ຄົ້ນຫາເຂດດິນແດນຢູ່ແຄມແມ່ນ້ຳດາ

(VOVWORLD) -ດ້ວຍອ່າງເກັບນ້ຳຢູ່ເຂດເຂື່ອນໄຟຟ້າ ກວ້າງກວ່າ 10.500 ເຮັກຕາ, ພ້ອມກັບທິວທັດທຳມະຊາດ ທີ່ສວຍງາມຫຼາຍແຫ່ງ, ກວິ່ງຍາຍ ອຸປະມາດັ່ງ “ອ່າວຮ້າລອງເທິງບົກ” ຂອງເຂດໄຕບັກ (ເຂດທາງທິດຕາເວັນຕົກສ່ຽງເໜືອ). ຢູ່ແຫ່ງນີ້ຍັງແມ່ນດິນແດນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ມີຫຼາຍງານບຸນປະເພນີທີ່ເປັນເອກະລັກ ຂອງຊຸມຊົນເຂດແມ່ນຳ້ລຳເຊ ລຽບຕາມສອງຟາກຝັ່ງແມ່ນ້ຳດາ.
ຄົ້ນຫາເຂດດິນແດນຢູ່ແຄມແມ່ນ້ຳດາ - ảnh 1 ພະວິຫານນາງຮານ

ມາຢ້ຽມຢາມເຂດດິນແຫ່ງເທບນີິຍາຍຢູ່ແຄມແມ່ນ້ຳດາ, ສະຖານທີ່ທຳອິດ ທີ່ແຂກທ່ອງທ່ຽວແວ່ຢາມນັ້ນແມ່ນ ພະວິຫານນາງຮານ. ພະວິຫານແຫ່ງນີ້ຕັ້ງຢູ່ຕາແສງ ເມື່ອງຢາງ. ຕາມການເລົ່າຂານກັນມາວ່າ: ແຕ່ປາງກ່ອນ ມີວິລະສັດຕີທີ່ມີຊື່ວ່າ ນາງຮານ, ພາຍຫຼັງໄດ້ນຳພາກຳລັງທະຫານຕີຂັບໄລ່ພວກສັດຕູ້ຜູ້ຮຸກຮານ ອອກຈາກດິນແດນບ້ານເກີດເມືອງນອນ ກໍ່ແມ່ນໃນຕອນແລງວັນທີ 30 ຂອງບຸນເຕັດ, ພະນາງໄດ້ອອກຄຳສັ່ງໃຫ້ພົນທະຫານລົງອາບນ້ຳ ແລະ ສະຜົມຢູ່ແມ່ນ້ຳເພື່ອກະກຽມຕ້ອນຮັບປີໃໝ່ ແລະ ຕ້ອນຮັບໄຊຊະນະ ເພາະບ້ານເມືອງໄດ້ກັບຄືນສູ່ຄວາມສະຫງົບສຸກ. ນັບແຕ່ນັ້ນມາ ງານບຸນສະຜົມ ໄດ້ກາຍເປັນງານບຸນທີ່ສຳຄັນໃນຊີວິດ ແຫ່ງຈິດວິນຍານຂອງພໍ່ແມ່ພີ່ນ້ອງເຜົ່າໄທຂາວ. ກ້າວເຂົ້າສູ່ປີໃໝ່, ທຸກໆຄົນໃນບ້ານຕ່າງກໍ່ຕ້ອງສະຜົມ ເພື່ອກຳຈັດທຸກສິ່ງທີ່ເກົ່າແກ່ໃນປີເກົ່າ ແລະ ຮັບເອົາສິ່ງທີ່ໂຊກດີໃນປີໃໝ່ ແລະ ຫວັງວ່າປີໃໝ່ດິນຟ້າອາກາດ ຈະອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ. ທ່ານ ດຽວຈິ໊ງຫຽນ ຮອງຫົວໜ້າ ຂະແໜງຖະແຫຼງຂ່າວ-ວັດທະນະທຳເມືອງ ກວິ່ງຍາຍ ໃຫ້ຮູ້ວ່າ:

      “ເມື່ອເຂື່ອນໄຟຟ້າເຊີນລາ ໄດ້ຮັບການກໍ່ສ້າງ ກໍໄດ້ເຮັດ ກວິ່ງຍາຍ ມີທັດສະນີຍະພາບງົດງາມ, ຜູ້ຄົນທັງຫຼາຍເຄີຍເອີ້ນວ່າແມ່ນ ອ່າວຮ້າລອງເທິງບົກ. ແຕ່ລະປີທາງເມືອງກໍ່ໄດ້ຈັດຕັ້ງການຂີ່ເຮືອ, ທັດສະນະສຶກສາໃຫ້ແກ່ພໍ່ແມ່ພີ່ນ້ອງ ໃນຊຸມວັນຕົ້ນລະດູບານໃໝ່. ພ້ອມກັນນັ້ນ ກໍ່ຈັດໃຫ້ມີບັນດາການເຄື່ອນໄຫວວັດທະນະທຳ ສິລະປະວັນນະຄະດີຢູ່ແຄມອ່າງເກັບນ້ຳ ແລະ ຈັດການຊ່ວງເຮືອໃນວັນທີ 10 ຂອງບຸນເຕັດໃນແຕ່ລະປີ”

         ຈາກພະວິຫານນາງຮານ, ແລ່ນຜ່ານຂົວປະອວນ ຕັ້ງຂ້າມແມ່ນ້ຳດາ ເຊື່ອມຕໍ່ລະຫວ່າງແຂວງ ເຊີນລາ ກັບບັນດາແຂວງເຂດໄຕບັກເຊັ່ນ ລາຍເຈົາ, ດ້ຽນບຽນ, ລາວກາຍ. ມຸ່ງສາຍຕາສູ່ຂົວຈາກທາງໄກກໍ່ເຫັນວ່າຂົວແຫ່ງນີ້ ປຽບເໝືອນແຖບຜ້າໄໝວາງຜ່ານກະແສນ້ຳຂຽວງາມ ຢູ່ອ່າງເກັບນ້ຳທີ່ກວ້າງໃຫ່ຍ. ຂົວປະອວນ ໄດ້ຮັບການຮັບຮູ້ຈາກອົງການສະຖີຕິ ຫວຽດນາມ ແມ່ນຂົວທີ່ມີເສົາຄ້ຳສູງສຸດ ຫວຽດນາມ ດວ້ຍຄວາມສູງ 98,6 ແມັດ. ເມື່ອເວົ້າເຖິງການເປັນຮູບປະທຳຂອງອ່າງເກັບນ້ຳ, ທ່ານ ດຽວຈິ໊ງຫຽນ ໃຫ້ຮູ້ວ່າ:

     “ເມື່ອກ່ອນນີ້ ຂະນະທີ່ເຂື່ອນໄຟຟ້າຍັງບໍ່ທັນໄດ້ຮັບການກໍ່ສ້າງ, ມັນພຽງແຕ່ແມ່ນລຳແມ່ນ້ຳ ແລະ ໄຫຼຜ່ານຕາມຮ່ອມພູ. ພາຍຫຼັງເຄື່ອນໄຟຟ້າໄດ້ຮັບການກໍ່ສ້າງຂຶ້ນ, ນ້ຳໄດ້ສູງຂຶ້ນ ແລະ ຖ້ວມຮ່ອມພູ, ບັນດາຈອມພູໄດ້ຟູຂຶ້ນເທິງໜ້ານ້ຳ, ດັ່ງນັ້ນ ອຸປະມາດັ່ງ ອ່າວຮ້າລອງເທິງບົກ”

      ເມື່ອຄົ້ນຫາອ່າງເກັບນ້ຳ, ແຂກທ່ອງທ່ຽວໄດ້ຂີ່ເຮືອຈາກທ່າປະອວນ, ທວນກະແສນ້ຳດາຢາງ ແລ່ນຜ່ານບັນດາສາຍພູ ຫີນປູນທີ່ສະຫຼັບສັບຊ້ອນ, ແຂກທ່ອງທ່ຽວກໍ່ໄປຮອດຫຼັກໝາຍຕັ້ງບົນໂນນພູ ກາວໂປ ໃນທ່າມກາງແມ່ນ້ຳທີ່ກວ້າງໃຫ່ຍໄພສານ ເຊິ່ງແມ່ນແຫ່ງເຄີຍຕັ້ງ ສະຖານີເຄື່ອງສົ່ງໂທລະພາບ ແລະ ກໍ່ແມ່ນຈຸດສູງກວ່າໜູ່ຂອງເມືອງ ກວິ່ງຍາຍ. ອ້າຍ ຫວູແອັງຢຸງ ພະນັກງານຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງ ທ້ວນເຈົາ ແຂວງ ເຊີນລາ ໃຫ້ຮູ້ວ່າ:

     “ໄດ້ຮັບຊົມຄວາມງາມໃນອ່າງເກັບນ້ຳ ກວິ່ງຍາຍ, ບໍລິສັດຫຸ້ນສ່ວນ ກົນຈັກເຊີນລາ ໄດ້ລົງທຶນຂຸດຄົ້ນການເຄື່ອນໄຫວ ພັດທະນາການທ່ອງທ່ຽວຢູ່ແຫ່ງນີ້. ມາທ່ອງທ່ຽວຢູ່ແຫ່ງນີ້ ແຂກທ່ອງທ່ຽວກໍ່ໄດ້ເຂົ້າຮ່ວມ ການລະຫຼິ້ນຕ່າງໆໃນອ່າງເກັບນ້ຳ. ນອກຈາກນັ້ນກໍ່ຍັງມີສະຫະກອນລ້ຽງ ແລະ ປູກສິນໃນນ້ຳຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອໃຫ້ແຂກທ່ອງທ່ຽວ ເຂົ້າຮ່ວມໃນວຽກງານປູກລ້ຽງສິນໃນນ້ຳໂດຍກົງຢູ່ອ່າງເກັບນ້ຳ. ເມື່ອແຂກທ່ອງທ່ຽວຂີ່ເຮືອບົນອ່າງເກັບນ້ຳ ກໍ່ໄດ້ຮັບປະທານອາຫານພິເສດຫຼາຍເຍື່ອງ ຂອງເຂດພູຜາປ່າໄມ້ໄຕບັກເຊັ່ນ ເຂົ້າຫຼາມ, ແກງບອນ…”

      ຂີ່ເຮືອອ້ອມແອ້ມອ່າງເກັບນ້ຳ, ເຮືອຈະພາແຂກທ່ອງທ່ຽວແວ່ຢາມບ້ານ ບອນ ທີ່ຕາແສງ ເມື່ອງຈຽນ ຢູ່ແຄມແມ່ນ້ຳດາ, ດ້ວຍບັນດາເນື້ອທີ່ນານ້ຳຖ້ວມ ປະສານກັບບັນດາເຮືອນຮ້ານທີ່ເປັນປະເພນີ. ພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວໃນບັນດາໜູ່ບ້ານ ກໍ່ລ້ວນແຕ່ກໍ່ແມ່ນບັນດາສິ່ງທີ່ຕິດພັນ ກັບຊີວິດປະຈຳວັນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ. ຄວາມໃກ້ຊິດສະໜິດສະໜົມ ແລະ ເຕັມໄປດ້ວຍຈິດໃຈຮັກແພງແຂກຄົນຂອງຊາວທ້ອງຖິ່ນ ໄດ້ສ້າງຄວາມປະທັບໃຈ ທີ່ບໍ່ອາດຫຼົງລືມໄດ້. ນາງ ຫງວຽນທູຮວ່ຽນ ແຂກທ່ອງທ່ຽວມາຈາກດາລາດ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າໄດ້ມາຈາກດາລາດ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າ ໄດ້ເຂົ້າຮ່ວມສາຍທ່ອງທ່ຽວຢູ່ອ່າງເກັບນ້ຳ ໃນເຂດເຂື່ອນໄຟຟ້ານ້ຳຕົກ ເຊີນລາ ແລະ ໄດ້ຂີ່ເຮືອບົນອ່າງເກັບນ້ຳ. ຂ້າພະເຈົ້າເຫັນວ່າຢູ່ແຫ່ງນີ້ມີຄວາມສະຫງົບສຸກ ແຕ່ໃຫ່ຍໂຕມະໂຫຖານ. ທຸກໆຄົນຢູ່ແຫ່ງນີ້ ມີຈິດໃຈຮັກແພງແຂກ ແລະ ສະໜິດສະໜົມ”.

      ດ້ວຍເນື້ອທີ່ໜ້ານ້ຳ 10.500 ເຮັກຕາ ພ້ອມກັບທຳມະຊາດທີ່ງົດງາມ, ອ່າງເກັບນ້ຳໃນເຂື່ອນໄຟຟ້ານ້ຳ ເຊີນລາ ພວມກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ແມ່ນທ່າແຮງຂອງເມືອງ ກວິ່ງຍາຍ, ທັງຂຸດຄົ້ນບັນດາແຫຼ່ງປະໂຫຍດ ທາງດ້ານສິນໃນນ້ຳ ທັງຊຸກຍູ້ບັນດາການພັດທະນະເສດຖະກິດ, ໃນນັ້ນມີຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ. ເມືອງ ກວິ່ງຍາຍ ພວມສືບຕໍ່ເລັ່ງໃສ່ການສ້າງສາຍທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຊຸມຊົນ ແລະ ທ່ອງທ່ຽວຢູ່ອ່າງເກັບນ້ຳ ທີ່ເຂື່ອນໄຟຟ້ານ້ຳຕົກ ເຊີນລາ ໂດຍຕິດພັນກັບການຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າ; ສ້າງເງື່ອນໄຂດີທີ່ສຸດເພື່ອຮຽກຮ້ອງ, ດຶງດູດການລົງທຶນ, ກໍ່ສ້າງລະບົບພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວ; ຍົກສູງລະດັບຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບວິທີເຮັດທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ