ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ

(vovworld) - ໄຕ​ທຽນ, ເຊິ່ງ​ແມ່ນດິນ​ແດນແຫ່ງ​ພະ​ພຸດທະ​ເຈົ້າ, ແມ່ນ​ບ້ານ​ເກີດ​ຂອງ ດ້າວ​ເມົ໋າ (ເຈົ້າ​ແມ່) ​ຕັ້ງ​ຢູ່​ເມືອງ​ຕາມ​ດາວ, ແຂວງວິ້ງ​ຟຸກ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໄຕ​ທຽນ​ ໄດ້​ກາຍ​ເປັນທີ່​ຮູ້​ຈັກ​ຂອງ​ຊາວ​ຫວຽດ​ນາມຫຼາຍ​ລຸ້ນ​ຄົນ. ໃນ​ເມື່ອ​ກ່ອນ, ເສັ້ນ​ທາງ​ໄປ​ຍັງ​ໄຕ​ທຽນ​ແມ່ນ​ທຸ​ລະ​ກັນ​ດານຫຼາຍ, ຕ້ອງຂ້າມ​ພູ​ສູງ​, ຄ້ອຍຊັນ, ເຫວ​ເລິກ. ແຕ່​ປະ​ຈຸ​ບັນ, ເສັ້ນ​ທາງ​ໄປ​ຍັງ​ຈອມ​ພູ​ໄຕ​ທຽນມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ ຍ້ອນ​ມີ​ລະ​ບົບ​ກະ​ເຊົ້າຂົນ​ສົ່ງ​ແຂກທ່ອງ​ທ່ຽວ. ເມື່ອ​ໄດ້​ເຫັນ​ຄວາມ​ງາມ​ຢູ່​ທີ່ນີ້, ຜູ້​ໄປ​ນະ​ມັດ​ສະ​ການ​ຈະ​ຮູ້​ສຶກ​ມີ​ຄວາມ​ສະ​ຫວາດ​ສະ​ເຫວີຍ. ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍງາມ​ຂອງ​ໄຕ​ທຽນ.

ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ - ảnh 1

ທັດສະນີຍະພາບທີ່ສວຍງາມຢູ່ດິນແດນແຫ່ງພະພຸດທະເຈົ້າໄຕທຽນ

(ພາບ: ອິນເຕີແນດ)

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຍາມ​ໃດ​ໄຕ​ທຽນ​ ກໍ່​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ຜູ້​ໄປ​ນະ​ມັດ​ສະ​ການຈາກ​ທຸກ​ສາ​ລະ​ທິດ​ມາ​ດິນ​ແດນ​ແຫ່ງ​ພະ​ພຸດ​ທະ​ເຈົ້າ​ເປັນ​ຈຳ​ນວນຫຼວງຫຼາຍ. ໄຕ​ທຽນ ແມ່ນ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ສວຍ​ງາມ ແມ່ນ​ແຫ່ງ​ປະ​ສົມ​ປະ​ສານ​ລະ​ຫວ່າງວັດ​ທະ​ນະ​ທຳ​​ເຊື່ອ​ຖື​ພະພຸດ​ທະ​ເຈົ້າ ກັບ​​ຄວາມນັບ​ຖື​ເ​ຈົ້າ​ແມ່ຂອງ​ຊາວ​ຫວຽດ​ນາມ. ເຖິງວ່າ​ຜ່ານ​ການ​ເວ​ລາ​ນັບຫຼາຍ​ສະ​ຕະ​ວັດ​ແລ້ວ​ກໍ່​ຕາມ, ແຕ່​ໄຕ​ທຽນ ຍັງ​ຄົງ​ຮັກ​ສ​າທິວ​ທັດ​ທຳ​ມະ​ຊາດ​ອັນ​ມະ​ຫັດ​ສະ​ຈັນ ແລະ ສວຍ​ງາມ​ໄວ້​ໄດ້. ມາ​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຍ່າງ​ລຽບ​ຕາມ​ຫ້ວຍນ້ຳທີ່​ສົດ​ໃສເພື່ອ​ໄປ​ເຖິງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​​ຄື: ຫາດ​ຫີນ​ລ່ຽນ (ຫາດ​ຫີນຕິດ​ກັນ), ຫ້ວຍ ໂຕ໋ຍ (ຫ້ວຍ​ມືດ​ມົວ), ຕາດ​ຈ່ອຍ​ແຈ (ຕາດ​ຕູບ​ໄຜ່), ຕາກ​ບາກ (ຕາກ​ເງິນ) 5 ຊັ້ນ, ຫ້ວຍ​ບາກ (ຫ້ວຍ​ເງິນ), ຫ້ວຍ​ຫວ່າງ (ຫ້ວຍ​ຄຳ), ຫ້ວຍ​ຢາຍອ​ວານ (ຫ້ວຍ​ແກ້ຄວາມ​ອະ​ຍຸ​ຕິ​ທຳ), ວິ​ຫານ​ໂກ (ວິ​ຫານ​ສາວ), ວິ​ຫານ​ເກົ້າ (ວິ​ຫານ​ບ່າວ), ວິ​ຫານ​ເທື້ອງ​ໄຕ​ທຽນ… ໃນ​ນັ້ນ​ສະ​ຖານ​ທີ່​ຕົ້ນ​ຕໍ່​ນັ້ນ​ແມ່ນ​ວິ​ຫານ​ບູ​ຊາ “ໄຕ​ທຽນ​ກວົກ​ເມົ໋າ (ເຈົ້າ​ແມ່​ໄຕ​ທຽນ)” ນັງ​ທິ​ຕຽວ. ຕາມເລື່ອງ​ລາວທີ່​ເລົ່າ​ຂານກັນ​ມາ​ແລ້ວ, ພະ​ນາງໄດ້​ຮັບ​ການ​ກຳ​ເນີດ​ຈາກ​ພູ​ຜາ​ປ່າ​ໄມ້​​ຕາມ​ດາວ. ​ພະ​ນາງ​ແມ່ນ​ຄົນ​ທີ່​ສວຍ​ງາມ ແລະ ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ດັ່ງ​ນັ້ນ​ຈື່ງ​ຊ່ວຍ​ໃຫ້ເຈົ້າ​ຊີ​ວິດ​ຮຸ່ງ​ ຕີ​ສັດ​ຕູຜູ້​ຮຸກ​ຮານ​​ຮັກ​ສາ​ປະ​ເທດ​ຊາດ. ຍ້ອນ​ມີ​ບຸນ​ຄູນຕໍ່​ປະ​ເທດ​ຊາດ, ປະ​ຊາ​ຊົນ​ຈຶ່ງ​ຕັ້ງ​ວິ​ຫານເພື່ອ​ບູຊາ​ພະ​ນາງ. ປະ​ຈຸ​ບັນ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ​ບູ​ຊາ ເຈົ້າ​ແມ່ໄຕ​ທຽນ ແມ່ນ​ສັນ​ຍາ​ລັກ​ຫ່ງ​ການ​ເຫຼື້ອມ​ໃສ​ບູ​ຊາ​ເຈົ້າ​ແມ່​ຂອງ​ຊາວ​ຫວຽດ​ນາມ​ບູ​ຮານ. ວິ​ຫານຕັ້ງ​ຢູ່​ເທິງ​ຈອມ​ພູ​ແທກ​ບ່ານ, ຂຶ້ນ​ກັບ​ສາຍ​ພູ​ຕາມ​ດາວ; ຫາ​ກໍ່​ໄດ້​ຮັບ​ການ​ກໍ່​ສ້າງ​ຄືນ​ໃໝ່​ເທິງ​ພື້ນ​ທີ່​ຍັງ​ເຫຼືອ​ຂອງວິ​ຫານ​ໃຫ​ຍ່ 5 ແຫ່ງ ທີ່ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ແຕ່​ສະ​ໄໝ​ລາ​ຊະ​ວົງ ເລ (ສະ​ຕະ​ວັດ 16 – 17). ສາດ​ສະ​ດາ​ຈານ, ດ​ຣ. ໂງ​ດຶກ​ທິ້ງ, ອະດີດ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ໃນ​ການ​ຄົ້ນ​ຄ້​ວາ, ເຂົາ​ເຈົ້າ​ກຳ​ນົດ​ໄດ້​ສາຍ​ພົວ​ພັນ​ລະ​ຫວ່າງ​​ການນັ​ບ​ຖື​ທຳ​ມະ​ຊາດ ແລະ ​ນັບ​ຖືເທວະ​ທິ​ດາ. ເທວະ​ດາ​​​ເປັນ​ເຈົ້າຢູ່​ໄຕ​ທຽນ​ ແມ່ນ ເຈົ້າ​ແມ່ໄຕ​ທຽນ. ປະ​ຊາ​ຊົນ​ຖືເຈົ້າ​ແມ່ໄຕ​ທຽນ ​ນັງ​ທິ​ຕຽວ ເປັນ​ຊາດ​ຄົນ, ທີ່ມີ​ວັນ, ເດືອນ, ປີ​ເກີດ, ຊ້ຳ​ບໍ່​ໜຳ​ມີ​ທັງ​​ຊື່​ພໍ່ ແລະ ແມ່​ອີກ. ແຕ່​ເຈົ້າ​ແມ່​ໄຕ​ທຽນ ພັດ​ມີ​ພະ​ລັງ​​ແຮງນອກ​ເໜືອມະ​ນຸດ”.

ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ - ảnh 2

ວິຫານເຈົ້າແມ່ໄຕທຽນ

(ພາບ: ອິນເຕີແນດ)

        ສິ່ງ​ທີ່​ມີ​​ສັກ​ສິດ​ທີ່​ສຸດ​ສຳ​ລັບ​ຜູ້​ໄປ​ນະ​ມັດ​ສະ​ການ​ແຕ່​ລະ​ຄົນ, ນັ້ນ​ແມ່ນ​ໄດ້ຊົມ​ເຫັນ ​ແລະ ​ໄຫວ້ບູ​ຊາ “ເຈົ້າ​ແມ່​ໄຕ​ທຽນ”. ເອື້ອຍ​ມິງ​ຮ່າ ມາ​ຈາກຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:

        “ໄຕ​ທຽນ​ ແມ່ນ​ແຫ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ມາ​ຢາມ​ນັບ​ແຕ່​ເວ​ລາ​ຍັງ​​ເປັນນັກ​ສຶກ​ສາ. ມາ​ໄຕ​ທຽນ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ຍ້ອນຄວາມ​ສັກ​ສິດຢູ່​ທີນີ້. ໄຕ​ທຽນ​ມີ​ວິ​ຫານ ແລະ ວັດວາ​ອາ​ຮາມຫຼາຍ​ແຫ່ງ. ພິ​ເສດ​ແມ່ນ​ມີ​ວິ​ຫານ​ເຈົ້າ​ແມ່​ໄຕ​ທຽນ. ຂ້າ​ພະ​ເຈົ້າ​ຮູ້​ສືກ​ໂຊກ​ດີຫຼາຍ, ເມື່ອໄດ້​ມາ​ດິນ​​ແດນແຫ່ງ​ພະ​ພຸດ​ທະ​ເຈົ້າ ແລະ ວິຫານ​ບູຊາເຈົ້າ​ແມ່​​ໄຕ​ທຽນ ໃນ​ຕົ​້ນ​ປີ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ປີ​ໃໝ່​ມີ​ຄວາມ​​ຜາ​ສຸກ ແລະໂຊກ​ດີ ”

ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ - ảnh 3

ເຈົ້າແມ່ໄຕທຽນ

(ພາບ: ອິນເຕີແນດ)

        ເມື່ອ​ໄປ​ນະ​ມັດ​ສະ​ການ​ໄຕ​ທຽນ ພຸດ​ທະ​ສາ​ສະ​ນີ​ກະ​ຊົນບໍ່​ພຽງ​ແຕ່​ໄດ້​ຈູດ​ທູບ​ທຽນ​​ໄຫວ້ບູ​ຊາ​ເຈົ້າ​ແມ່​ໄຕ​ທຽນ​ ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດ​ໄດ້ໄປ​ ທ່ຽນ​ວ້ຽນ​ຈຸກ​ເລິມ​ໄຕ​ທຽນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ໂຮງ​ຮຽນ​ສົງ 3 ແຫ່ງ​ໃຫ​ຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ອີກ​ດ້ວຍ. ປະ​ຈຸ​ບັນ, ທ່ຽນ​ວ້ຽນ​ຈຸກ​ເລີມ​ໄຕ​ທຽນ​ ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ເທິງ​ພື້ນຂອງວັດ​ທຽນ​ເອິນ​ ບູ​ຮານ ດ້ວຍຫຼາຍ​ກິດ​ຈະ​ກຳ​ທີ່​ໃຫ​ຍ່​ໂຕ ແລະ ສວຍ​ງາມ​ຢູ່​ກາງ​ປ່າ​​ຕາມ​ດາວ, ເຊິ່ງ​​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ​ຂອງ​​ອາ​ຊີ​ຕາ​ເວັນ​ອອກ. ນັບ​ແຕ່​​ເມື່ອລະ​ບົບ​ກະ​ເຊົ້າ​​ຂົ​ນສົ່ງແຂກຖືກ​ນຳ​ເຂົ້າ​ໃຊ້​ການ, ນັກ​ທ່ອງ​ທ່ຽວ​ໄປ​ນະ​ມັດ​ສະ​ການ​ໄຕ​ທຽນ​ນັບ​ມື້​ນັບຫຼາຍ. ທ່ານ​ດິງວັນ​ຕ໋​ວນ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ທັດ​ສະ​ນີ​ຍະ​ພາບ​ໄຕ​ທຽນ, ໃຫ້​ຮູ້​ວ່າ:

        “ໃນໂອ​ກາດ​ງານ​ບຸນ​ເຈົ້າ​ແມ່​ໄຕ​ທຽນ ​ໃນວັນ​ທີ 15/2 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ເທົ່າ​ ແລະ ໃນ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ຈຳ​ນວນນັກ​ທ່ອງ​ທ່ຽວ​ໄປ​​ເທດ​ສະ​ການ​ໄຕ​ທຽນ ແມ່ນຫຼາຍ​ທີ່​ສຸດ. ປະ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງວິ້ງ​ຟຸກ ໄດ້​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້ຜູ້​ໄປ​ນະ​ມັດ​ສະ​ການ. ຈາກວິ​ຫານ​ຖ້ອງ​ (Thõng) ຂຶນ​​ວິ​ຫານ​ເທື້ອງ ໄດ້​ມີ​ລະ​ບົບ​ກະ​ເຊົ້າ​ຂົນ​ສົ່ງຜູ້​ໄປ​ນະ​ມັດ​ສະ​ການ​ແລ້ວ, ດັ່ງ​ນັ້ນ​ໄດ້ປະ​ກອບ​ສ່ວນຫຼຸດ​ຜ່ອນ​ເວ​ລາ​ເດີນ​ທາງ​ລົງ”.

ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ - ảnh 4

ລະບົບກະເຊົ້າຂົນສົ່ງແຂກໄປນະມັດສະການຢູ່ໄຕທຽນ

(ພາບ: ອິນເຕີແນດ)

        ຜ່ານ​ການ​ເວ​ລາຫຼາຍ​ສະ​ຕະ​ວັດ, ມີ​ປູ​ຊະ​ນີ​ຍະ​ສະ​ຖານຫຼາຍ​ແຫ່ງ​ບໍ່​ສາ​ມາດຮັກ​ສາ​ໄວ້​ໄດ້, ເສັ້ນ​ທາງ​ໄປນະ​ມັດ​ສະ​ການ​ໃນ​ເມື່ອ​ກ່ອນ​ທຸ​ລະ​ກັນ​ດານ​ຫຼາຍ ດ້ວຍ​ພູ​ສູງ, ຄ້ອຍ​ຊັນ, ເຫວ​ເລິກ, ເຊິ່ງ​ເຄີຍ​ເປັນ​ການ​ທົດ​ສອບ​ບັນ​ດາ​ພຸດ​ທະ​ສາ​ສະ​ນີ​ກະ​ຊົນ ແລະ ຜູ້​ໄປ​ນະ​ມັດ​ສະ​ການ. ແຕ່​ປະ​ຈຸ​ບັນ, ທາງ​ໄປ​ຍັງ​ດິນແດນ​ແຫ່ງ​ພະ​ພຸດ​ທະ​ເຈົ້າ​ພັດ​ສະ​ດວກ​ສະ​ບາຍຫຼາຍ. ຍ້ອນ​ມີ​ບັນ​ດາ​ພາ​ຫະ​ນະ​ທີ່​ທັນ​ສະ​ໄໝ​ນັ້ນ, ບັນ​ດາ​ຄູນ​ຄ່າ​ດ້ານ​ຈິດ​ວີນ​ຍານ, ວັດ​ທະ​ນະ​ທຳ​ຂອງ​ຊາດ​ສືບ​ຕໍ່​ໄດ້​ຮັບ​ການ​ຍືນ​ຍົງ​ຄົງ​ຕົວ ແລະ ເຜີຍ​ແຜ່​ພ້ອມ​ກັບ​ການ​ເວ​ລາ.

       

ຕອບກັບ

ຂ່າວ/ບົດ​ອື່ນ