ຄົ້ນຫາວິຫານ ລ່າງໂບນ ແຂວງ ຮວ່າບິ່ງ

(VOVWORLD) -ວິຫານ ລ່າງໂບນ ຕັ້ງຢູ່ບ້ານ ຈ່ຽງເຈົາ ຕາແສງ ຈ່ຽງເຈົາ ແມ່ນສະຖານທີ່ເຫຼື້ອມໃສທີ່ສັກສິດໃນບໍລິເວນເມືອງ ມາຍເຈົາ ແຂວງ ຮ່ວາບິ່ງ. ວິຫານແຫ່ງນີ້ບູຊາທ່ານ ລ່າງໂບນ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງບ້ານແປງເມືອງ ຕາມປະເພນີເຮືອນຮ້ານຂອງເຜົ່າຜູ້ໄທ
ຄົ້ນຫາວິຫານ ລ່າງໂບນ ແຂວງ ຮວ່າບິ່ງ - ảnh 1ວິຫານ ລ່າງໂບນ ຕັ້ງຢູ່ບ້ານ ຈ່ຽງເຈົາ ເມືອງ ມາຍເຈົາ ແຂວງ ຮ່ວາບິ່ງ

     ຕາມເອກະສານປະຫວັດສາດແລ້ວ, ລ່າງໂບນ ແມ່ນລູກຊາຍກົກຂອງໝື່ນເໜົາດົງ ເຊິ່ງແມ່ນເຈົ້າພະຍາເຂດເມື່ອງເຮືອກຄ່າ ໝາຍເຖິງເຂດ ບັກຮ່າ ໃນແຂວງ ລ່າວກາຍ ໃນປັດຈຸບັນ. ທ້າຍສະຕະວັດທີ XIII ທ່ານ ລ່າງໂບນ  ຈາກເມື່ອງເຮືອກຄ່າ ໄດ້ນຳພາຂະບວນຄົນລ່ອງຕາມແມ່ນນ້ຳແດງ ໄປຮອດແມ່ນ້ຳດ່າ ແລະ ແວ່ດິນແດນ ເມື່ອງມູ່ນ ເຊິ່ງເຫັນວ່າຢູ່ແຫ່ງນີ້ມີຮ່ອມພູຮາບພຽງ ຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ ມີຫ້ວຍນ້ຳໃສເຢັນ ມີກຸ້ງປາຫຼວງຫຼາຍ ດັ່ງນັ້ນຂະບວນຄົນໄດ້ຢຸດແວ່ຢູ່ແຫ່ງນີ້ ເພື່ອສ້າງບ້ານແປງເມືອງ. ພາຍຫຼັງທີ່ ລ່າງໂບນ ເຖິງແກ່ມໍລະນະກຳ ຊາວບ້ານໄດ້ສ້າງວິຫານບູຊາເພິ່ນຢູ່ ຈ່ຽງເຈົາ. ຜ່ານການເວລາວິຫານເກົ່າບໍ່ຄົງຕົວອີກແລ້ວ ແລະ ນັບແຕ່ປີ 2010ອຳນາດການປົກຄອງທ້ອງຖິ່ນ ໄດ້ປຸກສ້າງວິຫານ ລ່າງໂບນ ແຫ່ງໃໝ່ເຊິ່ງປະກອບດ້ວຍສອງຊັ້ນ ດ້ວຍເນື້ອທີ່ໜ້າພື້ນປະມານ 160 ຕາແມັດ. ລຸງ ລໍ່ວັນລ່ວນ ຊາວເຜົ່າຜູ້ໄທ ຜູ້ ເຝົ້ົ້າຍາມວິຫານ ລ່າງໂບນ ໃຫ້ຮູ້ວ່າ:

     “ວິຫານແຫ່ໃໝ່ນີ້ ຖືກຕັ້ງຢູ່ສະຖານທີ່ໃໝ່. ວິຫານມີເນື້ອທີ່ທັງໝົດປະມານ 5.000 ຕາແມັດ. ກົກເຄົ້າຂອງຊາວເຜົ່າຜູ້ໄທ ທີ່ເມືອງ ມາຍເຈົາແມ່ນຢູ່ນີ້. ໃນວິຫານຍັງເກັບຮັກສາສີສັນວດທະນະທຳຊົນເຜົ່າ ດ້ວຍປຶ້ມ, ເອກະສານກົດໝາຍຂອງບ້ານເມືອງ ຂອງຊາວເຜົ່າຜູ້ໄທ, ວັດທະນະທຳພື້ນເມືອງ, ເລື່ອງລາວ, ຕົວໜັງສືຂອງເຜົ່າຜູ້ໄທ…”

      ວິຫານລ່າງໂບນ ແມ່ນບ່ອນບູຊາສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ເມືອງ ມາຍເຈົາ. ເພາະສະນັ້ນ ຊາວທ້ອງຖິ່ນຫຼາຍຄົນເຄີຍມາວິຫານທີ່ສັກສິດແຫ່ງນີ້ ເພື່ອໄຫວ້ບູຊາ. ນາງ ລໍ່ທິກີມ ຊາວເຜົ່າຜູ້ໄທ ຢູ່ເມືອງ ມາຍເຈົາ ໃຫ້ຮູ້ວ່າ:

     “ວິຫານແຫ່ງນີ້ ສັກສິດທີ່ສຸດ. ປະຊາຊົນຢູ່ແຫ່ງນີ້ເຄີຍໄປໄຫວ້ບູຊາໃນວັນບຸນ ພິເສດແມ່ນວັນທີ 1 ຂອງບຸນເຕັດ, ວັນເພັງໃນແຕ່ລະເດືອນ. ໄປໄຫວ້ບູຊາເພື່ອພາວະນາໃຫ້ມີສຸຂະພາບແຂງແຮງ ລະດູການຜະລິດໄດ້ຮັບຜົນດີ ຄອບຄົວມີຄວາມອີ່ມໜຳສຳລານ ແລະ ຜາສຸກການທຳມາຫາກິນໄດ້ຮັບຜົນດີ ລູກຫຼານຮຽນເກັ່ງ. ນອກຈາກນັ້ນວິຫານຍັງຈັດຕັ້ງງານບຸນ ເຊັນເມື່ອງ ພິທີເປີດລະດູຮ້ອນ”.

    ນາງ ຮ່າທິບິກ ຊາວເຜົ່າຜູ້ໄທຢູ່ ມາຍເຈົາ ໄປໄຫວ້ບູຊາຢູ່ວິຫານ ລ່າງໂບນ ໃຫ້ຮູ້ວ່າ:

      “ນີ້ແມ່ນວິຫານທີ່ສັກສິດຂອງຊາວເຜົ່າຜູ້ໄທ ຢູ່ເມືອງ ມາຍເຈົາ ດັ່ງນັ້ນພໍ່ແມ່ພີ່ນ້ອງໄປວິຫານຫຼາຍທີ່ສຸດ. ເມືອງ ມາຍເຈົາ ແມ່ນສະຖານທີ່ຂາດນ້ຳໃຊ້ ດັ່ງນັ້ນກໍ່ພາວະນາໃຫ້ມີນ້ຳຫຼາຍເພື່ອຮັບໃຊ້ການປູກຟັງໃຫ້ໄດ້ຮັບຜົນດີ ລູກຫຼານເປັນເດັກຄຳຮູ້ ຮຽນເກັ່ງ”.

      ວິຫານ ລ່າງໂບນ ແມ່ນບ່ອນຈັດຕັ້ງບັນດາງານບຸນຂອງຊາວທ້ອງຖິ່ນ ໃນນັ້ນມີງານບຸນເຊັນເມື່ອງ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດຖືກຈັດຂຶ້ນໃນວັນທີ 9 ແລະ ວັນທີ 10 ເດືອນ ຈຽງ. ວິຫານ ລ່າງໂບນ ກໍ່ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ ເຄີຍມາໄຫວ້ບູຊາ ແລະ ຢ້ຽມຊົມທິວທັດທຳມະຊາດ. ນາງ ຫງວຽນທິຮົ່ງແຮັ້ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

      “ໃນວິຫານກໍ່ມີປຶ້ມບູຮານ, ຕົວໜັງສືບູຮານອັນລ້ຳຄ່າຂອງປະຊາຊົນບັນດາເຜົ່າ ແລະ ມີຫຼາຍເຄື່ອງມືຮັບໃຊ້ການອອກແຮງງານທຳການຜະລິດ. ສາລາແຫ່ງນີ້ມີເດີ່ນກວ້າງໃຫຍ່ ເຊິ່ງແມ່ນບ່ອນເຄີຍຈັດງານບຸນ, ງານຕະຫຼາດນັດໃຫ້ແກ່ປະຊາຊົນ”.

        ວິຫານ ລ່າງໂບນ ບໍ່ພຽງແຕ່ແມ່ນສະຖານທີ່ສັກສິດເທົ່ານັ້ນ ຫາກຍັງປຽບເໝືອນຫໍພິພິທະພັນຮັດແຄບ ເກັບຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ທີ່ເປັນເອກະລັກຂອງຊາວເຜົ່າຜູ້ໄທ. ດ້ວຍບັນດາຄຸນຄ່າທາງດ້ານສະຖາບັນຕະຍະກຳ ປະຫວັດສາດ ວັດທະນະທຳ, ວິຫານແຫ່ງນີ້ ແມ່ນໜຶ່ງໃນບັນດາສັນຍາລັກຂອງເມືອງ ມາຍເຈົາ ໃນແຂວງ ຮວ່າບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ