ສາງຮັກສາສຳເນົາເອກະສານແຫ່ງຊາດກ່ຽວກັບບັ້ນຮົບດ້ຽນບຽນຝູ໋

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ໋ (7/5/1954 - 7/5/2024) ແລະ 70 ປີ ແຫ່ງວັນເຊັນສັນຍາເຊີແນວ(20/7/1954 - 20/7/2024), ຫວ່າງແລ້ວນີ້ຢູ່ຮ່າໂນ້ຍ ສູນຮັກສາສຳເນົາແຫ່ງຊາດເລກ 3  ກົມເອກະສານ ແລະ ຮັກສາສຳເນົາແຫ່ງລັດ ກະຊວງພາຍໃນ ໄດ້ແນະນຳເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ແລະ ກອງປະຊຸມເຊີແນວ ປີ 1954.  ນີ້ເປັນຄັ້ງທຳອິດທີ່ສາງເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ຖືກນຳມາວາງສະແດງຕໍ່ມວນຊົນ
ສາງຮັກສາສຳເນົາເອກະສານແຫ່ງຊາດກ່ຽວກັບບັ້ນຮົບດ້ຽນບຽນຝູ໋ - ảnh 1ເອກະສານໃນບັ້ນຮົບດ້ຽນບຽນຝູ໋

     ເອກະສານຕົ້ນສະບັບເກືອບ 200 ສະບັບ ກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ແລະ ກອງປະຊຸມເຊີແນວ ໂດຍກົມຮັກສາສຳເນົາແຫ່ງຊາດເລກ 3  ໄດ້ແນະນຳເທື່ອນີ້ ວາດພາບເຖິງສະພາບປະຫວັດສາດ, ການຜັນແປ, ໝາກຜົນ ແລະ ຄວາມໝາຍຂອງສອງເຫດການປະຫວັດສາດທີ່ສຳຄັນນີ້. ເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ່ ລວມມີສະພາວະປະຫວັດສາດ, ຂະບວນວິວັດແຫ່ງການຊີ້ນຳນຳພາ, ການກະກຽມບັ້ນຮົບ, ການຜັນແປ ແລະ ໝາກຜົນຄວາມໝາຍຂອງບັ້ນຮົບ; ຂະບວນວິວັດແຫ່ງກອງທັບ ແລະ ປະຊາຊົນທົ່ວປະເທດສົມທົບກັນຢູ່ສະໜາມຮົບ ດ້ຽນບຽນຝູ໋; ບົດບາດຂອງພົນເອກ ຫວໍງວຽນຢາບ - ຜູ້ບັນຊາການໃຫຍ່ບັ້ນຮົບ; ຫາງສຽງ ແລະ ນ້ຳໃຈຄວາມຮັກແພງຂອງເພື່ອນມິດສາກົນກ່ຽວກັບບັ້ນຮົບ; ນະໂຍບາຍຂອງລັດຖະບານສາທານະລັດປະຊາທິປະໄຕ ຫວຽດນາມ ຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ… ນາງ ເຈິ່ນຫວຽດຮວາ ຫົວໜ້າສູນຮັກສາສຳເນົາແຫ່ງຊາດເລກ 3 ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າແນະນຳບັນດາເອກະສານຈາກການເປີດສາກບັ້ນຮົບດ້ຽນບຽນຝູ໋, ໃນນັ້ນມີບັນດາເອກະສານຂອງ ຫວຽດນາມ ກໍ່ເອກະສານຂອງຕ່າງປະເທດ. ພວກເຮົາສາມາດເຫັນໄດ້ເຖິງບັນດາເອກະສານຊີ້ນຳຂອງລັດ. ລັດຖະບານ, ປະທານ ໂຮ່ຈີມິນ ແລະ ຂະບວນວິວັດແຫ່ງການຜັນແປຂອງບັ້ນຮົບດ້ຽນບຽນຝູ໋”.

    ພ້ອມກັນນັ້ນ ກໍ່ມີບັນເອກະສານກ່ຽວກັບນ້ຳໃຈ ຄວາມປະເອີບໃຈຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນບັ້ນຮົບດ້ຽນບຽນຝຸ໋; ກ່ຽວກັບນຳພາທີ່ປີຊາສາມາດ, ບັນດານະໂຍບາຍຊີ້ຂາດ, ຍຸດທະສາດທີ່ມີໄຫວພິບຂອງພັກ ລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ, ກ່ຽວກັບກຳລັງແຮງາສາມັກຄີ ຄວາມເປັນຈິດໜຶ່ງໃຈດຽວຂອງທົ່ວກອງທັບ ທົ່ວປວງຊົນຕັດສິນໃຈຍາດເອົາໄຊຊະນະໃນການຕໍ່ສູ້ ເພື່ອປົກປັກຮັກສາເອກະລາດແຫ່ງຊາດ. ພັນເອກ ຫງວຽນໂບ້ຍຢ່ອງ ອະດີດນັກວິຊາການຂັ້ນສູງ ຄະນະສະຫຼຸບປະຫວັດສາດສົງຄາມ, ຜູ້ຊ່ວຍວຽກໃຫ້ພົນເອກ ຫວໍງວຽນຢາບ ໃຫ້ຮູ້ວ່າ:

     “ເມື່ອເວົ້າເຖິງບັ້ນຮົບ ດ້ຽນບຽນຝູ໋ ແມ່ນຕ້້ອງເວົ້າເຖິງມະຕິສູນກາງພັກ ເທື່ອທີສອງ. ນີ້ແມ່ນມະຕິພິເສດ ເພາະວ່າເປັນຄັ້ງທຳອິດໄດ້ເວົ້າແຈ້ງເລື່ອງພວກເຮົາເດັດດ່ຽວນຳໃຊ້ມາດຕະການທະຫານ ເພື່ອຍາດຊີງເອົາເອກະລາດແຫ່ງຊາດ. ຕ້ອງມີມະຕິສະບັບນີ້ຈຶ່ງມີບັ້ນຮົບ ດ້ຽນບຽນຝູ໋.”

       ໃນຂະນະນັ້ນເອກະສານກ່ຽວກັບກອງປະຊຸມເຊີແນວ ກ່ຽວກັບການສ້າງສັນຕພາບຄືນໃໝ່ຢູ່ອິນດູຈີນ ປີ 1954 ລວມມີເອກະສານ ຮູບຖ່າຍກ່ຽວກັບສະພາວະປະຫວັດສາດການຜັນແປໝາກຜົນກອງປະຊຸມເຊີແນວ , ຜົນກະທົບ ແລະ ຂະບວນວິວັດແຫ່ງການປະຕິບັດສັນຍາ; ຫາງສຽງາກົນທີ່ມີຕໍ່ກອງປະຊຸມເຊີແນວ… ມາຊົມບັນດາເອກະສານຢູ່ສູນຮັກສາສຳເນົາແຫ່ງຊາດເລກ 3, ທ່ານ ຫງວຽນຮ່າຕຽບ ຢູ່ຮ່າໂນ້ຍ ເປີດເຜີຍວ່າ:

     “ເອກະສານຕົ້ນສະບັບ ໄດ້ຖືກປະກາດນັ້ນແມ່ນສິ່ງທີ່ສຳຄັນ ສຳລັບບໍ່ວ່າຜູ້ໃດທີ່ຢາກຊອກຮູ້ປະຫວັດສາດ. ນີ້ແມ່ນເອກະສານໂດຍພື້ນຖານທີ່ສຸດ ສ່ອງແສງເຖິງຄວາມຈິງໃນໄລຍະປະຫວັດສາດດັ່ງກ່າວ. ຜ່ານນີ້ກໍ່ສາມາດເຫັນໄດ້ເຖິງວຽກງານຮັກສາເອກະສານຂອງ ຫວຽດນາມ ແມ່ນດີພໍສົມຄວນ”.

           ເອກະສານກ່ຽວກັບບັນດາເຫດການໄດ້ຖືກແຕ່ງຂຶ້ນ ໃນຂະບວນວິວັດແຫ່ງການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດທີ່ຂຶ້ນກັບຄື:ສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງແຮງງານ, ກະຊວງພາຍໃນ, ຄະນະກຳມະການຕໍ່ຕ້ານປົກຄອງລະຫວ່າງເຂດສາມ, ຄະນະກຳມະການປົກຄອງເຂດປົກຄອງດ້ວຍຕົນເອງ ເຕິຍບັກ, ຄະນະກຳມະການຕໍ່ຕ້ານປົກຄອງເຂດຕາງ່ານ, ພະແນກຄົມມະນາຄົມ, ຮູບຖ່າຍເອກະສານໃນໄລຍະຕໍ່ຕ້ານຕ້ານຝຣັ່ງ (1946 - 1954) ໃນສາງຮັກສາສຳເນົາເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ໋ ແລະ ກອງປະຊຸມເຊີແນວປີ 1954, ບັນດາເອກະສານໄດ້ຮັບການປັບປຸງ ຈັດສັນແບບວິທະຍາສາດ ແລະ ຮັກສາຢ່າງປອດໄພ ເພື່ອຮັບໃຊ້ບັນດາຄວາມຕ້ອງການນຳໃຊ້ຂອງມວນຊົນ. ສາງເອກະສານນີ້ ແມ່ນຫຼັກຖານທີ່ສຳຄັນປະກອບສ່ວນການຮັບໃຊ້ການຄົ້ນຄວ້າວິທະນາສາດ ກ່ຽວກັບບັນດາເຫດການປະຫວັດສາດ, ການທະຫານ, ການທູດ… ພ້ອມກັນນັ້ນກໍ່ມີຄວາມໝາຍສຶກສາອົບຮົມມູນເຊື້ອຮັກຊາດ ຄວາມສາມັກຄີປົກປັກຮັກສາເອກະລາດແຫ່ງຊາດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ