ໜູນຊ່ວຍລາວກໍ່ສ້າງລະບົບຄຸ້ມຄອງຈຳນວນພົນລະເມືອງ

(VOVWORLD) - ຕອນເຊົ້າວັນທີ 9/6, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີລົງນາມໃນສັນຍາກໍ່ສ້າງລະບົບຄຸ້ມຄອງຈຳນວນພົນລະເມືອງໄລຍະ 1 (2017-2018)
ໜູນຊ່ວຍລາວກໍ່ສ້າງລະບົບຄຸ້ມຄອງຈຳນວນພົນລະເມືອງ - ảnh 1 ພິທີລົງນາມໃນສັນຍາກໍ່ສ້າງລະບົບຄຸ້ມຄອງຈຳນວນພົນລະເມືອງໄລຍະ 1 (ພາບ: KPL)


ລະຫວ່າງກະຊວງພາຍໃນ ລາວ ແລະ ບໍລິສັດ Star Telecom (Unitel) ຮ່ວມທຸລະກິດລະຫວ່າງບໍລິສັດໂທລະຄົມມະນາຄົມລາວ - Asia, ສັງກັດກະຊວງປ້ອງກັນປະເທດລາວ ແລະ ບໍລິສັດ Viettel, ສັງກັດກະຊວງປ້ອງກັນປະເທດ ຫວຽດນາມ. ນີ້ແມ່ນລະບົບຄຸ້ມຄອງທີ່ທັນສະໄໝ, ຊ່ວຍຫັນເປັນດີຊີຕອນເລື່ອງສຳເນົາເອກະສານ, ຊອກຫາບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງລະບຽບການດ້ານກົດໝາຍຄື: ໃບລາຍເກີດ, ໃບລາຍຕາຍ, ໃບສົມລົດ, ການປ່ຽນຊື່ ແລະ ນາມະກຸນ, ການປ່ຽນທີ່ຢູ່ອາໄສ…ຢ່າງສະດວກ, ຈະແຈ້ງ ແລະ ຊັດເຈັນ, ຊ່ວຍປະຊາຊົນໃນການສຳຜັດ ແລະ ນຳໃຊ້ບັນດາການບໍລິການຂອງລັດຢ່າງສະດວກສະບາຍ, ຖອນເວລາ ແລະ ຄ່າເຮັດລະບຽບການບໍລິຫານລົງ.

        ຕາມສັນຍາທີ່ໄດ້ລົງນາມ, ໄລຍະທຳອິດຂອງໂຄງການ, ບໍລິສັດ Star Telecom ຈະສົມທົບກັບ ກະຊວງພາຍໃນລາວ ຜັນຂະຫຍາຍການກໍ່ສ້າງລະບົບຂໍ້ມູນດັ່ງກ່າວຢູ່ 3 ແຂວງ: ວຽງຈັນ, ຫຼວງພະບາງ, ແລະ ແຂວງ ຈຳປາສັກ. ຍອດຈຳນວນເງິນໃຫ້ໄລຍະນີ້ປະທານ 700.000 USD. ພາຍຫຼັງຜັນຂະຫຍາຍໄລຍະ 1 ສຳເລັດ, ໄລຍະ 2 ຈະໄດ້ຮັບການຜັນຂະຫຍາຍຢູ່ 14 ແຂວງ, ນະຄອນທີ່ຍັງເຫຼືອຂອງ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ