ກວາງງ້າຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

(VOVWORLD) -ກວາງງ້າຍ ແມ່ນແຂວງນອນຢູ່ເຂດແຄມທະເລພາກກາງຫວຽດນາມ ອີງຫຼັງໃສ່ສາຍພູຫຼວງ, ມຸ່ງໜ້າສູ່ທະເລຕາເວັນອອກ, ຫ່າງຈາກຮ່າໂນ້ຍໄປທາງທິດໃຕ້ປະມານ 883 ກມ

ກວາງງ້າຍມີປູຊະນີຍະສະຖານຫຼາຍແຫ່ງພ້ອມກັບບັນດາທິວທັດທຳມະຊາດທີ່ສວຍສົດງົດງາມ ທັງພູຜາປ່າໄມ້, ທັງເຂດທົ່ງພຽງ ແລະ ທັງເຂດທະເລຫມູ່ເກາະ. ນີ້ແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ສຸດເພື່ອພັດທະນາບັນດາຮູບແບບການທ່ອງທ່ຽວເຊັ່ນ : ການທ່ອງທ່ຽວຈິດວິນຍານ, ທ່ອງທ່ຽວຢູ່ຕາມເຂດປູຊະນີຍະສະຖານປະຫວັດສາດ, ທ່ອງທ່ຽວທຳມະຊາດ ແລະ ທ່ອງທ່ຽວຢູ່ເຂດພັກຜ່ອນບຳລຸງສຸຂະພາບຢູ່ທະເລ.

ກວາງງ້າຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ - ảnh 1ກວາງງ້າຍ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ 

       ເມື່ອເວົ້າເຖິງການທ່ອງທ່ຽວຢູ່ເຂດທະເລພາກກາງ, ແຂກທ່ອງທ່ຽວກໍເຄີຍເວົ້າເຖິງບັນດາຫາດຊາຍທະເລຢູ່ ດານັ້ງ, ຍາຈາງຫຼືວຸ້ງເຕົາ…ແຕ່ພັດຫຼົງລືມບັນດາຫາດຊາຍທະເລທີ່ສວຍງາມ ແຕ່ຍັງຮົກເຮື້ອ ແລະ ດູດດື່ມໃນແຂວງກວາງງ້າຍ. ພ້ອມກັບທິວທັດພູຜາປ່າໄມ້ທີ່ສວຍງາມ, ກວາງງ້າຍມີທ່າໄດ້ປຽບອັນໃຫຍ່ ຫຼວງກ່ຽວກັບການທ່ອງທ່ຽວທະເລ. ຝັ່ງທະເລຢູ່ກວາງງ້າຍຍາມເກືອບ 150 ກມ ດ້ວຍນບັນດາຫາດຊາຍທະເລທີ່ສວຍງາມ ແລະ ມີຄຸນຄ່າເພື່ອພັດທະນາເປັນບັນດາເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບທີ່ດູດດື່ມເຊັ່ນ: ແຄຮາຍ, ມີ້ເຄ, ມິນເຕີນ ແລະ ຊາຮີ່ງ.                                       

   ຫາດຊາຍທະເລມີ້ເຄ ທີ່ຂຶ້ນກັບເມືອງໂກລຸ້ຍ, ຕາແສງຕິ້ງເຄ, ເມືອງເຊີນຕິ້ງ, ຫ່າງຈາກນະຄອນກວາງງ້າຍໄປທາງທິດຕາເວັນອອກ 12 ກມ, ທະເລມີ້ເຄມີລວງຍາວ 7 ກມ, ຢູ່ທາງຫຼັງແມ່ນປ່າຮຽວຂຽວອຸ່ມທຸ່ມ. ຫາດຊາຍທະເລມີ້ເຄພົ້ນເດັ່ນຂຶ້ນດ້ວຍຫາດຊາຍຂາວ, ທະເລບໍ່ມີຄື້ນຟອງແຮງ, ນ້ຳໃສເຢັນ ແລະ ມີອາກາດອົບອຸ່ນຕະຫຼອດປີ. ເຂດໃຈກາງຂອງຫາດຊາຍທະເລ ມີ້ເຄໃນປະຈຸບັນໄດ້ປະກົດມີໂຮງແຮມ, ເຮືອນພັກຫຼາຍແຫ່ງພ້ອມກັບທິວທັດທຳມະຊາດທີ່ສວຍງາມ. ມາທ່ອງທ່ຽວຢູ່ຫາດຊາຍທະເລມີ້ເຄ, ແຂກທ່ອງທ່ຽວຈະໄດ້ສູບເອົາອາກາດທີ່ປອດໂປ່ງຂອງທະເລ, ໄດ້ເຊື່ອມຕົວເຂົ້າກັບທຳມະຊາດຊຶ່ງເປັນການບັນເທົ່າຄວາມອິດເມື່ອຍໃນຊີວິດປະຈຳວັນ. ນາງ ຟຸ່ງມີ້ລວານ, ແຂກທ່ອງທ່ຽວທີ່ມາຈາກຮ່າໂນ້ຍ ເປີດເຜີຍວ່າ : 

    “ ຂ້າພະເຈົ້າໄດ້ໄປຫຼາຍແຫ່ງ, ແຕ່ຍາກທີ່ຈະຫາໄດ້ຢູ່ແຫ່ງໃດທີ່ສາມາດຮັກສາໄດ້ທັດສະນີຍະພາບແບບຮົກເຮື້ອຄືຢູ່ແຫ່ງນີ້. ທິວທັດຢູ່ທະເລແມ່ນສວຍສົດງົດງາມທີ່ສຸດ. ຂ້າພະເຈົ້າຄິດວ່າ ຈະກັບຄືນມາຢາມຫາດຊາຍທະເລນີ້ໃນໂອກາດໜ້າ ”

    ເມື່ອລົງໄປທາງທິດໃຕ້ຂອງແຂວງກວາງງ້າຍອີກ, ແຂກທ່ອງທ່ຽວກໍຈະຮອດຫາດຊາຍທະເລ ຊາຮີ່ງ ທີ່ຂຶ້ນກັບເມືອງດຶກໂຝ, ຫ່າງຈາກນະຄອນກວາງງ້າຍ ປະມານ 60 ກມ. ຊາຮີ່ງແມ່ນຫາດຊາຍທະເລທີ່ສວຍງາມກ່ວາໝູ່ຢູ່ພາກກາງຫວຽດນາມ. ຢູ່ບໍລິເວນທະເລນີ້ ຍັງມີດອນຫີນຫຼາຍດອນທີ່ມີຮູບຮ່າງແຕກຕ່າງກັນ. ນີ້ຍັງແມ່ນເຂດທີີ່ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຫຼາຍຢ່າງທີ່ຍັງບໍ່ທັນໄດ້ຮັບການຄົ້ນຫາເທື່ອ. ທ່ານ ຫງວຽນແທງເຕີນ ພະນັກງານຢູ່ເມືອງ ດຶກໂຝ ໃຫ້ຮູ້ວ່າ :

     “ດຶກໂຝມີຝັ່ງທະເລຍາວເກືອບ 40 ກມ ແລະ ຢູ່ແຫ່ງນີ້ມີປາກທະເລມີ້ອ້າ ແລະ ຊາຮີ່ງ ແລະ ຢູ່ດຶກໂຝຍັງມີຫຼາຍສາຍພູຍາວຮອດທະເລ. ຍ້ອນເຫດນີ້ ໄດ້ສ້າງເປັນທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ມີແຫຼ່ງອາຫານທະເລຢ່າງອຸດົມສົມບູນ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ ຊຶ່ງທາງເມືອງຈະເລັ່ງໃສ່ພັດທະນາການທ່ອງທ່ຽວ, ຂຸດຄົ້ນເສດຖະກິດທະເລຈາກທ່ອງທ່ຽວ”

      ມາທ່ອງທ່ຽວຢູ່ກວາງງ້າຍ, ແຂກທ່ອງທ່ຽວຢາພາດໂອກາດໄປຢ້ຽມຊົມທິວທັດທຳມະຊາດທີ່ງົດງາມອີກແຫ່ງໜຶ່ງ, ນັ້ນແມ່ນນ້ຳຕົກຕາດຈັ້ງຢູ່ຫ່າງຈາກນະຄອນກວາງງ້າຍ 20 ກມໄປທາງທິດຕາເວັນຕົກສ່ຽງໃຕ້ ຊຶ່ງຂຶ້ນກັບຕາແສງແທງອານ, ເມືອງມິນລອງ. ນ້ຳຕົກຕາດນີ້ແມ່ນໄຫຼລົງໜອງນ້ຳເລິກທຳມະຊາດທີ່ເນື້ອທີ່ກ້ວາງນັບຮ້ອຍຕາແມັດ ດ້ວຍນ້ຳໃນໜອງໄສ ແລະ ຂຽວເຢັນ. ນ້ຳຕົກຕາດຈັ້ງແມ່ານສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບບັນດາຜູ້ມັກຮູບແບບທ່ອງທ່ຽວຄົ້ນຫາ. ຊຸມປີມໍ່ໆມານີ້, ນ້ຳຕົກຕາດຈັ້ງ ນັບມື້ນັບດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ທ່ານນາງ ດິງທິຮ່ວາ ພະນັກງານເມືອງມິນລອງ ໃຫ້ຮູ້ວ່າ :

     “ ຊຸມປີກ່ອນນີ້, ຢູ່ແຫ່ງນີ້ຍັງຮົກເຮື້ອເປົ່າວ່າງ. ໂດຍໄດ້ກຳນົດວ່າ ນີ້ແມ່ນແຫ່ງທີ່ມີທ່າແຮງບົ່ມຊ້ອນທາງດ້ານການທ່ອງທ່ຽວ, ພວກຂ້າພະເຈົ້າໄດ້ພະຍາຍາມຂຸດຄົ້ນທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນນີ້ເພື່ອເຮັດແນວໃດດຶງດູດແຂກທ່ອງທ່ຽວມານີ້ນັບມື້ນັບຫຼາຍຂຶ້ນ ”

    ດ້ວຍຄວາມງາມແບບຮົກເຮື້ອໂດຍທຳມະຊາດດົນບັນດານໃຫ້ ແລະ ພ້ອມກັບລະບົບບັນດາປູຊະນີຍະສະຖານ ແລະ ທິວທັດທຳມະຊາດເຂດທະເລ ແລະ ໝູ່ເກາະທີ່ສວຍສົດງົດງາມ, ກວາງງ້າຍໄດ້ ແລະ ພວມເພີ່ມທະວີການລົງທຶນເພື່ອພັດທະນາການທ່ອງທ່ຽວ, ສ້າງກຳລັງດຶງດູດຢ່າງແຂງແຮງສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ກວາງງ້າຍພວມຫັນປ່ຽນ, ປຸກລຸກທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວເພື່ອພັດທະນາການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ