ໜູນ​ຊ່ວຍ​ນະ​ຄອນ​ເຫ້​ວ​ຄຸ້ມ​ຄອງ, ຫຼຸດ​ຜ່ອນ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ໄພ​ທຳ​ມ​ະ​ຊາດ

(VOVWORLD) -ວັນທີ 10 ຕຸລາ, ຢູ່ ເທື່ອທຽນ - ເຫ້ວ, ທະນາຄານພັດທະນາ ອາຊີ (ADB) ໄດ້ຈັດຕັ້ງການປຸກລະດົມໂຄງການອຸປະຖຳເພື່ອ ແນໃສ່ຄຸ້ມຄອງ, ຫຼຸດຜ່ອນບັນດາຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃຫ້ແກ່ນະຄອນ ເຫ້ວ (ເທື່ອທຽນ - ເຫ້ວ). ໂຄງການ ມີຍອດເງິນລົງທຶນ 2 ລ້ານ USD, ຈາກແຫຼ່ງໜູນຊ່ວຍຂອງກອງທຶນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕົວເມືອງ (UCCRTF) ໂດຍທະນາຄານພັດທະນາ ອາຊີ ຮັບຜິດຊອບ.
ໜູນ​ຊ່ວຍ​ນະ​ຄອນ​ເຫ້​ວ​ຄຸ້ມ​ຄອງ, ຫຼຸດ​ຜ່ອນ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ໄພ​ທຳ​ມ​ະ​ຊາດ - ảnh 1ພິທີປຸກລະດົມໂຄງການອຸປະຖຳເພື່ອ ແນໃສ່ຄຸ້ມຄອງ, ຫຼຸດຜ່ອນບັນດາຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃຫ້ແກ່ນະຄອນ ເຫ້ວ (ພາບ: TTXVN) 

ຕາມນັ້ນແລ້ວ, ນະຄອນເຫ້ວຈະໄດ້ຮັບການໜູນຊ່ວຍດ້ານເຕັກນິກ ແລະ ປະກັນໄພດ້ານໄພທຳມະຊາດໃຫ້ແກ່ຊັບສິນຂອງລັດຈຳນວນໜຶ່ງຕາມຂໍ້ກຳນົດຂອງກົດໝາຍໂດຍຜ່ານໂຄງການນີ້. ໂຄງການລວມມີບັນດາການເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບຊັບສິນຂອງລັດກໍ່ຄືອອກແບບບັນດາວິທີການແກ້ໄຂການປະກັນໄພທີ່ເໝາະສົມ. ບັນດາການເຄື່ອນໄຫວນີ້ຈະພ້ອມກັນໜູນຊ່ວຍການພັດທະນາຍຸດທະສາດອຸປະຖຳການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດຢ່າງຮອບດ້ານໃຫ້ແກ່ນະຄອນຄື: ການປະກັນໄພ, ສິນເຊື່ອ ແລະ ຕະຫຼາດເງິນທຶນ ເພື່ອແນໃສ່ສະໜອງແຫຼ່ງການເງິນໃຫ້ແກ່ການຊ່ວຍເຫຼືອ, ຟື້ນຟູຢ່າງວ່ອງໄວ ແລະ ການສ້າງຕັ້ງນະຄອນຄືນໃໝ່ພາຍຫຼັງໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ