ຄວາມດູດດື່ມຂອງບ້ານທ່ອງທ່ຽວຊຸມຊົນ ສີເທົາຈ໋າຍ

(VOVWORLD) -ບ້ານ ສີເທົາຈ໋າຍ ຂຶ້ນກັບຕາແສງ ໂຮ່ເທົ່າ ເມືອງ ຕາມເດື່ອງ ແຂວງ ລາຍເຈົາ ນອນຢູ່ຈຸດສູງ 1.400 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ດ້ວຍທັດຊະນີຍະ ພາບທຳມະຊາດໃຫຍ່ໂຕມະໂຫຖານ ອາກາດປອດໂປ່ງເຢັນສະບາຍ ພ້ອມກັບບັນດາຮີດຄອງປະເພນີເປັນເອກະລັກສະເພາະຂອງປະຊາຊົນຢູ່ແຫ່ງນີ້, ບ້ານ ສີເທົາຈ໋າຍ ແມ່ນໜຶ່ງໃນບັນດາບ້ານທ່ອງທ່ຽວຊຸມຊົນ ທີ່ເປັນໜ້າປະທັບໃຈໃນແຂວງ ລາຍເຈົາ
ຄວາມດູດດື່ມຂອງບ້ານທ່ອງທ່ຽວຊຸມຊົນ ສີເທົາຈ໋າຍ - ảnh 1ປະຕູໂຂງເຂົ້າບ້ານ ສີເທົາຈ໋າຍ

      ບ້ານ ສີເທົາຈ໋າຍ ໃນປັດຈຸບັນມີ 62 ຄອບຄົວ ດ້ວຍພົນລະເມືອງ 308 ຄົນ ເຊິ່ງລ້ວນແຕ່ແມ່ນຊາວເຜົ່າ ຢ້າວ. ປີ 2016 ບ້ານ ສີເທົາຈ໋າຍ ຖືກແຂວງ ລາຍເຈົາຮັບຮອງແມ່ນບ້ານທ່ອງທ່ຽວຊຸມຊົນ. ປີ 2017 ຊາວບ້ານໄດ້ເລີ່ມເປີດທິດ ພັດທະນາການທ່ອງທ່ຽວຊຸມຊົນ ແລະ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ອັນໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຢ່າງຫຼວງຫຼາຍ. ອ້າຍ ຟ່ານອາປ່າວ  ເຈົ້າຂອງໂຮມສະເຕຢູ່ບ້ານ ສີເທົາຈ໋າຍ ໃຫ້ຮູ້ວ່າ:

   “ໃນບ້ານກໍ່ມີ12 ຄອບຄົວເປີດໂຮມສະເຕ ພ້ອມແລ້ວຈະຕ້ອນຮັບແຂກທ່ອງທ່ຽວ. ປັດຈຸບັນມີ 6 ຄອບຄົວຕື່ມອີກ ພວມສືບຕໍ່ເຮັດໂຮມສະເຕ. ຂ້າພະເຈົ້າເປີດໂຮມສະເຕ ແຕ່ປີ 2018 ປັດຈຸບັນໄດ້ເປີດກວ້າງຕື່ມອີກ ຍ້ອນມີແຂກທ່ອງທ່ຽວຫຼາຍຂະນະມາຕ້ອງການມີບ່ອນນອນພັກຜ່ອນ.  ກ່ອນໜ້ານັ້ນເຮືອນຂອງຂ້າພະເຈົ້າສາມາດຕ້ອນຮັບແຂກທ່ອງທ່ຽວໄດ້ 10 ຄົນເທົ່ານັ້ນ ແຕ່ປັດຈຸບັນໄດ້ເປີດກວ້າງສາມາດຕ້ອນຮັບແຂກທ່ອງທ່ຽວ 50 ຄົນໄດ້ແລ້ວ. ບ້ານກໍ່ມີການບໍລິການໂດດຈ້ອງເວີ່ນ. ແຂກທ່ອງທ່ຽວໄດ້ເລີ່ມມາທ່ຽວແຕ່ເດືອນ 3 ໄລ່ຕາມຈັນທະປະຕິທິນ ແຂກທ່ອງທ່ຽວຕ່າງປະເທດສ່ວນຫຼາຍແມ່ນ ອັງກິດ ແລະ ສ ເກົາຫຼີ”.

  ຄວາມປະທັບໃຈສຳລັບແຂກທ່ອງທ່ຽວ ທີ່ເປັນຄັ້ງທຳອິດມານີ້ ກໍ່ແມ່ນບັນຍາກາດທີ່ສະຫງົບງຽບ ທິວທັດທຳມະຊາດຂຽວສົດງົດງາມ ດ້ວຍດອກກຸຫຼາບ, ດອກກ້ວຍໄມ້ ແລະ ຕົ້ນໄມ້ກິນໝາກຫຼາຍປະເພດຄືຕົ້ນໝາກຄາຍ, ໝາກໝັ້ນ ປູກຕາມສອງຝາກທາງ, ປູກໃນສວນ ແລະ ຢູ່ຕາມເນີນພູ. ເສັ້ນທາງເຂົ້າໝຼ່ບ້ານຖືກປູດ້ວຍຫີນສອງຝາກທາງກໍ່ມີຝາຫີນ, ມີບາງບ່ອນກໍ່ເຮັດຮູບປັ້ນຄົນ ແລະ ສັດປະເພດຕ່າງໆ. ນາງ ຫງວຽນເຫວະຈີ ແຂກທ່ອງທ່ຽວມາຈາກ ຮ້າໂນ້ຍ ເປີດເຜີຍວ່າ:

   “ບ້ານທ່ອງທ່ຽວ ສີເທົາຈ໋າຍ ງາມທີ່ສຸດ ປະຊາຊົນກໍ່ມີຈິດໃຈຮັກແພງແຂກ, ຢູ່ແຫ່ງນີ້ກໍ່ມີສິນພິເສດຫຼາຍຢ່າງ, ຂ້າພະເຈົ້າມີຄວາມປະທັບໃຈນັ້ນແມ່ນບັນດາໂຮມສະເຕຢູ່ທີ່ນີ້ ຖືກປຸກສ້າງຢ່າງງາມຕາມີການບໍລິການດີທີ່ສຸດ.   ຂ້າພະເຈົ້າເພິ່ງພໍໃຈເມື່ອມາທ່ຽວຢູ່ທີ່ນີ້”.

   ມາທ່ຽວຢູ່ບ້ານ ສີເທົາຈ໋າຍ ແຂກທ່ອງທ່ຽວຈະມີໂອກາດຢ້ຽມຊົມທັດສະນະສຶກສາ ແລະ ຄົ້ນຫາບັນດາມໍລະດົກວັດທະນະທຳເປັນວັດຖຸ ຄື ເຮືອນບູຮານທີ່ເຮັດດ້ວຍດິນ ມຸງຫຍ້າຍຂອງຊາວເຜົ່າ ຢ້າວ ແຂກທ່ອງທ່ຽວຍັງຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດງານບຸນ, ພິທີປະດັບຍົດ, ພິທີເຕັ້ນອ້ອມກອງໄຟ ຫຼື ຢ້ຽມຊົມໝູ່ບ້ານຕ່ຳແຜ່ນແພພື້ນເມືອງ, ປະກອບອາຊີບຕີເຫຼັກ. ສຳລັບ ແຂກທ່ອງທ່ຽວມັກທ່ອງທ່ຽວພະຈົນໄພ ຈະໄດ້ຂີ່ລົດໄປຢ້ຽມຊົມຕົວຈິງ, ປີນພູ ຫຼື ໂດດຈ້ອງເວີ່ນຢ້ຽມຊົມທັດຊະນີຍະພາບທັງໝົດ ຢູ່ຮ່ອມພູ ຕາມເດື່ອງ. ອ້າຍ ລູ່ວັນປ໊າວ  ເຈົ້າຂອງໂຮມສະເຕຢູ່ບ້ານ ສີເທົາຈ໋າຍ ໃຫ້ຮູ້ວ່າ:

“ມາທ່ຽວຢູ່ບ້ານນີ້, ແຂກທ່ອງທ່ຽວຈະໄດ້ເຂົ້າເຖິງທາງດ້ານວັດທະນະທຳ, ອາຫານການກິນພ້ອມກັບພໍ່ແມ່ພີ່ນ້ອງ  ຄົ້ນຫາການດຳລົງຊີວິດຂອງຊາວທ້ອງຖິ່ນ. ແຂກບາງຄົນກໍ່ມານີ້ຊື້ນ້ຳເຜິ້ງ, ກອງສິລະປະກອນຂອງໝູ່ບ້ານ ພ້ອມແລ້ວທີ່ຈະທຳການສະແດງຮັບໃຊ້ແຂກທ່ອງທ່ຽວ ບັນດາລາຍການຟ້ອນ ຂັບລຳທຳເພງ ມ່ວນຊື່ນອ້ອມກອງໄຟ”.

ແຕ່ປີ 2015 ເມືອງ ຕາມເດື່ອງ ໄດ້ລົງທຶນເປີດກວ້າງ ຍົກລະດັບ ແລະ ປູຢາງເສັ້ນທາງໄປຍັງບ້ານ ສີເທົາຈ໋າຍ ອັນໄດ້ສ້າງເງື່ອນໄຂສະດວກໃນການສັນຈອນໄປມາ. ອຳນາດການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ເປັນພິເສດ ແລະ ສົ່ງເສີມຊາວບ້ານ ພັດທະນາການທ່ອງທ່ຽວ. ນາງ ເຕິ໊ນທິເຍິ໊ນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ໂຮ່ເທົ່າ ໃຫ້ຮູ້ວ່າ:

 “ໃນການເຄື່ອນໄຫວທ່ອງທ່ຽວພວກຂ້າພະເຈົ້າກໍ່ໄດ້ມີການຈັດແບ່ງວຽກງານ ໃຫ້ບັນດາພະນັກງານບ້ານເປັນຜູ້ປະສານງານ. ທາງຕາແສງກໍ່ໄດ້ໜູນຊ່ວຍເຮັດໂຮມສະເຕ ເປັນຈຳນວນເງິນ 15 ລ້ານດົ່ງຕໍ່ຄອບຄົວ,ສ່ວນທາງເມືອງກໍ່ໜູນຊ່ວຍແຕ່ລະຄອບຄົວເຮັດໂຮມສະເຕ 50 ລ້ານດົ່ງ. ນອກຈາກນັ້ນກໍ່ຍັງໜູນຊ່ວຍການປູກຕົ້ນໄມ້ກິນໝາກ ເຂດຊົນຮ້ອນຄື ໝາກຄາຍ ໝາກໝັ້ນ...”

ປັດຈຸບັນເມືອງ ຕາມເດື່ອງ ພວມເພີ່ມທະວີການຮ່ວມສຳພັນກັບບັນດາສະໂມສອນຈ້ອງເວີ່ນ ເພື່ອຈັດງານແຂ່ງຂັນໂດດຈ້ອງເວີ່ນສາກົນຢູ່ບ້ານ ສີເທົາຈ໋າຍ ໃນໂອກາດຈັດງານບຸນຢູ່ທ້ອງຖິ່ນ.  ຜ່ານນັ້ນກໍ່ເປັນການໂຄສະນາເຜີຍແຜ່ພາບພົດກ່ຽວກັບປະເທດຊາດ ທິວທັດທຳມະຊາດສີສັນວັດທະນະທຳພື້ນເມືອງ ຂອງຊາວເຜົ່າ ຢ້າວ ຢູ່ບ້ານ ສີເທົາຈ໋າຍ. ບ້ານ ສີເທົາຈ໋າຍ ແມ່ນສະຖານທີ່ທ່ອງທ່ຽວຊຸມຊົນ ປະສານສົມທົບກັບທ່ອງທ່ຽວທຳມະຊາດ ແລະ ນັບມື້ນັບມີຄວາມດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ