ຄວາມປະທັບໃຈຢູ່ຕອນດິນເໜືອສຸດຂອງປະເທດຊາດ

(VOVWORLD) -ໂດຍແມ່ນຊາວຫວຽດນາມ, ບໍ່ວ່າຜູ້ໃດກໍ່ມີຄວາມຫວັງ ຢາກໄດ້ໄປຢ້ຽມຢາມ ແຫຼມຊາຫວີ ເທື່ອໜຶ່ງ, ເຊິ່ງແມ່ນຕອນດິນ ເໜືອສຸດຂອງປະເທດຊາດ. ແຫຼມຊາຫວີ ຂຶ້ນກັບບໍລິເວນຕາແສງ ຈາໂກ ນະຄອນ ໝອງກ໋າຍ ເຊິ່ງແມ່ນດິນແດນຢູ່ສຸດ ທາງທິດຕາເວັນອອກສ່ຽງເໜືອ ຂອງປະເທດຊາດ. ພ້ອມກັບຫຼຸງກູ ຕອນດິນເໜືອສຸດ, ອາປາຈາຍ ຢູ່ສຸດທາງທິດຕາເວັນຕົກ, ແຫຼມກາເມົ່າ ຕອນດິນໃຕ້ສຸດ ແລະ ແຫຼມດ້ຽນ ຢູ່ສຸດທາງທິດຕາເວັນອອກຂອງປະເທດຊາດນັ້ນ, ແຫຼມຊາຫວີ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບບັນດາຜູ້ມັກທ່ອງທ່ຽວຄົ້ນຫາ ດິນແດນຂອງປະເທດຊາດ.
ຄວາມປະທັບໃຈຢູ່ຕອນດິນເໜືອສຸດຂອງປະເທດຊາດ - ảnh 1ຊາຫວີ-ຕອນດິນເໜືອສຸດຂອງປະເທດຊາດ 

ແຫຼມຊາຫວີ ຍັງຖືກເອີ້ນວ່າ ແຫຼມຈ໋ອດ ເຊິ່ງແມ່ນຕອນດິນຢູ່ສຸດ ທາງທິດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ ຂຶ້ນກັບຕາແສງ ຈາໂກ, ນະຄອນ ໝອງກ໋າຍ  ແຂວງ ກວາງນິງ. ທາງທິດເໜືອແມ່ນປາກແມ່ນ້ຳ ບັກລວນ ໄຫຼອອກສູ່ທະເລ. ເມື່ອໄປຢ້ຽມຢາມ ແຫຼມຊາຫວີ ແຂກທ່ອງທ່ຽວຫຼາຍຄົນ ຮູ້ສຶກມີຄວາມເອກອ້າງທະນົງໃຈ ແລະ ມີຄວາມຮູ້ສຶກວ່າສອງຕອນດິນເໜືອສຸດ ແລະ ໃຕ້ສຸດເບິ່ງຄືວ່າສັ້ນລົງ. ອ້າຍ ຫວຽດ ເຊິ່ງແມ່ນແຂກທ່ອງທ່ຽວຜູ້ໜຶ່ງ ໃຫ້ຮູ້ວ່າ:

    “ມື້ນີ້ແມ່ນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມ ແຫຼມຊາຫວີ ເຊິ່ງແມ່ນຕອນດິນເໜືອສຸດ ຂອງປະເທດຊາດ ດ້ວຍຮູບຕົວໜັງສື S ຫວຽດນາມ, ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈທີສຸດເມື່ອໄດ້ມານີ້ ເພາະວ່ານີ້ແມ່ນ ສະຖານທີ່ດູດດື່ມເປັນພິເສດ”

     ເມື່ອໄປຮອດ ຊາຫວີ ກໍ່ມີສະຖານທີ່ສອງຈຸດ ເບິ່ງຄືວ່າຜູ້ໃດກໍ່ມັກຢືນຖ່າຍຮູບ, ນັ້ນແມ່ນບ່ອນຢູ່ກ້ອງປ້າຍໂຄສະນາທີ່ມີຮູບຕົ້ນໄມ້ ແລະ ເສົາຫຼັກໝາຍທີ່ດ້ານໜຶ່ງຂຽນວ່າ ຈາງຫວີສູນກິໂລແມັດ, ສ່ວນດ້ານຫຼັງຂຽນວ່າ: ຈາກຈາໂກຫາແຫຼມກາເມົາ 3.260 ກິໂລແມັດ. ເມື່ອຢືນຢູ່ ແຫຼມຊາຫວີ ມຸ່ງສາຍຕາໄປທາງໄກ, ແຂກທ່ອງທ່ຽວສາມາດໄດ້ຮັບຊົມຄວາມງາມ ດ້ວຍຮູບກ່ຽວຂອງຝັ່ງທະເລຈາໂກ ທີ່ມີຄວາມຍາວ 17 ກິໂລແມັດ. ເຖິງວ່າຕອນດິນຢູ່ສຸດທາງທິດຕາເວັນອອກຂອງ ຫວຽດນາມ ແມ່ນ ແຫຼມດ້ຽນ ໃນແຂວງ ຟູ໋ອຽນ ກໍ່ຕາມ, ແຕ່ ແຫຼມຊາຫວີ ຢູ່ຈາໂກກໍ່ແມ່ນສະຖານທີ່ຮັບເອົາ ແສງຕາເວັນກ່ອນໜູ່ຢູ່ພາກເໜືອ ຫວຽດນາມ. ເພາະສະນັ້ນ ແຂກທ່ອງທ່ຽວຮູ້ສຶກມີຄວາມໂຊກດີ ເມື່ອໄດ້ຮັບເອົາແສງອາລຸນໃໝ່ ຢູ່ສະຖານທີ່ພິເສດນີ້. ໃນທາມກາງດິນຟ້າ ແລະ ທະເລທີ່ກວ້າງໃຫ່ຍໄພສານຂອງ ຫວຽດນາມ, ຊາວຫວຽດນາມແຕ່ລະຄົນ ກໍ່ຮັບຮູ້ເຖິງສະຕິຄວາມຮັບຜິດຊອບ ເພື່ອປົກປັກຮັກສາ ອະທິປະໄຕຂອງປະເທດຊາດ. ຢູ່ໃກ້ກັບ ແຫຼມຊາຫວີ ແມ່ນກິດຈະກຳໂຄສະນາສື່ສານ ປຸກລະດົມກຳລັງໃຈຢູ່ເຂດຊາຍແດນຊາຫວີ ເຊິ່ງໄດ້ຮັບການເລີ່ມລົງມືກໍ່ສ້າງນັບແຕ່ປີ 2009. ຢູ່ທາງໜ້າແມ່ນບໍລິເວນສະໜາມຫຼວງສູນກາງ ດ້ວຍເສົາຫີນສອງແຖວ ທີ່ເຮັດດ້ວຍຫີນທຳມະຊາດ ທີ່ເອົາມາຈາກເຂດເມືອງຫຼວງເກົ່າ ຮວາລື ໃນແຂວງ ນິງບິ່ງ. ໃນທຸກວັນນີ້ ສະຖານທີ່ທ່ອງທ່ຽວວັດທະນະທຳ ຊາຫວີ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ແຂກທ່ອງທ່ຽວມັກໄປຢ້ຽມຢາມ ເມື່ອມີໂອກາດມານະຄອນ ໝອງກ໋າຍ. ບໍ່ພຽງແຕ່ແມ່ນລາຍການທ່ອງທ່ຽວ ການຄ້າຢູ່ດ່ານຊາຍແດນ ໄດ້ພັກຜ່ອນບຳສຸຂະພາບ ອາບນ້ຳທະເລເທົ່ານັ້ນ, ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ຊາຫວີ ໃນນະຄອນ ໝອງກ໋າຍ ອາດຈະເລືອກເອົາລາຍການທ່ອງທ່ຽວແຫ່ງຈິດວິນຍານ ດ້ວຍງານບຸນຕ່າງໆ ພ້ອມກັນນັ້ນ ກໍ່ມີການທ່ອງທ່ຽວທຳມະຊາດ ທີ່ໄປຢັ່ງເຂດຊາຍແດນ ຢ້ຽມຢາມໝູ່ບ້ານ ຫາຍເຊີນ-ບັກເຊີນ ຂອງຊາວເຜົ່າຢ້າວ, ໄປຢ້ຽມຊົມໜູ່ບ້ານທະເລທີ່ຮົກເຮື້ອ ໃນເກາະຫວິງທຶກ… ໃນຊຸມປີມໍ່ໆມານີ້ເມື່ອມີໂອກາດມາຢ້ຽມຢາມ ໝອງກ໋າຍ, ແຂກທ່ອງທ່ຽວ ຕ່າງກໍ່ມີຄວາມປະຫຼາດໃຈ ຕໍ່ໜ້າການປ່ຽນແປງຂອງນະຄອນ. ດ້ວຍຍຸດທະສາດພັດທະນາການທ່ອງທ່ຽວ, ນະຄອນ ໝອງກ໋າຍ ບໍ່ພຽງແຕ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງໃຫ້ຄົບຊຸດ, ສ້າງໂສມໜ້າເຂດຕົວເມືອງ ທີ່ໃຫ່ຍໂຕສວຍງາມເທົ່ານັ້ນ ຫາກຍັງສ້າງສະພາບແວດລ້ອມແຫ່ງການທ່ອງທ່ຽວ ແຫ່ງອະລິຍະທຳອີກດ້ວຍ. ທ່ານ ນາງ ຫວຽນທິແທງຮວ່ຽນ ຜູ້ອຳນວຍການວິສາຫະກິດທ່ອງທ່ຽວໃນນະຄອນ ໝອງກ໋າຍ ໃຫ້ຮູ້ວ່າ: 

    “ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຍົກລະດັບບັນດາກິດຈະກຳຕ່າງໆ, ຜະລິດຕະພັນທ່ອງທ່ຽວ ໄດ້ເຮັດໃຫ້ວິສາຫະກິດພວກຂ້າພະເຈົ້າມີທ່າໄດ້ປຽບ ໃນການດຶງດູດແຂກທ່ອງທ່ຽວ. ນັບແຕ່ປີ 2014 ມາຮອດປັດຈຸບັນ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ເຂົາເຈົ້າມີຄວາມເພິ່ງພໍໃຈ ຕໍ່ຜະລິດຕະພັນທ່ອງທ່ຽວ ດ້ວຍຄຸນນະພາບການຮັບໃຊ້ທີ່ດີ”

    ແຂກທ່ອງທ່ຽວມາຢ້ຽມຢາມ ໝອງກ໋າຍ ໃນຊຸມປີມໍ່ໆມານີ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າໃນທັງປີ 2018 ຈະບັນລຸເກືອບ 3.000. 000 ເທື່ອຄົນ. ໂດຍໄດ້ຮັບການກຳນົດ ແມ່ນໜຶ່ງບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນແຂວງ ກວາງນິງນັ້ນ, ໝອງກ໋າຍ ຈະສືບຕໍ່ຍົກລະດັບບັນດາຜະລິດຕະພັນທ່ອງທ່ຽວ ດ້ວຍການດຶງດູດບັນດາໂຄງການໃຫ່ຍ ລະດົມແຫ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາການທ່ອງທ່ຽວ ຕິດພັນກັບການຍົກສູງການພົວພັນກັບຕ່າງປະເທດ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ