ຄົ້ນຫາ ວັດຊອມຣົງ ຢູ່ແຂວງ ຊັອກຈັງ

(VOVWORLD) -ແຂວງ ຊັອກຈັງ ມີວັດ 92 ວັດ ຂອງພໍ່ແມ່ພີ່ນ້ອງ ເຜົ່າ ຂະແມ, ໃນນັ້ນຕ້ອງເວົ້າເຖິງ ວັດຊອມຣົງ ເພາະວ່ານີ້ແມ່ນວັດມີຄວາມງາມທີ່ໃຫຍ່ໂຕມະໂຫຖານດ້ວຍສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ. ວັນທີ 13 ເມສາ ທີ່ຜ່ານມາ ຄະນະກຳມະການປະຊາຊົນແຂວງ ຊັອກຈັງ ຫາກໍ່ອອກຂໍ້ຕົກລົງຮັບຮອງ ວັດຊອມຣົງ ແມ່ນສະຖານທີ່ທ່ອງທ່ຽວຂອງແຂວງ.
ຄົ້ນຫາ ວັດຊອມຣົງ ຢູ່ແຂວງ ຊັອກຈັງ - ảnh 1ປະຕູໂຂງຂອງວັດຊອມຣົງ

     ຫຼຽວເບິ່ງຈາກບ່ອນສູງ, ວັດຊອມຣົງ ຖືກຕ້ັ້ງຢູ່ເນື້ອທີ່ດິນທີ່ກວ້າງໃຫຍ່ ຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນໄມ້ຂຽວ  ແລະ ມີບັນດາກິດຈະກຳຍ່ອຍທີ່ໃຫຍ່ໂຕ ເຊິ່ງພົ້ນເດັ່ນແມ່ນຮູບປັ້ນພະພູດທະເຈົ້ານອນຍັກໃຫຍ່. ບໍ່ຜູ້ໃດທີ່ໄດ້ມາວັດກໍ່ລ້ວນແຕ່ຕົກສະເງິຕໍ່ໜ້າຄວາມງາມທີ່ໃຫຍ່ໂຕມະໂຫຖານປຽບເໝືອນຫໍຜາສາດ ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຄືຫຼົງທາງໃນແດນສະຫວັນ. ເມື່ອໄປຮອດວັດກໍ່ເຫັນປະຈັກຕາປະຕູໂຂງຂອງວັດ ຖືກປະດັບປະດາດ້ວຍລວດລາຍ ເຊິ່ງມີບັນດາສັນຍາລັກທາງດ້ານວັດທະນະທຳເຜົ່າ ຂະແມ ຄື ງູວິເສດນາກາ, ນົກວິເສດ ກະຣຸດ, ລວດລາຍພື້ນເມືອງ… ຖືກຟອກຄຳປິວ. ເດີນຜ່ານປະຕູໂຂງປະມານ 100 ແມັດ ກໍ່ຈະຮອດເຂດໃຫຍ່ຂອງວັດ, ລຽບຕາມສອງຝາກທາງຖືກປົກຄຸມໄປດ້ວຍຮົ່ມເຢັນຂອງບັນດາຕົ້ນໄມ້ໃຫຍ່. ທາງສອງເບື້ອງເຂົ້າໄປຫໍບູຊາໃຫຍ່ ກໍ່ແມ່ນຮູບສິງໂຕ ພວມຢືນເວນຍາມຮັກສາປະຕູ ແລະ ປ້ອງກັນພະພຸດທະເຈົ້າ. ຢູ່ຕາມຝາ ແລະ ເພດານຂອງຫໍບູຊາໃຫຍ່ ແມ່ນບັນດາຮູບຝາຜະໜັງ ເຊິ່ງພັນລະນາກ່ຽວກັບຊີວິດຂອງພະພຸດທະເຈົ້າ. ຢູ່ຕາມແທ່ນບູຊາກໍ່ມີຮູບປັ້ນພະພຸດທະເຈົ້າຫຼາຍຮູບ ໃນນັ້ນມີພະພຸດທະຮູບສອງຮູບ ຖືກເຮັດດ້ວຍຕົ້ນໄມ້ໃນປີດຳເນີນການກໍ່ສ້າງວັດ 1785. ເນື້ອທີ່ວັດແມ່ນປະມານ 5 ເຮັກຕາ. ພະອາຈານ ເລິມບິ່ງແທັງ ຮອງເຈົ້າອະທິການ ວັດຊອມຣົງ ໃຫ້ຮູ້ວ່າ:

      “ວັດມີຫໍບູຊາໃຫຍ່, ຫໍບູຊາ ບ໋າວທາບ ແມ່ນບ່ອນເຕົ້າໂຮມອັດຖິຂອງພຸດທະສາສະນິກກະຊົນ ກໍ່ຄືອັດຖິຂອງບັນດາພະພິກຂຸເຊິ່ງເປັນເຈົາອະທິການວັດນັບແຕ່ກ່ອນເປັນຕົ້ນມາ, ມີສາລາ ແມ່ນບ່ອນເຕົ້າໂຮມບັນດາພຸດທະສາສະນິກກະຊົນ ມາໄຫວ້ບູຊາ ແລະ ກໍ່ແມ່ນບ່ອນຕ້ອນຮັບແຂກ... ນອກຈາກນັ້ນກໍ່ມີຮູບປັ້ນພະພຸດທະເຈົ້ານອນ ຖືກກໍ່ສ້າງເມື່ອປີ 2018 ແມ່ນພະພຸດທະຮູບໃຫຍ່ທີ່ສຸດຢູ່ ຫວຽດນາມ”.

     ວັດຊອມຣົງ ຍັງເກັບຮັກສາສອງໂງ່ນຫີນທີ່ມະຫັດສະຈັນ ເຊິ່ງບໍ່ຖືກຈົມໃຕ້ນ້ຳ ຖືກວາງຢູ່ກ້ອງແທ່ນບູຊາພະພຸດທະເຈົ້າທີ່ຫ້ອງສາລາ. ສອງໂງ່ນຫີນນີ້ ຖືກພະອາຈານໃຫຍ່ ຫຼີດຶກ ເຈົ້າອະທິການວັດ ຊອມຣົງ ເອົາມາຈາກ ກຳປູເຈຍ ເມື່ອປີ 2018. ຈຸດທີ່ພົ້ນເດັ່ນໃນບໍລິເວນວັດແມ່ນຮູບປັ້ນພະພຸດທະເຈົ້າປະລິນິບພານຢູ່ກາງແຈ້ງ  ດ້ວຍຂະໜາດໃຫຍ່ຍາວ 63 ແມັດ ສູງ 22,5 ແມັດ ຕັ້ງດ້ວຍລວງສູງປະມານ 28 ແມັດ ເມື່ອທຽບໃສ່ໜ້າດິນ ແລະ ມີນ້ຳໜັກ 400 ໂຕນ. ລຸງ ເຈິ່ນວັນອານ ແຂກທ່ອງທ່ຽວມາຈາກແຂວງ ແຄັງຮວ່າ ໃຫ້ຮູ້ວ່າ:

     “ຮູບປັ້ນພະພຸດທະເຈົ້າພວມນອນໃນບໍລິເວນທີ່ກວ້າງໃຫຍ່ ແລະ ສັກສິກ. ຂ້າພະເຈົ້າຍັງບໍ່ທັນເຫັນພະພຸດທະຮູບໃດ ທີ່ຍັກໃຫຍ່ເຊັ່ນນັ້ນ. ຂ້າພະເຈົ້າເຫັນວ່າ ວັດນີ້ແມ່ນວັດທີ່ເກົ່າແກ່ ໃຫຍ່ໂຕມະໂຫຖານ. ແນ່ນອນວ່າ ຂ້າພະເຈົ້າພ້ອມດ້ວຍຄອບຄົວ ຈະມີໂອກາດມາຢາມວັດນີ້ອີກຫຼາຍຄັ້ງ”.

     ໃນບໍລິເວນ ວັດຊອມຣົງ ຍັງມີຫໍສະໝຸດດ້ວຍປຶ້ມ 1.500 ຫົວ ເພື່ອຮັບໃຊ້ຄວາມຕ້ອງການທາງດ້ານວັດທະນະທຳຂອງພວກນັກຮຽນ, ປະຊາຊົນ ແລະ ພໍ່ແມ່ພີ່ນ້ອງຊາວພຸດຢູ່ທ້ອງຖິ່ນ. ນາງ ຮວິ່ງທິຍືແອັ໊ງ ແຂກທ່ອງທ່ຽວມາຈາກແຂວງ ຕ່ຽນຢາງ ເປີດເຜີຍວ່າ:

      “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມວັດ. ຂ້າພະເຈົ້າເຫັນວ່າວັດມີເນື້ອທີ່ກວ້າງໃຫຍ່ ແລະ ເປັນໜ້າປະທັບໃຈ ແມ່ນຮູບປັ້ນພະພຸດທະເຈົ້ານອນທີ່ຍັກໃຫຍ່ສູງ. ແນ່ນອນວ່າຂ້າພະເຈົ້າພ້ອມດ້ວຍຄອບຄົວເມື່ອມີໂອກາດ ຈະມາຢ້ຽມຢາມວັດອີກຫຼາຍຄັ້ງ”.

      ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ ປຽບເໝືອນຫໍຜາສາດ, ວັດຊອມຣົງ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊືໃນແຂວງ ຊັອກຈັງ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ໄດ້ມາວັດເພື່ອໄຫວ້ບູຊາ ແລະ ຄົ້ນຫາບັນດາສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳສິລະປະ ສະຖາປັດຕະຍະກຳທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ.

ຕອບກັບ

ຂ່າວ/ບົດ​ອື່ນ