ຄຸ້ມເມືອງເກົ່າແລະຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ


(vovworld) - ໃນ​ບັນ​ດາ​ປື້ມ​ຄູ່​ມື​ແນະ​ນຳ​ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ຫວຽດ​ນາມ, ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ ຍາມ​ໃດ​ກໍ​ແມ່ນ​ການ​ເລືອກ​ເຟັ້ນ​ຕົ້ນ​ຕໍ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ. ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ ແມ່ນ​ບ່ອນ​ເຕົ້າ​ໂຮມ​​ຖະ​ຫ​ນົນ 36 ສາຍ​ ຊື່ງມີ​ປະ​ຫວັດ​​ຄວາ​ມ​ເປັນ​ມາ ແລະ ວັດ​ທະ​ນະ​ທຳ​ມາ​ເປັນ​ເວ​ລາ​ຫລາຍ​ປີ​, ​ໃນ​ນັ້ນ​ມີຮ້າ​ນ​ຂາຍ​ສິນ​ຄ້າ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເມື່ອ​ໄປ​ຢ້ຽມ​ຢາມ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ, ນັກ​ທ່ອງ​ທ່ຽວ​ໄດ້​ຍ່າງ​ເລາະ​ຫຼິ້ນ​ລຽບຕາມ​ຖະ​ຫ​ນົນ​ສາຍ​ຕ່າງໆເພື່ອ​ຊື້​ເຄື່ອງ​ຂອງ, ຊອກ​ຮູ້​ອາ​ຊີບ​ຫັດ​ຖະ​ກຳ, ຢ້ຽມ​ຊົມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ. ເຖິງວ່າ​ໄດ້​ຜ່ານ​ຜ່າ​ໃນ​ຫລາຍ​ສັດ​ຕະ​ວັດ​ແລ້ວ​ກໍ​ຕາມ, ແຕ່​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ູ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ​ໄດ້​ເຮັດ​​ໃຫ້ນັກ​ທ່ອງ​ທ່ຽວມີ​ຄວາມ​ຮູ້​ສຶກ​ເຖິງ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​, ກໍ່​ຄືອາ​ຊີບ​ຫັດ​ຖະ​ກຳ​ຂອງ​ຊາວ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ.​ ຄຸ້ມ​ເມືອງ​ເກົ່າ​ແລະ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ ຮ່າ​ໂນ້ຍ
ຄຸ້ມເມືອງເກົ່າແລະຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ - ảnh 1
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມັກ​ນັ່ງ​ດື່ມ​ເບຍ​ຢູ່​ສອງ​ຟາກທາງ

photo: internet

        ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ກ່ອນນີ້​ນັບ​ຮ້ອຍໆ​ປີ ຢູ່ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​​ພະ​ລາ​ຊະ​ວັງ ທັງ​ລອງ​ໃນ​ເມື່​ອ​ກ່ອນ. ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍລວມ​ທັງ​ລະ​ບົບ​ຮ່ອມ​ທາງ, ຖະ​ຫ​ນົນນ້ອຍ ດ້ວຍບັນ​ດາ​​ຫລັງ​ຄາເຮືອນ​ມຸ້ງ​ດິນ​ຂໍ​ຕິດ​ກັນ​ຈາກ​ຖະ​ຫ​ນົນ​ສາຍນີ້​​ເຖິງຖະ​ຫ​ນົນ​ສາຍ​ອື່ນ. ໄລ​ຍະ​ຕົ້ນ, ຢູ່​ທີ່ນີ້​ແມ່ນ​ບັນ​ດາ​ຖະ​ຫ​ນົນ​ອາ​ຊີບ​ຫັດ​ຖະ​ກຳ​ຄື: ຫລອມ​ທອງ​ແດງ, ຕີ​ຄຳ​ເງິນ, ຕີ​ເຫລັກ, ຄ້າ​ຂາຍ​ແພ​ໄຫມ…. ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ, ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍຄ່ອຍໆ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ຕິດ​ພັນ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ແລະ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ມາ​ຮອດ​ປະ​ຈຸ​ບັນ, ​ຊື່​ຂອງຖະ​ຫ​ນົນ​ແຕ່​ລະ​ສາຍ​ລ້ວນ​ແຕ່​ເລີ່ມ​ຕົ້ນ​ດ້ວຍ​ສັບ "ຮ່າງ"​, ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ອາ​ຊີບ​ຫັດ​ຖະ​ກຳ​ຄື: ຮ່າງ​ເດືອງ (ຂາຍນ້ຳ​ຕານ), ຮ່າງ​ບາກ (ຂາຍ​ເງິນ), ຮ່າງ​ກາຍ (ຂາຍແພ​ໄຫມ), ຮ່າງກວາດ (ຂາຍ​ວີ)… ຢູ່​ຄຸ້ມ​ເມືອງ​ເກົ່າ, ບັນ​ດາ​ຫລັງ​ຄາ​ເຮືອນ​ທີ່ຕິດ​ກັບ​ຖະ​ຫ​ນົນ​ລ້ວນ​ແຕ່​ເປີດ​ຮ້ານ​ຂາຍ​ເຄື່ອງ​​ສິ​ລະ​ປະຫັດ​ຖະ​ກຳຫລື​ຮ​້ານ​ກິນ​ດື່ມ. ປະ​ຊ​າ​ຊົນ​ຢູ່​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ​ບາງ​ຄົນ​ກໍ​ແມ່ນ​ນາຍ​ຊ່າງ​ຜະ​ລິດເຄື່ອງ​ຫັດ​ຖະ​ກຳ ຫລື ຄ​້າ​ຂາຍ​ບັນ​ດາ​​ປະ​ເພດສິ​ນ​ຄ້າທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ດັ່ງ​ກ່າວ. ເພາະ​ສະ​ນັ້ນ ເມື່ອ​ຢ້ຽມ​ຊົມ​ຄຸ້ມ​ເມືອງ​ເກົ່າ, ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຍາມ​ໃດ​ກໍ​ດ​ຶງ​ດູດ​ນັກ​ທ່ອງ​ທ່ຽວ. ຄຸ້ມ​ເມືອງ​ເກົ່າ​ກໍ​ແມ່ນ​ສະ​ຖານ​ທີ່​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ຫລາຍ​ແຫ່ງ​ຄື: ວັດ​ວາ​ອາ​ຮາມ, ສາ​ລາ​ບ້ານ, ວິ​ຫານ, ຫໍ​ບູ​ຊາ​ວົງ​ຕະ​ກຸນ… ພ້ອມ​ດ້ວຍ​ບັນ​ດາ​ງານ​ບຸນ​ປະ​ເພ​ນີ​ທີ່​ອຸ​ດົມ​ສົມ​ບູນ​. ສາດ​ສະ​ດາ​ຈານ ໂງ​ດືກ​ທິ້ງ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ປະ​ຈຸ​ບັນ ​ເຖິງ​ວ່າຢູ່ບາງຖະ​ຫ​ນົນ​ອາ​ຊີບຫັດ​ຖະ​ກຳ ເຂົາ​ເຈົ້າ​ບໍ່​ຜ​ະ​ລິດ​ອີກ, ແຕ່ຍັງ​ຄົງຮັກສາ​ຮ່ອງຮອຍຂອງ​ຖະໜົນທີ່​ເຮັດອາ​ຊີ​ບ​ຫັດ​ຖະ​ກຳ​ດ້ວຍສະ​ຖາ​ປັດ​ຕະ​ຍະ​ກຳ ​ແລະ ວິ​ຖີ​ ​ດຳ​ລົງ​ຊີ​ວິດ.”


        ສິ່ງ​ທີ່​ສ້າງ​ຄວາມດຶງດູດ​ນັກ​ທ່ອງ​ທ່ຽວ​ເມື່ອ​ໄປ​ຢ້ຽມ​ຢາມ​ຄຸ້​ມ​ເມືອງ​ເກົ່າ ນັ້ນ​ແມ່ນ​ໄປ​ຮອດ​ບ່ອນ​ໃດກໍ​ເຫັ​ນ​ຮູບ​ພາບ​ຂອງ​ໝູ່​ບ້ານ​ອາ​ຊີບ, ຖະ​ຫ​ນົນ​ອາ​ຊີບ​ໃນ​ເມື່ອ​ກ່ອນ. ບັນ​ດາ​ເສັ້ນ​ທາງ​ນ້ອຍ​​ຊ້ອນ​ກັນ, ຮ້ານ​ຂາຍ​ເຄື່ອງ​ຖືກ​ຕັ້ງ​ຕິດ​ຈອດ​ກັນຢູ່​ສອງ​ພາກ​ທາງ. ອ້າຍ ຫງວຽນ​ຈູງ​ກຽນ, ຊາວ​ຖະ​ຫ​ນົນ ໂຕ​ລິກ, ເປັນ​ຊ່າງ​ຄ​ວັດ​ແກະ​ສະ​ຫລັກ​ໄມ້​ຫັດ​ຖະ​ກຳ​ໃຫ້​ຮູ້​ວ່າ:

        “ປະ​ຊາ​ຊົນ​​ເຮັດ​ອ​າ​ຊີບ​ຫັດ​ຖະ​ກຳຢູ່​ທີ່ນີ້​ຍັງ​ຄົງ​ມີ​ການ​ພົວ​ພັນ​ແບບ​ວົງ​ຕະ​ກຸນ, ສະ​ນັ້ນ, ​ໃນດຳ​ລົງ​ຊີ​ວິດເຂົາ​ເຈົ້າມີຄວາມສາ​ມັກ​ຄີ, ສະ​ຫ​ນິດ​ສະ​ຫ​ນົມ. ເມື່ອ​ຄອບ​ຄົວ​​ໃດມີ​ບັນ​ຫາ​ເກີດ​ຂຶ້ນ, ຜູ້​​ຢູ່​ໃນ​ຖະ​ຫ​ນົນ​ກໍ່ລ້ວນ​ແຕ່​ຮູ້​ໝົດ.”

ຄຸ້ມເມືອງເກົ່າແລະຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ - ảnh 2
ຖະ​ຫນົນ​ຮ່າງກວາດ
ພາບ:internet

        ນັກ​ທ່ອງ​ທ່​ຽວ​ຕ່າງ​ປະ​ເທດ ເມື່ອ​ມາ​ຢ້ຽມ​ຢາມ​ຄຸ້ມ​ເມືອງ​ເກົ່າ ລ້ວນ​ແຕ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​​ສາດ​, ວັດ​ທະ​ນະ​ທຳ ແລະ ໄດ້​ເຫັນ​ປະ​ຈັກ​ຕາ​​ຊີ​ວິດ​ປະຈຳ​ວັນຂອງ​ປະ​ຊາ​ຊົນຄຸ້​ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ, ເຂົາ​ເຈົ້າ​ເຄີຍ​ພັກ​ຢູ່ບັນ​ດາ​ໂຮງ​ແຮມ​ນ້ອຍ​​ຢູ່​ຖະ​ຫ​ນົນ​ໃຈ​ກາງ ຄື: ດີງ​ລຽດ, ຮ່າງ​ບາກ, ໝາ​ໄມ ຫລື ຮ່າງ​ຈົງ ​ເພື່ອ​ມີ​ຄວາມສະ​ດວກ​ໃນ​ການ​ຢ້ຽມ​ຢາມ​ຄຸ້ມ​ເມືອງ​ເກົ່າ​ກໍ​ຄື​ເຊື່ອມ​ຕົວ​ເຂົ້າ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່​ນີ້. ໃນ​ຍາມ​ເຊົ້າ, ທ່ານ​ສາ​ມາດ​ຮັບ​ປະ​ທານ​ອາ​ຫານ​ເຊົ້າ, ດື່ມ​ກາ​ເຟ​ຢູ່​ລ​ຽບ​ຕາມ​ຖະ​ຫ​ນົນ​ແລ້ວ ຍ່າງ​ເລາະ​ຫຼິ້ນ​ບັນ​ດາ​​ຖະ​ຫ​ນົນ​ຢູ່ຄຸ້ມ​ເມືອງ​ເກົ່າ. ເມື່ອ​ຫິວ​ແລ້ວ ທ່ານ​ສາ​ມາດ​ເຂົ້າ​ຮ້ານ​ອາ​ຫານ​ຕ່າງໆ​ຢູ່​ູ​ຄຸ້ມ​ເມືອງ​ເກົ່າ​ເພື່ອ​ຮັບ​ປະທານ​ອ​າ​ຫານ​ຫຼາຍ​ເຍື່ອງຂອງ​ອາ​ຊີ, ເອີ​ລົບ ຫລື​ອາ​ຫານ​ຫວຽດ​ນາມກໍ່​ໄດ້. ສ່ວນ​ໃນ​ຍາມ​ແລງ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຄີຍ​ນັ່ງ​ດື່ມ​ເບຍ​ສົດ​ຫລື​ນ້ຳ​ດື່ມ​ປະ​ເພດ​ຕ່າງໆ​ຢູ່​ຮ້ານ​ຄ້າ​ແຄມ​ຖະ​ຫ​ນົນ​ເພື່ອ​ຊົມ​ເບິ່ງ​ບັນ​ຍາ​ກາດ​ຕາມ​ທ້ອງ​ຖະ​ຫ​ນົນ.

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮູບ​ການ​ທ່ອງ​ທ່ຽວ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ​ຊື່ງ​​ນັກ​ທ່ອງ​ທ່ຽວ​ ​ນິ​ຍົມ​ກວ່າ​ໝູ່ນັ້ນ​ແມ່ນ ຢ້ຽມ​ຊົມ​ຄຸ້ມ​ເມືອງ​ເກົ່າ​ດ້ວຍ​ລົດ​ສາມ​ຫລໍ້(ຊີກ​ໂລ) ຫລື ລົດ​ໄຟ​ຟ້າ. ອ້າຍ David Lowe ​ອາ​ຍຸ 36 ປີ, ມາ​ຈາກ ອັງ​ກິດ ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ມັກ​ຍ່າງ​ເລາະ​ຫຼິ້ນ​ລຽບ​ຕາມ​ຖະ​ຫ​ນົນ. ພິ​ເສດ ແມ່​ນ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ, ຢູ່​ທີ່ນີ້​ມີ​ຫລາຍ​ສິ່ງ​ຫລາ​ຍ​ຢ່າງພຽງ​ແຕ່​​ໃຊ້​ເວລາ 5 ນາ​ທີ່​ກໍ​ສາ​ມາດ​ເຫັນ​ໄດ້​ໝົດ. ​ບັນ​ຍາ​ກາດ​ຢູ່ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.”

        ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ແລ້ວ ໄປ​ຢ້ຽມ​ຢາມ​ຄ​ຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢ່າງແທ້​ຈິງ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກສະ​ຫວາດ​ສະ​ເຫວີຍກວ່າ.

ຂ່າວ/ບົດ​ອື່ນ