ຄວາມງາມທີ່ເກົ່າແກ່ຂອງວັດວິ້ງຈາງໃນແຂວງຕຽນຢາງ

(VOVWORLD) -ວັດວິ້ງຈ່າງແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຢູ່ເຂດທາງທິດຕາເວັນຕົກພາກໃຕ້ຫວຽດນາມ. ເຖິງວ່າ ໄດ້ປຸກສ້າງມາແຕ່ດົນນານແລ້ວກໍຕາມ, ແຕ່ໃນປະຈຸບັນ ວັດນີ້ຍັງສາມາດຮັກສາຄວາມງາມແບບດັ້ງເດີມໃນທ່າມກາງເຂດປ່າໄມ້ແມ່ນ້ຳລຳເຊທີ່ຂຽວສົດງົດງາມ ແລະ ສະຫງົບສຸກຂອງແຂວງຕຽນຢາງ 
ຄວາມງາມທີ່ເກົ່າແກ່ຂອງວັດວິ້ງຈາງໃນແຂວງຕຽນຢາງ  - ảnh 1 ວັດວິ້ງຈາງໃນແຂວງຕຽນຢາງ

ວັດວິ້ງຈາງຖືກຕັ້ງຢູ່ສວນຕົ້ນໄມ້ກິນໝາກທີ່ມີເນື້ອທີ່ເກືອບ 2 ເຮັກຕາ ຂຶ້ນກັບຕາແສງມິ້ຟອງ, ນະຄອນມີ້ທໍ, ແຂວງຕຽນຢາງ. ຕາມປະຫວັດສາດແລ້ວ, ວັດນີ້ເຄີຍແມ່ນຕູບນ້ອຍໂດຍທ່ານເຈົ້າເມືອງ ບຸຍກົງດາດ ປຸກສ້າງໃນຕົ້ນສະຕະວັດທີ 19. ມາຮອດປີ 1849, ພະອາຈານມະຫາ ທິກເຫ້ວດັງ ເຈົ້າອະທິການວັດ ໄດ້ໃຫ້ກໍ່ສ້າງເປັນວັດວິ້ງງຽມຄືໃນວັນນີ້. ຍ້ອນວັດຖືກເປເພເພາະຖືກພາຍຸທຳລາຍເມື່ອປີ 1904, ດັ່ງນັ້ນຮອດປີ 1907, ພະອາຈານມະຫາໄດ້ຮຽກຮ້ອງສາສະນິກກະຊົນແຜ່ບໍລິຈາກວັດຖຸສິ່ງຂອງ, ເຫື່ອແຮງເພື່ອບູລະນະປະຕິສັງຂອນຄືນໃໝ່. ຕາມການເວລາ, ດ້ວຍການສຸມສະຕິປັນຍາ, ເຫື່ອແຮງ, ຄວາມກະຕືລືລົ້ນຂອງຊາວຫວຽດນາມລຸ່ນຕ່າງໆ, ໄດ້ເຮັດໃຫ້ວັດນີ້ນັບມື້ນັບສວຍງາມ, ໃຫຍ່ໂຕໂອຖົງ. ພະອາຈານມະຫາ ທິກເຫ້ວມິນ ຫົວໜ້າຄະນະສາສະໜາແຂວງຕຽນຢາງ, ເຈົ້າອະທິການ ວັດວິ້ງຈາງ ໃຫ້ຮູ້ວ່າ : 

     “ ອົງການກຸຍແນັສ ຫວຽດນາມໄດ້ກຳນົດ ວັດນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຈິດວິນຍານລະດັບຊາດ ແລະ ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວຈິດວິນຍານ 100 ແຫ່ງທ່ປະທັບໃຈທີ່ສຸດຢູ່ຫວຽດນາມ. ສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ຮັບການຢັ້ງຢືນເປັນເຂດປູຊະນີຍະສະຖານແຫ່ງຊາດ. ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມແຂວງຕຽນຢາງ ກໍລ້ອຍແຕ່ແວ່ຢາມວັດວິ້ງຈາງ. ໃນທຸກໆວັນເສົາ ແລະ ວັນອາທິດ, ຢູ່ວັດນີ້ມີແຂກຄົນມານະມັດສະການຢ່າງໜາແໜ້ນ”

    ຄວາມງາມຂອງວັດວິ້ງຈາງຖືກສະແດງອອກຜ່ານປະຕູຂົງຂອງວັດຊຶ່ງປະກອບດ້ວຍປະຕູໃຫຍ່ຢູ່ເຄິ່ງກາງ ແລະ 2 ປະຕູນ້ອຍຢູ່ 2 ຂ້າງໂດຍບັນດານາຍຊ່າງທີ່ມີສີມືດີຢູ່ເຫ້ວເຮັດເມື່ອປີ 1933. ບໍ່ຄືກັບປະຕູໂຂງຂອງວັດອື່ນໆ, ປະຕູຂົງຂອງວັດວິ້ງຈາງຖືກກໍ່ສ້າງຕາມແບບເກົ່າແກ່ ແລະ ຖືກຕິດດ້ວຍຫຼາຍປ່ຽງນ້ອຍຈາກເຄື່ອງປັ້ນດິນເຜົາເຄືອບຖືກແຕກທີ່ມີຫຼາກຫຼາຍສີສັນເຫຼື້ອມງາມຕາມຮູບ ມັງກອນ, ນົກຫົງ, ເຕົ່າ, ສິງໂຕ ພ້ອມກັບລວດລາຍແບບສາສະໜາພຸດ. ວັດວິ້ງຈາງມີ 5 ຫຼັງຄາສູງ, ເປັນສັນຍາລັກໃຫ້ແກ່ 5 ທາດໃນໂລກຈັກະວານຄື: ໂລຫະ, ໄມ້, ນ້ຳ, ໄຟ ແລະ ດິນຕາມຄວາມສຳນຶກຂອງຝ່າຍຕາເວັນອອກ. ຢູ່ດ້ານໜ້າຂອງວັດວິ້ງຈາງຖືກປະດັບປະດາຕາມແບບປະສົມປະສານລະຫວ່າງສະຖາປັດຕະຍະກຳຝ່າຍຕາເວັນຕົກ ແລະ ຕາເວັນອອກ. ພະອາຈານມະຫາ ທິກເຫ້ວມິນ ໃຫ້ຮູ້ຕື່ມອີກວ່າ : 

     “ສະຖາປັດຕະຍະກຳປະສົມລະຫວ່າງຝ່າຍຕາເວັນຕົກ ແລະ ຕາເວັນອອກ ກໍຍັງມີການປະສານກັບບັນດາລວດລາຍຄວັດສະຫຼັກຕາມແບບຂອງລາວ, ກຳປູເຈຍ. ຖ້າຫາກຍ່າງຈາກປະຕູໂຂງເຂົ້າທາງໃນ ກໍເຫັນ 3 ຫຼັງຄາສູງ ທີ່ເປັນໜ້າຈັບໃຈ. ເຂດຮັບແຂກກໍຖືກເຮັດຕາມແບບຝ່າຍຕາເວັນຕົກ, ແຕ່ຢູ່ວັງໃຫຍ່ ແລະ ວັງບູຊາຢູ່ທາງຫຼັງ ພັດຖືກເຮັດຕາມ ສະຖາປັດຕະຍະກຳຝ່າຍຕາເວັນອອກ, ຢູ່ໃນວັງ ກໍມີແຜ່ນຄຳຜະຫຍາ ຖືກແກະຄວັດສະຫຼັກຢ່າງງາມຕາ ”

      ປະຈຸບັນ, ວັດວິ້ງຈາງຍັງຮັກສາ 60 ຮູບຫຼໍ່ທອງ, ຮູບປັ້ນດິນເຜົາ, ຮູບແກະຄວັດສະຫຼັກໄມ້ ແລະ ທັງໝົດເຫຼົ່ານັ້ນກໍລ້ວນແຕ່ຟອກຄຳປິວຢ່າງສວຍງາມ. ໃນນັ້ນ, ຮູບປັ້ນທີ່ມີຄຸນຄ່າສິລະປະສູງນັ້ນ ແມ່ນຊຸດຮູບແກະຄວັດສະຫຼັກພະອໍລະຫັນ 18 ອົງ ຖືກເຮັດດ້ວຍໄມ້ມີ້ໃນຕົ້ນສະຕະວັດທີ 20. ນອກຈາກນັ້ນ, ວັດວິ້ງຈາງຍັງຮັກສາລະຄັງທອງແດງສູງ 1,2 ແມັດ, ມີນ້ຳໜັກປະມານ 150 ກິໂລກຣາມ ຖືກຫຼໍ່ເມື່ອເດືອນພຶດສະພາປີ 1854 . ໃນວັດຍັງມີພາບຂັດມັນ 20 ກ່ວາແຜ່ນທີ່ແຕ້ມຕົ້ນໄມ້ໄຜ່, ດອກເໝີຍ, ດອກເບນຈະມາດ, ດອກກ້ວຍໄມ້ ແລະ ທິວທັດທຳມະຊາດຫວຽດນາມເປັນໜ້າຈັບໃຈ. 

        ຕາມບັນດານັກຊ່ຽວຊານດ້ານວັດທະນະທຳແລ້ວ, ຄວາມງາມຂອງວັດວິ້ງຈາງ ແມ່ນການສ່ອງແສງດ້ານປະຫວັດສາດ, ວິຈິດຕະກຳຂອງດິນແດນຕຽນຢາງ. ແຕ່ລະມື້, ນອກຈາກບັນດາສາສະນິກກະຊົນມາທຳພິທີບູຊາແລ້ວ, ກໍຍັງມີແຂກທ່ອງທ່ຽວທີ່ມາຈາກສາລະທິດມາຢ້ຽມຊົມວັດວິ້ງຈາງ ຊຶ່ງໜາແໜ້ນທີ່ສຸດແມ່ນໃນວັນເພັງ, ວັນທີ 1 ແຕ່ລະເດືອນ ໄລ່ຕາມຈັນທະປະຕິທິນ ແລະ ວັນບຸນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ