ກົນແວ່ງ - ແຫ່ງທີ່ຍັງຮົກເຮື້ອ, ໃໝ່ອຽມໃນແຂວງທ້າຍບີງ

ໂດຍ​ແມ່ນ​ແຫ່ງ​ໜຶ່ງທີ່​ຂຶ້ນກ​ັບ​ເຂດ​ນິ​ເວ​ດ​ທຳ​ມະ​ຊາ​ດ​ເຂດ​ທ​ົ່​ງ​ພຽງ​ແມ່​ນ້ຳ​ແດງ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ ອົງ​ການ UNESCO ເມື່ອ​ປີ 1994. ເຂດ​ນິ​ເວດ​ວິ​ທະ​ຍາ ກົນ​ແວ່ງ ມີ​ລະ​ບ​ົບ​ຊີ​ວະ​ພາບ​ປ່າ​ນ້ຳ​ເຄັ​ມ​ທີ່​ອຸ​ດົມ​ສົມ​ບູນ ກໍ​ຄື​ຫາດ​ຊາຍ​ທະ​ເລ​ທີ່​ຮ​ົກ​ເຮື້ອ, ແມ່ນ​ແຫ່ງ​ທີ່​ຮັ​ບ​ຄວ​າມ​ນິຍົມ​ຊົມຊອບຈາກ​ບັ​ນ​ດາ​ຜູ້​ມັກ​ຄົ້ນ​ຫາ. ມາ​ຮອດ​ກົນ​ແວ່ງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສະ​ຫງົບ​ງຽບ, ອາ​ກາດ​ປອດ​ໂປ່ງ​ໃນ​ທ່າມ​ກາງ​ເຂດ​ທະ​ເລ​ໝູ່​ເກາະ, ເຂດ​ທົ​່ງ​ພຽງຊຶ່ງ​ຈະ​ເປັນ​ການ​ບັນ​ເທົ່າ​ຄວາມ​ອິດ​ເມື່ອຍ​ໃນ​ການ​ດຳ​ລົງ​ຊີ​ວິດ.

ກົນແວ່ງ - ແຫ່ງທີ່ຍັງຮົກເຮື້ອ, ໃໝ່ອຽມໃນແຂວງທ້າຍບີງ - ảnh 1
ກົນ​ແວ່ງ - ແຫ່ງ​ທີ່​ຍັງ​ຮົກ​ເຮື້ອ, ໃໝ່​ອຽມ​ໃນ​ແຂວງ​ທ້າຍ​ບີງ

       ເຂດ​ນິ​ເວດ​ວິ​ທະ​ຍາ ກົນ​ແວ່ງ ທີ່​ຂຶ້ນ​ກັບ​ຕາ​ແສງ​ນາມ​ຟູ້, ເມືອງ​ຕຽນ​ຫາຍ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫາ​ກໍ​ໄດ້​ຮັບ​ການ​ຂຸດ​ຄົ້ນ. ກົນ​ແວ່ງ ຫາງ​ຈາກ​ດິນ​ຕໍ່​ແຜ່ນ 7 ກມ, ແມ່ນ​ເຂດ​ດິນ​ນ້ຳ​ຖ້ວມ​ມີ​ເນື້ອ​ທີ່​ກ້​ວາງ​ເກືອບ 2000 ແຮັກ​ຕາ​ດ້ວຍ​ສະ​ພາບ​ພູ​ມ​ີ​ສັນ​ຖານ​ທີ່​ຮາບ​ພຽງ​ພໍ​ສົມ​ຄວນ. ກ່ອນນີ້, ແຫ່ງນີ້​ປຽບ​ເໝືອນ​ເກາະ​ດອນນອນ​ຕ່າງ​ຫາກ​ກັບ​ດິນ​ຕໍ່​ແຜ່ນ, ຢາກ​ໄປ​ກົນ​ແວ່ງ, ແຂກ​ທ່ອງ​ທ່ຽວ​ຕ້ອງ​ຂີ່​ເຮືອ. ໃນ​ຊຸມ​ປີມໍ່ໆ​ມານີ້, ລະ​ບົບ​ຄົມ​ມະ​ນາ​ຄົມ​ທາງ​ບົກ​ໄດ້​ຮັບ​ການ​ລົ​ງ​ທຶນກໍ່​ສ້າງ​ຈາກ​ແຂວງ​ທ້າຍ​ບີງ, ເສັ້ນ​ທາງ​ຄັນ​ຄູ່​ເຊື່ອມ​ຕໍ່​ລະ​ຫວ່າງ​ດິນ​ຕໍ່​ແຜ່ນ​ກັບ​ກົນ​ແວ່ງ ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ງາມ​ຕາ. ຈາກ​ໃຈ​ກາງ​ເທດ​ສະ​ບານ​ເມືອງ​ຕຽນ​ຫາຍ​ຂອງ​ແຂວງ​ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວ​ຕ້ອງ​ຜ່ານ​ເສັ້​ນ​ທາງ​ນ້ອຍ​ມີ​ຄວາມ​ຍາວ 15 ກມໃນ​ທ່າງ​ກາງ​ເນື້ອ​ທີ່​ນາ ແລ້ວ​ຜ່ານ​ເຂດ​ປ່າ​ຕ່າງໆ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ ກໍ​ຈະ​ຮອດ​ກົນ​ແວ່ງ. ໂດຍ​ທຳ​ມະ​ຊາດ​ໄດ້​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ເຂດ​ນິ​ເວດ​ວິ​ທະ​ຍາ ກົນ​ແວ່ງໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຍ້ອນ​ຄວາມ​ຮົກ​ເຮື້ອ ແລະ ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ທະ​ເລ. ຫາດ​ຊາຍ​ທະ​ເລ​ຢູ່​ກົນ​ແວ່ງ​ເຖິງວ່າ ບໍ່​ໃຫຍ່​ກໍ​ຕາມ, ແຕ່​ມີ​ຫາດ​ຊາຍ​ຍາວ​ຢຽດ​ເຖິງ 6 ກມ. ມາ​ຫາດ​ຊາຍທະ​ເລ​ແຫ່ງນີ້, ແຂກ​ທ່ອງ​ທ່ຽ​ວ​ທັງຫຼາຍ ຈະ​ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ​ເຢັນ ແລະ ໄດ້​ນອນ​ພັກ​ຜ່ອນ​ຢູ່​ຕາມ​ຫາດ​ຊາຍ ທີ່​ມີ​ລົມ​ພັດ​ມາເຢັນ​ສະ​ບາຍ. ນາງ​ຕະ​ຮົ່ງ​ຍຸງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ເງະ​ອານ ເປີດ​ເຜີຍ​ວ່າ : 

    “ ຜ່ານ​ການ​ຊອກ​ຮູ້ ແລະ ໄປ​ນຳ​ເອື້ອຍ​ມານີ້, ທຸກໆ​ຄົນ​ບອກວ່າ ງາມຫຼາຍ ແລະ ຢາກ​ມານີ້​ຄັ້ງ​ໜຶ່ງ ເບິ່ງ​ຄື​ແນວ​ໃດ. ເມື່ອ​ມານີ້ ກໍ​ໄດ້​ເຫັນ​ປະ​ຈັກ​ຕາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສວຍ​ງາມ​ອີ່ຫຼີ. ຢູ່ນີ້​ສະ​ອາດຫຼາຍ. ຢູ່​ແຫ່ງນີ້, ຊາຍບໍ່​ປຽບ​ເໝືອນ​ກັບ​​ຊາຍ​ທະ​ເລຢູ່​ເຂດ​ອື່ນໆ, ຢູ່ນີ້​ຊາຍ​ມີ​ສີ​ຂາວ ແລະ ເມື່ອ​ລົງ​ອາບ​ນ້ຳ​ກໍ​ຮູ້​ສຶກ​ປະ​ທັບ​ໃຈ  ”

        ສ່ວນ​ນາງ ວູ້​ທູ​ຮ່ຽນ ແຂກ​ທ່ອງ​ທ່ຽວ​ທີ່​ມີ​ຈາກ​ແຂວງ ກວາງ​ນີງ ເປີດ​ເຜີຍ​ວ່າ :

“ ເຫດ​ຜົນ​ທີ່​ນ້ອງ​ເລືອກ​ເອົາ​ກົນ​ແວ່ງ​ໄປ​ທ່ຽວ ກໍແມ່ນວ່າ ນ້ອງ​ພວມຝຶກ​ງານຢູ່ນີ້ຊຶ່ງ​ກໍ​ມີຄວາ​ມ​ສະ​ດວກ​ທີ່​ສຸດ. ນ້ອງ​ກໍ​ຊອກ​ຮູ້​ເບິ່ງວ່າ ຢູ່ນີ້​ມີ​ຫຍັງ​ຈັບ​ອົກ​ຈັບ​ໃຈ​ບໍ່? ແລະ ເຫັນ​ວ່າ ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ 3 ແຫ່ງ, ນັ້ນ​ແມ່ນ​ດົງ​ເຈົາ, ກົນ​ແດນ, ແລະ ກົນ​ແວ່ງ. ເຂດ​ທ່ອງ​ທ່ຽວທະ​ເລ​ແຫ່ງນີ້ ແມ່ນ​ເຂດ​ໃໝ່, ມີ​ຫາດ​ຊາຍ​ຍາວ​ຢຽດ, ມີ​ແຖວ​ຕົ້ນ​ກະ​ຊົນ, ເມື່ອ​ອາບ​ນ້ຳ​ແລ້ວໆ, ຍ່າງ​ເລາະຫຼິ້ນ ກໍ​ຮູ້​ສຶກວ່າ ​ທິວ​ທັດ​ທະ​ເລງາມຫຼາຍ, ອາ​ກາດ​ປອດ​ໂປ່ງ​ດີ ”

     ພ້ອມ​ກັນ​ນັ້ນ, ກົນ​ແວ່ງ​ມີ​ລະ​ບົບ​ປ່າ​ນ້ຳ​ເຄັມ ຢູ່ແຄມທະ​ເລ​ທີ່​ອຸ​ດົມ​ສົມ​ບູນ​ດ້ວຍ​ພືກ​ສາ​ຊາດ ແລະ ສັດນ້ຳຫຼາຍ​ຊະ​ນິດທີ່​ມີມູນ​ຄ່າເສດ​ຖະ​ກິດ​ສູງ. ມາ​ແຫ່ງນີ້, ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຊິມ​ບັນ​ດາ​ເຍື່ອງ​ອາ​ຫານ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ພົບ​ປະ​ແລກ​ປ່ຽນ​ກັບ​ຊາວ​ທ້ອງ​ຖິ່ນ​ທີ່​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ ແລະ ມີ​ຄວາມ​ຮັກ​ບ້ານ​ເກີດ​ເມື​ອງນອນ. ປ້າ ຕະ​ທິ​ໄມ ຊາວ​ຂາຍ​ອາ​ຫານ​ທະ​ເລ​ຢູ່​ຫາດ​ຊາຍ​ທະ​ເລກົນ​ແວ່ງ ເປີດ​ເຜີຍ​ວ່າ :

    “ ກະ​ໂຕ​ເຮົາ​ເອງ, ກໍ​ຄຶດ​ຄື​ທຸກໆ​ຄົນ​ອື່ນ. ເມື່ອ​ເຮົາ​ເຊ​ື່ອມ​ຕົວ​ເຂົ້າ​ກັບ​ທຸກໆ​ຄົນ​ເປັນ​ຢ່າງ​ດີ, ພວກ​ເຂົາ​ຈະ​ຮັກ​ແພງ​ເຮົາ. ເພາະ​ວ່າ ນີ້​ແມ່ນ​ຈຸດ​ໃໝ່​ອຽມ. ຫຼາຍ​ຄົນ​ມາ​ແລ້ວ, ເມື່ອ​ກັບ​ເມືອ​ບ້ານ, ຕ່າງ​ກໍ​ຢາກ​ກັບ​ຄືນ​ມາ​ຢາມ​ອີກ​ຄັ້ງ​ໜ້າ ”

    ຄວາມ​ງາມ​ແບບ​ຮົກ​ເຮື້ອ​ຂອງ ເຂດ​ນິ​ເວດ​ວິ​ທະ​ຍາ ກົນ​ແວ່ງ ເບິ່ງ​ຄື​ວ່າ ຍ​ັງ​ຮັກ​ສາ​ໄວ້​ໄດ້​ເໝືອນ​ເດີມ. ທ່ານ ໂຕ​ກ໋ວກ​ເຮືອງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ນິ​ເວດ​ວິ​ທະ​ຍາ ກົນ​ແວ່ງ ໃຫ້​ຮູ້ວ​່າ : 

    “ ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້ກົນ​ແວ່ງມີ​ຫາດ​ຊາຍ​ທະ​ເລ​ຍາວ 6,8 ກມ ດ້ວຍ​ຄວາມ​ງາມ​ແບບ​ຮົກ​ເຮື້ອ. ເມື່ອ​ເຫັນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ກົນ​ແວ່ງ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ, ຄະ​ນະ​ຄຸ້ມ​ຄອງ​ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ແຕ່​ລະ​ຢ່າງ​ໂດຍ​ລະ​ອຽດ ຄື​ເຮັດ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ​ເປັນ​ປະ​ຈ​ຳ ເພື່ອ​ໃຫ້​ມີ​ຄວາມ​ຂຽວ, ສະ​ອາດ ແລະ ສວຍ​ງາມ, ປິດລ້ອມເຂດ​ອາບ​ນ້ຳ​ທະ​ເລ​ທີ່ຮັບ​ປະ​ກັນ​ປອດ​ໄພ, ຜັນ​ຂະ​ຫຍາຍ​ໜ່ວຍ​ງານ​ກູ້​ໄພ ”

     ຮອດ​ຍາມ​ແລງ, ຖ້າ​ຫາກ​ໄດ້​ຍ່າງ​ເລາະຫຼິ້ນ​ບົນ​ເສັ້ນ​ທາງ​ຄັນ​ຄູ່ທີ່​ຄົດ​ລ້ຽວ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ. ບັນ​ດາ​ເຂດ​ປ່າ​ທີ່​ກ້​ວາງ​ໃຫຍ່ ແລະ ເນື້ອ​ທີ່​ລ້ຽງ​ກຸ້ງ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ​ຂອງ​ເຂດ​ທົ່ງ​ພຽງ ໄດ້​ເພີ່ມ​ສີ​ສັນຫຼາຍ​ຂຶ້ນ​ຍ້ອນ​ແສງ​ຕາ​ເວັນ​ຍາມ​ເຊົ້າ. ກົນ​ແວ່ງ ແມ່ນ​ສະ​ຖານ​ທີ່ ບໍ່​ຄວນ​ພາດ​ໂອ​ກາດ, ຖ້າ​ຫາກ​ເພື່ອນ​ແມ່ນ​ຜູ້​ມັກ​ຄົ້ນ​ຫາ.

ຕອບກັບ

ຂ່າວ/ບົດ​ອື່ນ