ໜັງສືພິມມາເລເຊຍຕີລາຄາຫວຽດນາມມີຫຼາຍກາລະໂອກາດຕື່ມອີກເພື່ອເຕີບໂຕ ກັບ APEC

(VOVWORLD)-ໜັງສືພິມ The Malay Mail ຂອງມາເລເຊຍ ຫາກໍ່ລົງພິມບົດຂຽນທີ່ມີຫົວຂໍ້ວ່າ "ຫວຽດນາມ ມີຫຼາຍກາລະໂອກາດຕື່ມອີກເພື່ອເຕີບໂຕ ກັບ APEC". 
ໜັງສືພິມມາເລເຊຍຕີລາຄາຫວຽດນາມມີຫຼາຍກາລະໂອກາດຕື່ມອີກເພື່ອເຕີບໂຕ ກັບ APEC - ảnh 1 (ພາບປະກອບອີນເຕີແນັດ)

ຕາມບົດໜັງສືພິມ, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມປະຈຸບັນ ບັນລຸກວ່າ 200 ຕື້ USD ແລະ ຄ່າແຮງງານຢູ່ຫວຽດນາມຖືກກວ່າເມື່ອທຽບໃສ່ຈີນ ແລະ ບາງປະເທດສະມາຊິກອາຊຽນ. ສິ່ງນີ້ໄດ້ຊ່ວຍໃຫ້ຫວຽດນາມບໍ່ພຽງແຕ່ເພີມແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເທົ່ານັ້ນ ຫາກຍັງໄດ້ເປີດກວ້າງການສົ່ງອອກອີກດ້ວຍ. ປີ 2017, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,8%. ບົດໜັງສືພິມໄດ້ສະຫຼຸບວ່າ ການເຕີບໂຕຂອງເສດຖະກິດຫວຽດນາມຕິດພັນຢ່າງກົມກຽວກັບການພັດທະນາວັດທະນະທຳ, ຄວາມກ້າວໜ້າ ແລະ ຍຸດຕິທຳສັງຄົມ ແລະ ການຮັກສາສະພາບແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ