ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ບ້ານ ມ່ຽນ.

(VOVWORLD) -ຫວ່າງແລ້ວນີ້, ພະແນກທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ບາວີ່ ຫາກໍ່ຈັດພິທີປະກາດສະຖານທີ່ທ່ອງທ່ຽວຊຸມຊົນບ້ານ ມ່ຽນ ຢູ່ຕາແສງ ບາວີ່ ຮ່າໂນ້ຍ. ດ້ວຍທ່າໄດ້ປຽບແມ່ນແຫ່ງທີ່ມີຕົ້ນຢາສະໝູນໄພ, ບ້ານ ມ່ຽນ ກາຍເປັນສະຖານທີ່ເປັນໜ້າຈັບໃຈ ເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາການບໍລິການເບິ່ງແຍງສຸຂະພາບດ້ວຍຢາພື້ນເມືອງ
ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ບ້ານ ມ່ຽນ. - ảnh 1ພິທີປະກາດສະຖານທີ່ທ່ອງທ່ຽວຊຸມຊົນບ້ານ ມ່ຽນ ຢູ່ ບາວີ່ ຮ່າໂນ້ຍ

    ໂດຍຫ່າງຈາກນະຄອນຫຼວງຮ່າໂນ້ຍປະມານ 60 ກິໂລແມັດ, ບ້ານ ມ່ຽນ ນອນຢູ່ທາງກ້ຳຕາເວັນຕົກຂອງພູ ບາວີ່ ເຊິ່ງມີຫຼາຍຮ່ອມພູ ນ້ຳຕົກຕາດ ແລະ ມີປ່າສະຫງວນແຫ່ງຊາດ ບາວີ່. ຢູ່ແຫ່ງນີ້ມີເນື້ອທີ່ພຶກສາຊາດທີ່ກວ້າງໃຫຍ່ ພວມໄດ້ຮັບການປົກປັກຮັກສາຈາກທ້ອງຖິ່ນ. ຊຸມຊົນໃນບ້ານ ມ່ຽນ ສ່ວນຫຼາຍແມ່ນຊາວຢ້າວ. ນັບແຕ່ໃດໆມາປະຊາຊົນຢູ່ແຫ່ງນີ້ດຳລົງຊີວິດຕົ້ນຕໍແມ່ນອາໄສພູຜາປ່າໄມ້ເພື່ອປູກມັນສາຄູ, ເກັບ ແລະ ປຸງແຕ່ງຢາສະໝູນໄພ. ປັດຈຸບັນມີປະມານຫຼາຍກວ່າ 80% ຄອບຄົວທຳການປູກປຸງແຕ່ງປິ່ນປົວພະຍາດຈາກຕົ້ນຢາສະໝູນໄພຢູ່ພູ ບາວີ່. ຄວາມປະທັບໃຈທຳອິດຂອງແຂກທ່ອງທ່ຽວເມື່ອມາຢາມບ້ານ ມ່ຽນ ແມ່ນບັນຍາກາດປອດໂປ່ງມີຄວາມສະຫງົບງຽບ. ນາງ ຈ້ຽວທິຢຸງ ແພດພື້ນເມືອງໃຫ້ຮູ້ວ່າ:

     “ອາຊີບເຮັດຢາພື້ນເມືອງ ເມື່ອກ່ອນນີ້ແມ່ນຍ້ອນຢູ່ເທິງພູ ປະຊາຊົນບໍ່ມີເງື່ອນໄຂໄປໂຮງໝໍ ດັ່ງນັ້ນພໍ່ແມ່ປະຊາຊົນກໍ່ນຳໃຊ້ຕົ້ນຢາສະໝູນໄພຈາກທຳມະຊາດ ເພື່ອປິ່ນປົວພະຍາດໃຫ້ຄອບຄົວຂອງຕົນ ແລະ ຊຸມຊົນແລ້ວກໍ່ສືບທອດຈາດຄົນລຸ້ນນີ້ສູ່ຄົນລຸ້ນອື່ນ”.

     ຖ້າຫາກວ່າເມື່ອກ່ອນນີ້  ຊາວເຜົ່າຢ້າວ ພຽງແຕ່ເອົາຕົ້ນຢາສະໝູນໄພຢູ່ໃນປ່າ ໄປຕົ້ມນ້ຳເພື່ອອາບໃນຍາມທ້າຍປີ ເພື່ອຕ້ອນຮັບປີໃໝ່ ຫຼື ສະຫງວນໃຫ້ແຂກຜູ້ທີ່ມີກຽດມາເຮືອນ, ແຕ່ມາຮອດປັດຈຸບັນ ຊາວບ້ານ ມ່ຽນ ໄດ້ຫັນການອາບນ້ຳຢາສະໝູນໄພ ກາຍເປັນຜະລິດຕະພັນທີ່ເປັນເອກະລັກ ເພື່ອຮັບໃຊ້ແຂກທ່ອງທ່ຽວ.

     “ພາຍຫຼັງທີ່ໄດ້ມາຄົ້ນຫາຢູ່ແຫ່ງນີ້, ຂ້າພະເຈົ້າຮູ້ສຶກສະຫວາດສະເຫວີຍ ແລະ ສະບາຍໃຈ. ຢູ່ບ່ອນນີ້ ພວກເອື້ອຍຍັງນວດໃຫ້ເຮົາໃນເວລາແຊ່ຕີນ ອັນໄດ້ເຮັດໃຫ້ເລືອດລົມດີ ແລະ ຮູ້ສຶກແຂງແຮງ”.

     ບ້ານ ມ່ຽນ ຍັງດຶງດູດແຂກທ່ອງທ່ຽວດ້ວຍບັນດາເຍື່ອງອາຫານທີ່ປຸງແຕ່ງຈາກ  ຕົ້ນຢາສະໝູນໄພຂອງຊາວເຜົ່າຢ້າວ. ຊາວບ້ານ ມ່ຽນ ໄດ້ນຳຕົ້ນຢາພື້ນເມືອງເຂົ້າໃນການປຸງແຕ່ງບັນດາເຍື່ອງອາຫານ ອັນໄດ້ສ້າງລົດຊາດທີ່ເປັນເອະກລັກສະເພາະທາງດ້ານອາຫານການກິນຂອງຊາວເຜົ່າຢ້າວ. ນາງ ຫຼີທິເຫວະ ຊາວບ້ານ ມ່ຽນ ເປີດເຜີຍວ່າ:

    “ພໍ່ແມ່ພີ່ນ້ອງໄດ້ນຳໃຊ້ຕົ້ນຢາສະໝູນໄພ ແລະ ບັນດາເຍື່ອງອາຫານທີ່ປຸງແຕ່ງຈາກຕົ້ນຢາສະໝູນໄພ. ຍົກຕົວຢ່າງຄືເຍື່ອງອາຫານ ບັ໊ນໄຢ່ ຂອງເຜົ່າຢ້າວ ຖືກເຮັດຈາກໃບໄມ້ ເພື່ອສ້າງເປັນສີສັນທີ່ງາມຕາ ແລະ ກໍ່ເປັນການດີຕໍ່ສຸຂະພາບ. ສ່ວນເຍື່ອງອາຫານເຂົ້າໜຽວຕົ້ມກັບໝາກອຶ, ຂີງ ແລະ ໄກ່ລາດ ກໍ່ເປັນການດີທີ່ສຸດຕໍ່ສຸຂະພາບຂອງແມ່ຍິງ ພາຍຫຼັງປະສູດລູກ”.

     ເມື່ອໄດ້ຊີມເຍື່ອງອາຫານທີ່ປຸງແຕ່ງຈາກຕົ້ນຢາສະໝູນໄພ, ນາງ ມາຍລຽນ ແຂກທ່ອງທ່ຽວມາຢາມບ້ານ ມ່ຽນ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າມີຄວາມປະທັບໃຈ ເມື່ອທຸກສິ່ງທຸກຢ່າງຢູ່ແຫ່ງນີ້ ແມ່ນມີລັກສະນະຮົກເຮື້ອ ແລະ ພິເສດອາຫານການກິນຢູ່ນີ້ ເປັນໜ້າແປກປະຫຼາດ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ພາເຂົ້າຂອງຊາວເຜົ່າຢ້າວ, ພິເສດ ສຳລັບແຕ່ລະເຍື່ອງອາຫານເຂົາເຈົ້າກໍ່ແນະນຳກ່ຽວກັບເລື່ອງລາວ ຕົ້ນກຳເນີດຂອງເຍື່ອງອາຫານນີ້”.

     ໃຫ້ຂໍ້ສັງເກດກ່ຽວກັບຮູບແບບທ່ອງທ່ຽວຊຸມຊົນຢູ່ບ້ານ ມ່ຽນ, ທ່ານ ຫວູວັນຕວຽນ ຜູ້ອຳນວຍການໃຫຍ່ Travelogy ແບ່ງປັນວ່າ:

    “ຂ້າພະເຈົ້າຖືວ່າ ນີ້ແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແໜງທ່ອງທ່ຽວ ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ຍ້ອນວ່າຍາກທີ່ຈະຫາໄດ້ຢູ່ແຫ່ງໃດຢູ່ໃກ້ນະຄອນຫຼວງ ຮ່າໂນ້ຍ ພັດມີທັດຊະນີຍະພາບ ແລະ ທີ່ຕັ້ງງາມຄືບ້ານ ມ່ຽນ. ຢູ່ແຫ່ງນີ້ມີພູຜາປ່າໄມ້ອຸດົມສົມບູນຂອງຊາວເຜົ່າຢ້າວ. ຫຼາຍປີມານີ້ຫຼາຍເສັ່ນຄົນເຂົາເຈົ້າໄດ້ສ້າງຊື່ສຽງຮຽງນາມໃຫ້ດິນແດນທີ່ເປັນອູ່ຕົ້ນຢາສະໝູນໄພ”.

      ການທ່ອງທ່ຽວຢູ່ບ້ານ ມ່ຽນ ແມ່ນຮູບແບບທ່ອງທ່ຽວຊຸມຊົນ ຕິດພັນກັບຄຸນຄ່າອັນເປັນປະເພນີຂອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນນະຄອນຫຼວງ.ນີ້ກໍ່ແມ່ນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເມືອງ ບາວີ່ ເວົ້າສະເພາະປະກອບສ່ວນສ້າງບັນດາຜະລິດຕະພັນ ແລະ ຮູບແບບທ່ອງທ່ຽວຂອງ ຮ່າໂນ້ຍ ເວົ້າລວມເປັນຫຼາຍຮູບຫຼາຍສີ, ຈາກນັ້ນກໍ່ເປັນການຊຸກຍູ້ເສດຖະກິດໃຫ້ພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ