ການທ່ອງທ່ຽວຊຸມຊົນ ນ້ຳນຸງ - ສະຖານທີ່ທ່ອງທ່ຽວ ໃນສວນສາທາລະນະທໍລະນີທົ່ວໂລກດັກນົງ

(VOVWORLD) -   ດ້ວຍມູນເຊື້ອປະຫວັດສາດ ວັດທະນະທຳທີ່ມີມາແຕ່ດົນນານ, ຕາແສງນ້ຳນຸງ ທີ່ເມືອງ ກະຣົງໂນ ໄດ້ຮັບການກຳນົດຈາກແຂວງ ດັກນົງ ວ່າແມ່ນສະຖານທີ່ທ່ອງທ່ຽວໃນສາຍທ່ອງທ່ຽວສວນສາທາລະນະທໍລະນີທົ່ວໂລກ ດັກນົງ. ເມື່ອເປີດທິດທາງເຮັດທ່ອງທ່ຽວຊຸມຊົນ, ພໍ່ແມ່ພີ້ນ້ອງເຜົ່າ ເມີນົງ ຢູ່ທ້ອງຖິ່ນ ທັງສາມາດຮັກສາເສີມຂະຫຍາຍວັດທະນະທຳທີ່ມີມາແຕ່ດົນນານ ທັງເພີ່ມລາຍຮັບປົວແປງຊີວິດການເປັນຢູ່
ການທ່ອງທ່ຽວຊຸມຊົນ ນ້ຳນຸງ - ສະຖານທີ່ທ່ອງທ່ຽວ ໃນສວນສາທາລະນະທໍລະນີທົ່ວໂລກດັກນົງ - ảnh 1ປ້າ ເຮີກະຣົງ ຫາກໍທຳພິທີອວຍພອນເຂົ້າໃໝ່

 ໃນເຮືອນຄົວຂອງຄອບຄົວໜຶ່ງ, ຕໍ່ໜ້າບັນດາເປົາເຂົ້າ ແລະ ກາເຟ, ປ້າ ເຮີກະຣົງ ຢູ່ບ້ານ ຍົກຢູ ຕາແສງນ້ຳນຸງ ພວມທຳພິທີໄຫວ້ບູຊາ ພາວະນາໃຫ້ລະດູການຜະລິດໃຫ້ໄດ້ຮັບຜົນດີ ເຄື່ອງຂອງຖວາຍບູຊາ ມີພຽງເຫຼົ້າໄຫ ໄຫໜຶ່ງ, ໄກ່ຕົ້ນໂຕໜຶ່ງ, ໝາກໄມ້ຈານໜຶ່ງ ແລະ ຜັກທີ່ເອົາມາຈາກສວນ. ປ້າ ເຮີກະຣົງ ໃຫ້ຮູ້ວ່າ ປີທີ່ຜ່ານມາຄອບຄົວໄດ້ເກັບກ່ຽວເຂົ້າໄດ້ 40 ເປົາ, ກາເຟແກ່ນສອງກວ່າໂຕນ ດັ່ງນັ້ນ ການດຳລົງຊີວິດກໍ່ພໍກີນພໍຢູ່. ການທຳພິທີໄຫວ້ບູຊາເຂົ້າໃໝ່ກໍ່ແມ່ນສິ່ງທີ່ຂາດບໍ່ໄດ້ ໃນວັດທະນະທຳຂອງຊາວເຜົ່າ ເມີນົງ ເພື່ອພາວະນາໃຫ້ປີໃໝ່ຊີວິດການເປັນຢູ່ຈະຈົບງາມກວ່າເກົ່າ. ປ້າ ເຮີກະຣົງ ໃຫ້ຮູ້ວ່າ:

    “ພິທີອວຍພອນເຂົ້າໃໝ່ ພາຍຫຼັງໄດ້ເກັບກ່ຽວສຳເລັດແລ້ວ ກໍ່ຂົນເຂົ້າໄປເຮືອນ, ຕ້ອນຮັບວິນຍານຂອງເຂົ້າມາ, ປັດຈຸບັນໄດ້ມີກາເຟອີກແລ້ວ. ນຳເອົາເຄື່ອງຮັບໃຊ້ກະສິກຳມາເຮືອນ ເພື່ອຕ້ອນຮັບເທວະດາເຂົ້າມາ ເພື່ອພາວະນາໃຫ້ສຸຂະພາບຂອງທຸກໆໃນຄອບຄົວເຂັ້ມແຂງ ບໍ່ເຈັບບໍ່ເປັນປີໃໝ່ຈະທຳມາຫາກິນ ໄດ້ຮັບຜົນດີ ການປູກເຂົ້າ ແລະ ກາເຟ ກໍ່ບັນລຸສະມັດທະພາບສູງ”.

ການທ່ອງທ່ຽວຊຸມຊົນ ນ້ຳນຸງ - ສະຖານທີ່ທ່ອງທ່ຽວ ໃນສວນສາທາລະນະທໍລະນີທົ່ວໂລກດັກນົງ - ảnh 2ຊາວບ້ານນ້ຳນຸງມ່ວນຊື່ນໃນງານບຸນ

    ພິທີໄຫວ້ບູຊາເຂົ້າໃໝ່ ພາວະນາໃຫ້ສຸຂະພາບທຸກໆຄົນໃນຄອບຄົວມີຄວາມເຂັ້ມແຂງ  ຫຼື ໃນງານບຸນຂອງໝູ່ບ້ານ ກໍ່ໄດ້ທຳການສະແດງຄ້ອງ ຂັບລຳທຳເພງ ນີ້ກໍ່ແມ່ນຈຸດວັດທະນະທຳອັນເປັນປະເພນີທີ່ດີງາມ ເຊິ່ງຊາວເຜົ່າ ເມີນົງ  ຢູ່ຕາແສງ ນ້ຳນຸງ ຍັງຮັກສາໄວ້. ພ້ອມກັນນັ້ນ ພໍ່ແມ່ພີ່ນ້ອງຊາວບ້ານກໍ່ຍັງຮັກສາອາຊີບຫັດຖະກຳ ຄື ຕຳແຜ່ນແພພື້ນເມືອງ, ເຮັດເຄື່ອງຈັກສານ... ນັກສິລປະການ ອີຍານ ຢູ່ບ້ານ ຍົກຢູ ຕາແສງ ນ້ຳນຸງ ໃຫ້ຮູ້ວ່າ:

      “ວຽກງານຂອງຂ້າພະເຈົ້າແມ່ນເຮັດເຄື່ອງຈັກສານ ແລະ ຕີເຫຼັກເຮັດເຄື່ອງມືກະສິກຳ. ສຳລັບວຽກງານີ້ ຂ້າພະເຈົ້າກໍ່ໄດ້ສະຫຼະເວລາ ເມື່ອມີເວລາຫວ່າງ ພາຍຫຼັງໄດ້ກັບຈາກການເຮັດໄຮ່ ແລະ ປູກກາເຟ ເພື່ອຮັກສາອາຊີບທີ່ມີມາແຕ່ດົນນານຂອງຄອບຄົວ”.

      ເພື່ອປຸກລຸກບັນດາຄວາມງາມ ວັດທະນະທຳອັນເປັນປະເພນີຂອງບັນດາເຜົ່າ ໃນປີທີ່ຜ່ານມາ ອຳນາດການປົກຄອງຕາແສງ ນ້ຳນຸງ ໄດ້ໜູນຊ່ວຍປະຊາຊົນພັດທະນາການທ່ອງທ່ຽວຊຸມຊົນເທື່ອລະກ້າວ. ທ່ານ ອີເກຣວ ຮອງນາຍບ້ານ ຍົກຢູ ໃຫ້ຮູ້ວ່າ ພໍ່ແມ່ປະຊາຊົນ ໄດ້ສ້າງຕັ້ງບັນດາກຸ່ມເຮັດໂຮມສະເຕ, ກຸ່ມປຸງແຕ່ງອາຫານ, ກຸ່ມສະແດງວັດທະນະທຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ບັນດາສະຫະກອນຕ່ຳແຜ່ນແພພື້ນເມືອງ, ສະຫະກອນເຮັດເຫຼົ້າໄຫ ກໍ່ໄດ້ມີຫຼາຍຜະລິດຕະພັນຂາຍອອກສູ່ຕະຫຼາດ.ທ່ານ ອີເກຣວ ໃຫ້ຮູ້ວ່າ:

       “ເມື່ອສ້າງຕັ້ງຮູບແບບທ່ອງທ່ຽວ, ທີໜຶ່ງ ແມ່ນມີຄວາມຫວັງຢາກຮັກສາສີສັນວັດທະນະທຳຂອງເຜົ່າຕົນ, ທີສອງ ແມ່ນອະນຸລັກຮັກສາອາຊີບຫັດຖະກຳຄື ເຮັດເຄື່ອງຈັກສານ, ຕ່ຳແຜ່ນແຜພື້ນເມືອງ... ພ້ອມທັງຮັກສາເຍື່ອງອາຫານຂອງບັນດາເຜົ່າ ແລ້ວກໍ່ໂຄສະນາຜະລິດຕະພັນກະເສດຂອງຕົນ ຄື ກາເຟ, ໝາກໄມ້, ຜັກສະອາດ ເພື່ອຮັບໃຊ້ແຂກທ່ອງທ່ຽວ ອັນໄດ້ນຳລາຍຮັບມາສູ່ປະຊາຊົນ”.

     ຕາແສງ ນ້ຳນຸງ ແມ່ນຖານທີ່ໝັ້ນໃນສະໄໝວິລະຊົນ ຈາງລຶງ ທຳການລຸກຮື້ຂຶ້ນຕ້ານພວກ ຝະລັ່ງ. ນີ້ຍັງແມ່ນແຫ່ງມີຖານທີ່ໝັ້ນປະຕິວັດ ໃນການຕໍ່ຕ້ານກູ້ຊາດຄັ້ງຕ່າງໆ ເຊິ່ງໄດ້ຖືກຢັ້ງຢືນແມ່ນສະຖານທີ່ປະຫວັດສາດປະຕິວັດລະດັບຊາດ. ດັ່ງນັ້ນຖານທີ່ໝັ້ນ ນ້ຳນຸງ ແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດ ທັງເປັນສະຖານທີ່ມໍລະດົກຮັບໃຊ້ແຂກທ່ອງທ່ຽວ ໃນການເດີນທາງມາທ່ອງທ່ຽວຢູ່ແຫ່ງນີ້. ຕາມທ່ານນາງ ເຮີເທືອງ ຮອງປະທານຄະນະກຳມະການຕາແສງ ນ້ຳນຸງ ແລ້ວ  ສະຖານທີ່ປະຫັວດສາດປະຕິວັດ, ບັນດາທິວທັດທຳມະຊາດ ພ້ອມກັບສີສັນວັດທະນະທຳອັນເປັນປະເພນີຂອງບັນດາເຜົ່າ ກໍ່ແມ່ນທ່າໄດ້ປຽບ ເພື່ອໃຫ້ທ້ອງຖິ່ນເປີດທິດທາງພັດທະນາການທ່ອງທ່ຽວ. ທ່ານ ນາງ ເຮີເທືອງ ເວົ້າວ່າ:

      “ຄວາມສະດວກທີ່ສຸດ ສຳລັບຮູບແບບທ່ອງທ່ຽວຊຸມຊົນນີ້ ແມ່ນຢູ່ຕາແສງ   ມີນັກສິລະປະການຫຼາຍຄົນກ່ຽວກັບຄ້ອງ, ຕ່ຳແຜ່ນແຜພື້ນເມືອງ ເຮັດເຄື່ອງຈັກສານ ແລະ ສິລະປິນຂັບລຳທຳເພງພື້ນເມືອງ ຂັບກອນລຳ ແລະ ຕາມຂ້າພະເຈົ້າແລ້ວ ພໍ່ແມ່ປະຊາຊົນຈະພັດທະນາການທ່ອງທ່ຽວຢູ່ທີ່ນີ້ ເທື່ອລະກ້າວ”.

       ໃນໄລຍະທີ່ຜ່ານມາ ໄດ້ມີນັກທ່ອງທ່ຽວຫຼາຍຄະນະມາທ່ອງທ່ຽວຢູ່ນ້ຳນຸງ ແລະ ມີຜະລິດຕະພັນເຄື່ອງຕ່ຳແຜ່ນແພພື້ນເມືອງ ແລະ ເຫຼົ້າໄຫ ຈຳນວນໜຶ່ງຂອງພໍ່ແມ່ພີ່ນ້ອງ ກໍ່ໄດ້ຖືກຂາຍໃຫ້ບັນດາທ້ອງຖິ່ນຢູ່ອ້ອມຂ້າງ ແລະ ແຂກທ່ອງທ່ຽວ. ນີ້ກໍ່ແມ່ນສັນຍານທີ່ດີ ກ່ຽວກັບປະຊາຊົນຢູ່ແຫ່ງນີ້ ສາມາດເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ເພື່ອກໍ່ສ້າງນ້ຳນຸງ ກາຍເປັນສະຖານທີ່ທ່ອງທ່ຽວໃນການເດີນທາງທ່ອງທ່ຽວສວນສາທາລະນະທໍລະນີທົ່ວໂລກດັກນົງ.

ຕອບກັບ

ຂ່າວ/ບົດ​ອື່ນ