຂອງ ຫວຽດນາມ ບັນລຸ 2,92 ຕື້ USD. ຄາດວ່າ ວົງເງິນການຄ້າຂອງ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6% ໃນປີ 2024.
ໜັງ​ສ​ື​ພິມ ອູ​ຣູກວາຍ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ລະ​ດັບ​ການ​ເຕີບ​ໂຕ​ດ້ານ​ສົ່ງ​ອອກ​ຂອງ ຫວຽດ​ນາມ - ảnh 1ການປຸງແຕ່ງກຸ້ງເພື່ອສົ່ງອອກ (ພາບປະກອບ:TTXVN)

ໜັງສືພິມ El Popular ຂອງ ອູຣູກວາຍ ໄດ້ສະແດງຄວາມປະທັບໃຈກ່ຽວກັບການເຕີບໂຕຢ່າງແຮງຂອງການສົ່ງອອກ ຂອງ ຫວຽດນາມ ໃນເດືອນ ມັງກອນ, ດ້ວຍລະດັບການເຕີບໂຕເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸເກືອບ 33,6 ຕື້ USD. ນີ້ແມ່ນລະດັບສູງສຸດນັບແຕ່ເດືອນ ເມສາ 2022. ໜັງສືພິມດັ່ງກ່າວກໍໄດ້ເນັ້ນໜັກວ່າ ວົງເງິນສົ່ງອອກຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງ ຍ້ອນ 2 ໝວດສິນຄ້າ: ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ (ເພີ່ມຂຶ້ນ 97%) ແລະ ອຸດສາຫະກຳປຸງແຕ່ງ (38%).

        ໜັງສືພິມ El  Popular, ເຊິ່ງເປັນອົງການກະບອກສຽງຂອງພັກຄອມມູນິດ ອູຣູກວາຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ຮູ້ວ່າ ມູນຄ່າສ່ວນເກີນການຄ້າໃນເດືອນມັງກອນຂອງ ຫວຽດນາມ ບັນລຸ 2,92 ຕື້ USD. ຄາດວ່າ ວົງເງິນການຄ້າຂອງ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6% ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ