ຄົ້ນຫາໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ ດົງຢາວ

(VOVWORLD) -ຢູ່ຫວຽດນາມບັນດາຜະລິດຕະພັນເຄືອງເຟີນີເຈີ, ຜະລິດຕະພັນທີ່ເຮັດຈາກໄມ້ຍາມໃດກໍ່ມີຄວາມຜູກພັນກັບການດຳລົງຊີວິດຂອງປະຊາຊົນ. ເພາະສະນັ້ນ ໃນປະຫວັດສາດກໍ່ໄດ້ປະກົດມີບັນດາໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ຫັດຖະກຳທີ່ມີຊື່ສຽງ ດ້ວຍຜະລິດຕະພັນຫຼາຍຢ່າງທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ ແລະ ພາກ
ຄົ້ນຫາໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ ດົງຢາວ - ảnh 1ບັນດາຜະລິດຕະພັນແກະຄວັດສະຫຼັກຂອງບ້ານດົງຢາວ 

ໂດຍຖືກນອນຢູ່ບໍລິເວນຕາແສງ ເລືອງດຽນ ເມືອງ ເກີມຢາງ ແຂວງ ຫາຍເຢືອງ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 45 ກິໂລແມັດ ຕາມທາງຫຼວງເລກ 5 ໄປທາງທິດຕາເວັນອອກ, ໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ສິລະປະຫັດຖະກຳດົງຢາວ ໄດ້ມີປະຫວັດການຂະຫຍາຍຕົວແຕ່ 300 ປີມານີ້. ມາຮອດໝູ່ບ້ານ ດົງຢາວ, ຜູ້ຄົນທັງຫຼາຍຈະເຫັນບັນດາຜະລິດຕະພັນເຄື່ອງເຟີນີເຈີ, ເຄື່ອງສິລະປະຫັດຖະກຳແກະຄວັດສະຫຼັກ ຖືກເຮັດຢ່າງລະອຽດອ່ອນ ແລະ ວາງເດຍລະດາດຢູ່ຕາມຮ້ານຄ້າ ແລະ ໂຮງຜະລິດ. ນັບແຕ່ຫົວບ້ານກໍ່ໄດ້ຍິນສຽງລົດຍົນ ຍານພາຫະນະຢ່າງເນືອງນັນ ປະສານກັບສຽງເຈາະ, ສຽງເລື່ອຍໄມ້ ໃນທາມກາງກີ່ນຫອມຂອງໄມ້, ຂອງນ້ຳສີ… ອັນໄດ້ສ້າງເປັນທັດຊະນີຍະພາບທີ່ຟົດຟື້ນມ່ວນຊື່ນ ແລະ ມີຄວາມແຕກຕ່າງກັບຄວາມງຽບສະຫງັດຢູ່ເຂດບ້ານນາ.                                      

        ບັນດາປູຊະນີຍະສະຖານໃນໝູ່ບ້ານກໍ່ເຄີຍຖືກບັນທຶກວ່າ: ອາຊີບແກະຄວັດສະຫຼັກໄມ້ໄດ້ມີມາແຕ່ສະຕະວັດທີ XVII, ຜູ້ກໍ່ຕັ້ງອາຊີບແມ່ນຄົນໃນວົງຕະກຸນຫວູ ເຊິ່ງແມ່ນວົງຕະກຸນທີ່ມີຫຼາຍຄົນເປັນເຈົ້າເສນາອາມາດໃຕ້ສະໄໝສັກດີນາ, ພິເສດມີນາຍຊ່າງທີ່ມີສີມືດີ ຫຼາຍຄົນຖືກຮຽກຕົວເຂົ້າເຮັດວຽກຮັບໃຊ້ພະລາດຊະວັງເຫວ້, ຍ້ອນແນວນັ້ນ ສີມືການຊ່າງ ແລະ ລະດັບວິຊາຊີບຂອງນາຍຊ່າງ ດົງຢາວ ແມ່ນມີຊື່ສຽງໃນທົ່ວປະເທດ. ເມື່ອເວົ້າເຖິງມູນເຊື້ອອັນດີງາມຂອງໝູ່ບ້ານອາຊີບ. ພໍ່ຕູ້ ຫວູວັນບັ່ງ ນັກສິລະປະການຢູ່ບ້ານອາຊີບຫັດຖະກຳ ດົງຢາວ ໃຫ້ຮູ້ວ່າ:

     “ຕະຫຼອດເໜືອລົງຮອດພາກໃຕ້, ກໍ່ຕ້ອງເວົ້າວ່າ ບັນດາຮູບພາບດອກໄມ້ໃບໄມ້ທີ່ຖືກແກະຄວັດສະຫຼັກເທິງໄມ້ ແມ່ນຈະບໍ່ມີຢູ່ບ່ອນໃດທຽບເທົ່າກັບບ້ານ ດົງຢາວ. ພວກຂ້າພະເຈົ້າແມ່ນຊາວບ້ານອາຊີບ, ນັບຕັ້ງແຕ່ຄາວຍັງນ້ອຍພວກຫຼານໃນບ້ານກໍ່ໄດ້ເຫັນຮູບພາບດອກໄມ້ໃບໄມ້, ເພາະສະນັ້ນ ທາງດ້ານສິລະປະກໍ່ໄດ້ຊຶມເລິກເຂົ້າໃນມັນສະໜອງຂອງເດັກ, ຈາກນັ້ນກໍ່ໄດ້ມີຄວາມຮັບຮູ້, ພ້ອມກັນນັ້ນກໍ່ໄດ້ຝຶກຝົນ ມີຄວາມມານະອົດທົນເຮັດບໍ່ນັບເວລາ ພຽງແຕ່ຕ້ອງການມີຄວາມງາມເພື່ອດຶງດູດໃຈລູກຄ້າເທົ່ານັ້ນ, ວຽກງານຕ້ອງການມີຄວາມກະຕືລືລົ້ນຕໍ່ວຽກງານ”.

     ນາຍຊ່າງດົງຢາວເມື່ອກ່ອນນີ້ ມີຊື່ສຽງດ້ວຍເຄື່ອງຮັບໃຊ້ການບູຊາ ແລະ ເຄື່ອງປະດັບປະດາພາຍໃນເຮືອນເຊັ່ນ ຊຸດໂຕະຕັ່ງ, ຮູບແກະຄວັດສະຫຼັກໄມ້, ບັນລັງ, ແຜ່ນຄຳພະຫຍາ… ສ່ວນໃນວັນນີ້ໝູ່ບ້ານ ດົງຢາວ ໄດ້ກາຍເປັນທີ່ຮູ້ຈັກກັນດີຂອງລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດດ້ວຍບັນດາຜະລິດຕະພັນ ສິລະປະຫັດຖະກຳແກະຄວັດສະຫຼັກທີ່ເປັນເອກະລັກຄື ຮູບແກະຄວັດສະຫຼັກພະພຸດຕ່າງໆ, ເຄື່ອງສິລະປະຫັດຖະກຳ ຫຼື ຮູບແກະຄວັດສະຫຼັກສັດນາໆຊະນິດທີ່ເປັນສັນຍາລັກໃຫ້ແກ່ຄວາມສະຫງົບສຸກ ແລະ ຄວາມໂຊກດີ. ມາຮອດໝູ່ບ້ານອາຊີບຫຼາຍຄົນກໍ່ຕົກສະເງິ ເມື່ອໄດ້ຮູ້ວ່າບັນດາຜະລິດຕະພັນເຄື່ອງເຟີນີເຈີໄດ້ບັນລຸລະດັບລະອຽດອ່ອນເຫຼົ່ານັ້ນ ໂດຍແມ່ນຊາວບ້ານຜູ້ທີ່ລຽບງ່າຍຜະລິດ. ເຂົາເຈົ້າມີຄວາມດຸໝັ້ນພາກພຽນມີສີມືອັນຄ່ອງແຄ້ວ ໃນແຕ່ລະລວດລາຍລະອຽດ, ເຈາະຄວັດຢູ່ຕາມລວດລາຍຂອງໄມ້ ເຮັດແນວໃດເພື່ອໃຫ້ຜະລິດຕະພັນມີຄວາມປານີດ. ເພາະສະນັ້ນ ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມວາດນຶກ, ຄວາມສາມາດປະດິດຄິດສ້າງເທົ່ານັ້ນ, ຫາກຍັງບັນຈຸ, ວັດທະນະທຳທີ່ເປັນມູນເຊື້ອຂອງໝູ່ບ້ານອາຊີບຈາກຄົນລຸ້ນກ່ອນໆ ທີ່ຖ່າຍທອດມາໃຫ້ຄົນລຸ້ນຫຼັງ. ອ້າຍ ຫວູດຶກກວ໋າງ ເຊິ່ງແມ່ນຜູ້ໜຶ່ງໄດ້ຮັບການບຳລຸງສ້າງມາຈາກໂຮງຮຽນວິຈິດຕະກຳ ໄດ້ກັບເມືອບ້ານເກີດເມືອງນອນ. ບໍ່ພຽງແຕ່ສືບທອດທາງດ້ານສິລະປະແກະຄວັດສະຫຼັກ ຈາກລຸ້ນປູ່ຍ່າຕາຍາຍປະໄວ້ໃຫ້ເທົ່ານັ້ນ, ອ້າຍ ກວ໋າງ ຍັງມີຊື່ສຽງດ້ວຍການປະດິດຄິດສ້າງໂດຍນຳໃຊ້ເຕັກນິກເຕັກໂນໂລຊີ ໃນການຜະລິດອອກຜະລິດຕະພັນແກະຄວັດສະຫຼັກໄມ້ ທີ່ມີລົມຫາຍໃຈຂອງຍຸກທັນສະໄໝ. ດ້ວຍສີມືອັນຄ່ອງແຄ້ວຂອງລາວ, ບັນດາດອກເບນຈະມາດ ທີ່ຖືກແກະຄວັດສະຫຼັກຢ່າງລະອຽດອ່ອນ ໄດ້ສ້າງເປັນຮູບພາບທີ່ມີຊີວິດຊີວາ ແລະ ເບິ່ງຄືດອກໄມ້ແທ້. ອ້າຍ ຫວູດຶກກວາງ ເວົ້າຄວາມໃນໃຈສູ່ຟັງວ່າ:

     “ເມື່ອເຮົາຜະລິດອອກຜະລິດຕະພັນໃດໜຶ່ງ, ກໍ່ຕ້ອງມີການວາດນຶກ, ເຮົາຕ້ອງມີວັນເວລາເພື່ອຊົມເບິ່ງສັງເກດ, ໃຊ້ຄວາມຄິດກ່ຽວກັບແຕ່ລະລາຍລະອຽດ, ເບິ່ງໄປເບິ່ງມາເຮັດແນວໃດ ເພື່ອໃຫ້ທັດຊະນີຍະພາບຕ້ອງມີຊີວິດຊີວາ, ຊ້ຳບໍ່ໜຳກໍ່ສາມາດໄຈ້ແຍກໄດ້ລະຫວ່າງດອກໄມ້, ໃບໄມ້ແກ່, ໃບໄມ້ອ່ອນ, ນົກແກ່, ນົກນ້ອຍ… ເຮັດໄດ້ຈັງຊັ້ນຮູບພາບໃນຜະລິດຕະພັນຈຶ່ງມີວິນຍານ”.

       ບັນດາຜະລິດຕະພັນຂອງໝູ່ບ້ານ ດົງຢາວ ໄດ້ກາຍເປັນຂີດໝາຍວັດທະນະທຳ ແລະ ເປັນສິນຄ້າປະເພດສົ່ງອອກໄດ້ຮັບຄວາມນິຍົມຢູ່ໃນບັນດາຕະຫຼາດໃຫຍ່ໃນໂລກຄື ຢູ່ເອີລົບ, ຈີນ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້… ສິ່ງນີ້ບໍພຽງແຕ່ນຳຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນໂຄສະນາພາບພົດທາງດ້ານວັດທະນະທຳຂອງ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນຮູ້ຈັກອີກດ້ວຍ. ໝູ່ບ້ານອາຊີບໄດ້ຂະຫຍາຍຕົວ, ໝູ່ບ້ານ ດົງຢາວ ໄດ້ມີຊີວິດທີ່ອຸດົມຮັ່ງມີທີ່ສຸດໃນຈຳນວນ 11 ບ້ານຂອງຕາແສງ ເລືອງດຽນ.

ຕອບກັບ

ຂ່າວ/ບົດ​ອື່ນ