ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ

(VOVWORLD) -ໂດຍນອນຢູ່ເຂດພູພຽງຫີນດົ່ງວັນ, ຖ້ຳລຸ່ງຂວຸຍປຽບເໝືອນສະຖານທີ່ພົ້ນເດັ່ນໃນການເດີນທາງທ່ອງທ່ຽວເພື່ອຄົ້ນຫາຢູ່ສວນສາທາລະນະທໍລະນີທົ່ວໂລກ ດົ່ງວັນ. ຖ້ຳລຸ່ງຂວຸຍຖືກຂະໜານນາມວ່າ: ແມ່ນຖ້ຳແຫ່ງໜຶ່ງດຽວຢູ່ເຂດພູພຽງ. ສິ່ງທີ່ສ້າງເປັນຈຸດພິເສດຂອງຖ້ຳລຸ່ງຂວຸຍກໍແມ່ນລະບົບຫີນນົມຜາທີ່ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ ແລະ ມີເລື່ອງເລົ່າຂານສືບກັນມາກ່ຽວກັບຄວາມຮັກຂອງຄູ່ບ່າວສາວຊົນເຜົ່າມົ້ງຕິດພັນກັບຖ້ຳລຸ່ງຂວຸຍ, ຍາມໃດກໍ່ດຶງດູດໃຈແຂກທ່ອງທ່ຽວມາຢ້ຽມຊົມຢູ່ມໍລະດົກພິເສດນີ້
ຄວາມງາມໃນຖ້ຳລຸ່ງຂວຸຍ, ຢູ່ແຂວງຮ່າຢາງ - ảnh 1ຄວາມງາມຂອງຫີນນົມຜາໃນຖ້ຳລຸ່ງຂວຸຍປຽບເໝືອນແດນສະຫວັນ 

ຖ້ຳລຸ່ງຂວຸຍນອນຢູ່ເຄິ່ງກາງພູໃຫ່ຍໜ່ວຍໜຶ່ງ, ບົນຜາຫີນສູງຊັນ. ໂດຍນອນຢູ່ຫ່າງຈາກເທດສະບານເມືອງຕາມເຊີນເຊິ່ງແມ່ນໃຈກາງເມືອງ ກວານບະ ປະມານສາມກິໂລແມັດ. ຈາກຕີນພູ, ແຂກທ່ອງທ່ຽວພຽງແຕ່ຍ່າງຕາມທາງຊອຍຂຶ້ນຖ້ຳ. ປະຕູຖ້ຳສູງບໍ່ຮອດ 1,5 ແມັດ ແລະ ກວ້າງປະມານໜຶ່ງແມັດ, ເບີ່ງຄືວ່າຍ້ອນສິ່ງນີ້ເອງ ທີ່ຜ່ານໄລຍະເວລານັບສະຕະວັດມານີ, ຖ້ຳແຫ່ງນີ້ຍັງຄົງສາມາດຮັກສາຄວາມງາມຮົກເຮື້ອຍາກທີ່ຫາໄດ້. ຖ້ຳລຸ່ງຂວຸຍມີອາຍຸນັບລ້ານປີ, ແຕ່ມັນພຽງແຕ່ຖືກມະນຸດຮູ້ຈັກເຖິງໃນຊຸມປີມໍ່ໆມານີ້.  ລຸ່ງ ຫງວຽນ ງ໋ອກ ຫາຍ ແຂດທ່ອງທ່ຽວມາຢ້ຽມຊົມຖ້ຳລຸ່ງຂວຸຍເປັນຄັ້ງທຳອິດໃຫ້ຮູ້ວ່າ:

     “ເມື່ອກ່ອນນີ້, ຂ້າພະເຈົ້າໄດ້ເຄີຍໄປປະຕິບັດງານຢູ່ ກວານບະ ເປັນເວລາຫ້າປີ, ແຕ່ກໍບໍ່ຮູ້ຈັກຖ້ຳແຫ່ງນີ້. ແລະ ໃນມໍ່ໆມານີ້, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ: ຢູ່ແຫ່ງນີ້ມີຖ້ຳໜຶ່ງທີ່ສວຍງາມແບບມະຫັດສະຈັນ. ດັ່ງນັ້ນຄອບຄົວຂ້າພະເຈົ້າຈຶ່ງໄດ້ມາຢ້ຽມຊົມ, ທັດສະນະສຶກສາຢູ່ທີ່ນີ້”. 

     ບໍ່ເຊັ່ນດຽວກັນກັບບັນດາລະບົບຖ້ຳຢູ່ແຫ່ງອື່ນໆ, ປະລິມານຫີນນົມຜາຢູ່ຖ້ຳລຸ່ງຂວຸຍແມ່ນເຕົ້າໂຮມກັນດ້ວຍລະດັບແໜ້ນໜາ. ຄວາມງາມແບບທຳມະຊາດ ດ້ວຍບັນດາເສົາຫີນ, ນົມຜາທີ່ມີຫຼາຍຮູບຫຼາຍສີໄດ້ເຮັດໃຫ້ແຂກທ່ອງທ່ຽວທີ່ມາຢ້ຽມຊົມມີຄວາມປະຫຼາດໃຈທີ່ສຸດ. ລຸ່ງ ຟາ້ມຮຸ່ງ ແຂກທ່ອງທ່ຽວໃຫ້ຮູ້ວ່າ:  

     “ສິ່ງທີ່ເປັນໜ້າປະທັບໃຈສຳລັບຂ້າພະເຈົ້າແມ່ນເມື່ອເຂົ້າໄປໃນຖ້ຳ, ນັ້ນແມ່ນໄດ້ເຫັນຄວາມງາມຂອງຖ້ຳຍັງຮົກເຮື້ອ, ຂ້າພະເຈົ້າຮູ້ສຶກວ່າຍັງບໍ່ທັນມີຝາມືຂອງມະນຸດແຕະຕ້ອງເຖິງ. ຂ້າພະເຈົ້າກໍໄດ້ໄປທັດສະນະຢ້ຽມຊົມຢູ່ຖ້ຳຫຼາຍແຫ່ງແລ້ວ, ແຕ່ຖ້ຳເຫລົ່ານັ້ນບໍ່ຮົກເຮື້ອຄືດັ່ງຖ້ຳລຸ່ງຂວຸຍແຫ່ງນີ້”.  

      ຖ້ຳລຸ່ງຂວຸຍກໍມີຊື່ເຊັ່ນດຽວກັນກັບບ້ານລຸ່ງຂວຸຍທີ່ສວຍສົດງົດງາມຂອງຊາວເຜົ່າມົ້ງຢູ່ຕີນພູ. ກ່ອນທີ່ຈະຖືກນຳເຂົ້າຂຸດຄົ້ນຮັບໃຊ້ການທ່ອງທ່ຽວ, ຖ້ຳລຸ່ງຂວຸຍແມ່ນແຫ່ງຕິດແໜ້ນກັບຊິວິດຈິດວິນຍານຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ບ້ານລຸ່ງຂວຸຍ, ເພາະສະນັ້ນນັບແຕ່ໃດໆມາ, ຖ້ຳລຸ່ງຂວຸຍໄດ້ຮັບການອະນຸລັກຮັກສາຈາກພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ຢ່າງເຄັ່ງຄັດ. ຜ່ານໄລຍະເວລາບໍ່ຈັກວ່າເທົ່າໃດປີຈຶ່ງເຮັດໃຫ້ບັນດາໝູ່ບ້ານເຜົ່າມົ້ງຢູ່ຕີນພູລຸ່ງຂວຸຍໄດ້ເປັນຮູບເປັນຮ່າງຂຶ້ນ. ຕາມຊາວທ້ອງຖິ່ນແລ້ວ, “ລຸ່ງຂວຸຍ” ພາສາມົ້ງໝາຍເຖິງ “ມັງກອນໃນຫີນ”. ເລື່ອງລາວແຫ່ງຄວາມຮັກທີ່ເພີ່ນຈິດ ແລະ ຄວາມງາມດັ່ງໃນຝັນຂອງຖ້ຳລຸ່ງຂວຸຍໂດຍທຳມະຊາດດົນບັນດານໃຫ້ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຫຼົງໄຫຼ. ລຸງ ຫງວຽນ ງ໋ອກ ຫາຍ ແຂກທ່ອງທ່ຽວແບ່ງປັນວ່າ:  

      “ເມື່ອເວົ້າເຖິງຖ້ຳແຫ່ງນີ້, ຊາວທ້ອງຖິ່ນຍາມໃດກໍເລີ່ມຕົ້ນຈາກເລື່ອງລາວແຫ່ງຄວາມຮັກ ແລະ ເລື່ອງລາວແຫ່ງຄວາມຮັກນັ້ນແມ່ນງົດງາມ ແລະ ສູງສົ່ງທີ່ສຸດຂອງຄູ່ບ່າວສາວໃດໝຶ່ງ. ແລະ ເລື່ອງລາວຢູ່ນີ້ແມ່ນຂອງເຈົ້າຖິ່ນເຈົ້າຖານ, ເຈົ້າຊິວິດອົງໃດອົງໜຶ່ງທີ່ຕິດພັນກັບນາງສາວໃນບ້ານ ແລະ ຢູ່ແຫ່ງນີ້ແມ່ນບ່ອນຢູ່ອາໄສຂອງຄູ່ບ່າວສາວ ແລະ ໄດ້ສ້າງເປັນເລື່ອງລາວແຫ່ງຄວາມຮັກທີ່ມີຊິວິດຊິວາ ແລະ ຈັບອົກຈັບໃຈ”. 

     ໃນວັນນີ້ຢູ່ບ້ານລຸ່ງຂວຸຍ, ນ້ຳຍັງຄົງແມ່ນເລື່ອງລາວທີ່ຍັງຊ້ອນແຝງຫຼາຍສິ່ງທີ່ຈັບອົກຈັບໃຈກ່ຽວກັບຮີດຄອງປະເພນີຂອງຊາວທ້ອງຖິ່ນ. ນ້ຳສ້າງວິເສດໃນຖ້ຳໄດ້ຮັບຄວາມເຄົາລົບນັບຖືຈາກຊາວເຜົ່າມົ້ງຢູ່ແຫ່ງນີ້ທີ່ສຸດ. ໃນຊຸມວັນບຸນເຕັດ, ຊາວເຜົ່າມົ້ງຢູ່ທຸກແຖບຖິ່ນໄດ້ພາກັນມານີ້ຂໍນ້ຳເພື່ອເອົາເມືອໄຫວ້ບູຊາບັນພະບຸລຸດ, ພາວະນາໃຫ້ຄອບຄົວມີສຸຂະພາບເຂັ້ມແຂງ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ຄວາມງາມໂດຍທຳມະຊາດດົນບັນດານໃຫ້, ຄວາມງາມໃນຊິວິດວັດທະນະທຳຂອງຊາວເຜົ່າມົ້ງຢູ່ຕີນພູລຸ່ງຂວຸຍນັ້ນມື້ນັບດຶງດູດໃຈແຂກທ່ອງທ່ຽວມາຢ້ຽມຊົມ. ຖ້ຳລຸ່ງຂວຸຍແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມງາມພຽງແຕ່ໜຶ່ງບໍ່ມີສອງຢູ່ເຂດພູສູງໄຕບັກຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ