ຕຶກ Bitexcoສັນຍາລັກຂອງຄວາມວັດທະນາຖາວອນ


(vovworld)- ​ຕຶກ​ Bitexco ຢູ່​ໃຈ​ກາງ​ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບດອກ​ບົວ ແມ່ນ​ສະ​ຖານ​ທີ່​ດຶງ​ດູດນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເມື່ອ​ມາ​ຢ້ຽມ​ຢາມ ນະ​ຄອນ ໂຮ່​ຈິ​ມີນ ໃນ​ຊຸມ​ປີມໍ່ໆ​ມານີ້. ​​ຕຶກ​ Bitexco ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແມ່ນ​ສັນ​ຍາ​ລັກ​ຂອງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ນະ​ຄອນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ໂຕ​ຕວນ.

ຕຶກ Bitexcoສັນຍາລັກຂອງຄວາມວັດທະນາຖາວອນ - ảnh 1
ຕຶກ Bitexco Financial Tower
ພາບ:internet

        ຕຶກ Bitexco Financial Tower ໄດ້​ຮັບ​ການກໍ່​ສ້າງ​ຢູ່​ໃຈ​ກາງ​ເມືອງ 1 ນະ​ຄອນ​ໂຮ່​ຈິ​ມີນ. ຕຶກ ​ຫລັງ​ນີ້ ມີ​ເນື້ອ​ທີ່ ເກືອບ 6.100 ຕາ​ແມັດ  ແລະ ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 400 ລ້ານ ໂດ​ລາ​ສະ​ຫະ​ລັດ. ຢູ່ ຊັ້ນ 50 ຂອງ ຕຶກ Bitexco ມ​ີ​ບ່ອນ​ຈອດ​ເຮືອ​ບິນ ເອລີກອບແຕ. ແນວ​ຄວາມ​ຄິດ​ອອກ​ແບບ​ ຕຶກ Bitexco ແມ່ນ​​ຕາມ​ຮູບ​ແບບ ​ຕຸມດອກ​ບົວທີ່​ສວຍ​ງາມ ຊື່ງແມ່ນ​ສັນ​ຍາ​ລັກ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ. ຜູ​້​ມີ​ແນວ​ຄວາມ​ຄິດ​ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ ຕຶກ Bitexco ນັ້ນ​ແມ່ນ ທ່ານ ຫວູກວາງ​ໂຮ້ຍ, ປະ​ທານ​ກຸ​ຸ່ມ​ບໍ​ລິ​ສັດ Bitexco Group, ເຈົ້າ​ຂອງ​ການ​ລົງ​ທຶນ​ໂຄງ​ການ​ດັ່ງ​ກ່າວ. ທ່ານ ໂຮ້ຍ​ໃຫ້​ຮູ້​ວ່າ:

        “ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ ແລະ ​​ຫຍຸ້ງ​ຍາກ​ທີ່​ສຸດ ນັ້ນ​ແມ່ນ​ການກໍ່​ສ້າງ​ ຕຶກ ແຫ່ງຫນຶ່ງ ​ເພື່ອ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ແຕ່​ຕ້ອງ​​ແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ. ນີ້​ແມ່ນ​ສິ່ງ​ທີ່​ຫຍຸ້ງ​ຍາກ​ຫລາຍ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຊີນ​ບັນ​ດາ​ຜູ້​ຊ່ຽວ​ຊານ​ການກໍ່​ສ້າງ​ໃນ​ໂລກ​ມານີ້​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ, ສະ​ເພາະ ຖັນ​ແຖວ​ນັກ​ວິ​ສາ​ວະ​ກອນກໍ່​ສ້າງ​ແມ່ນ​ມາ​ຈາກ ສ.ເກົາ​ຫລີ. ຕຶກ ຫລັງ​ນີ້ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຕາມ​​ມາດ​ຕະ​ຖານ​ຂອງ​ອາ​ຄານ​ຊັ້ນ​ສູງ​ໃນ​ໂລກ ເພື່ອ​ຮັບ​ໃຊ້​ມະ​ຫາ​ຊົນ​ກໍ​ຄື​ແຂກ​ທ່ອງ​ທ່ຽວ.”

        ກິດ​ຈະ​ກຳ ຕຶກ Bitexco Financial Tower ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ແລະ ​ໄດ້​ເປີດ​ນຳ​ໃຊ້​ເມື່ອ​ວັນ​ທີ 31/10/2010 ແລະ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອາ​ຄານ​ຫລາຍ​ຊັ້ນ​ກວ່າ​ໝູ່​ຢູ່ ຫວຽດ​ນາມ, ຖັດ​ຈາກ Keangnam Hanoi Landmark Tower ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ເມື່ອ​ປີ 2011. ໃນ​ໄລ​ຍະ​ກໍ່​ສ້າງ​ສຳ​ເລັດ​ນັ້ນ, Bitexco Financial Tower ແມ່ນ​ ຕຶກ ​ຢືນ​ອັນ​ດັບ​ທີ 110 ໃນ​ໂລກ ແລະ ຕຶກ ​ແຫ່ງນີ້ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ ຄະ​ນະ​ກຳ​ມະ​ການ​ອາ​ຄານ​ຊັ້​ນ​ສູ​ງຂອງ ອາ​ເມ​ລິ​ກາ ວ່າ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ ຕຶກ 10 ແຫ່ງ​ທີ່​ງາມກວ່າ​ໝູ່​ໃນ​ໂລກ. ທ່ານ Zapata ຊາວ​ອາ​ເມ​ລິ​ກາ ແລະ ແມ່ນ​ນັກ​ສະ​ຖາ​ປ​ະນິກ​ຕົ້ນ​ຕໍຂອງ​ໂຄງ​ການ ຖື​ວ່າ: ຕຶກແຫ່ງ​ນີ້​ໄດ້​ຮັບ​ການ​ອອກ​ແບບ ບໍ່​ແມ່ນ​ເພື່ອ​ແກ້ງ​ແຍ້ງ​ກ່ຽວ​ກັບ​ຄວາມ​ສູງ​ເທົ່າ​ນັ້ນ ຫາກ​ສິ່ງ​ສຳ​ຄັນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ອອກ​ແບບ ນັ້ນ​ແມ່ນ​ຮູບດອກ​ບົວ​ທີ່​ສວຍ​ງາມ ຊື່ງ​ແມ່ນ​ສັນ​ຍາ​ລັກ​ຂອງ​ວັດ​ທະ​ນະ​ທຳຫວຽດ​ນາມ ພ້ອມ​ກັບ​ບ່ອນ​ຈອດ​ເຮືອ​ບິນ ເອ​ລີ​ກອບ​ແຕ ດ້ວຍ​ຮູບ​ກຸບ​ອັນ​ຫນຶ່ງ​ມີ​ຄວາມ​ງາມ​ແບບ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ຊື່ງບໍ່​ມີ​ຢູ່​ກິດ​ຈະ​ກຳ​ໃດ​ໃນ​ໂລກ. ຕາມ​ການ​ອອກ​ແບບ, ຄວາມ​ສູງ​ຈາກ​ຫນ້າ​ດິນ​ຈົນ​ເຖິງຍອດ​ ຕຶກ ແມ່ນ 262 ແມັດ, ລວມ​ມີ 68 ຊັ້ນ. ​ນອກນັ້ນ ຍັງ​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫນຶ່ງ​ອີກ ນັ້ນ​ແມ່ນ ແຜ່ນ​ແກ້ວປະ​ດັບ​ປະ​ດາ​ຢູ່ນອກ​ອາ​ຄານນັບ​ພັນແຜ່ນ ລ້ວນ​ແຕ່​ແມ່ນ​ນຳ​ເຂົ້າ​ຈາກປະ​ເທດ ແບນ​ຊິກ ແລະ ໄດ້​ຮັບ​ການຕິດ​ຕັ້ງ ຢູ່ ສ​ເກົາ​ຫລີ, ໃນ​ນັ້ນ​ແກ້ວ​ແຕ່​ລະ​ແຜ່ນ​ລ້ວນ​ແຕ່​ມີ​ຮູບ​ແບບ​ແຕກ​ຕ່າງ​ກັນ. ຢູ່​ເບື້ອງ​ໃນ​ຂອງ​ອາ​ຄານ ມີ​ເນື້ອ​ທີ່ 37.700 ຕາ​ແມັດ ແມ່ນ​ສະ​ຫງວນ​ໃຫ້​ຫ້ອງ​ການມີ​ຄ​ຸນ​ນະ​ພາບ​ສູງ, 11.000 ຕາ​ແມັດ ແມ່ນ​ສະ​ຫງວນ​ໃຫ້​ສູນ​ການ​ຄ້າ, ບໍ​ລິ​ການ ແລະ ການ​ບັນ​ເທິງ. ເມື່ອ​ເຂົ້າ​ຢ້ຽມ​ຢາມ ຕຶກ Bitexco Financial Tower, ລະ​ບົບລິບ​ທັນ​ສະ​ໄຫມ​ຢູ່​ທີ່ນີ້ ຈະ​ພາ​ນັກ​ທ່ອງ​ທ່ຽວ​ຂຶ້ນ​ປ້ອມ​ສັງ​ເກດ “Saigon SkyDeck” ຢູ່ ຊັ້ນ​ທີ 49 ເພື່ອ​ສັງ​ເກດ​ທິວ​ທ​ັດ​ທົ່ວ​ນະ​ຄອນ​ນັບ​ທັງ​ກາງ​ເວັນ ແລະ ກາງ​ຄືນ. ອ້າຍ ໂດກວກ​ເຫລ, ພະ​ນັກ​ງານ​ຮັບ​ໃຊ້​​ບໍ​ລິ​ການ​ໃນ​ຕຶກໃຫ້​ຮູ້​ວ່າ:

        “ພ້ອມ​ກັບ​ຄວາມ​ສູງ​ທີ່​ພົ້ນ​ເດັ່ນ​ຂອງ​ ຕຶກ, ປ້ອມ​ສັງ​ເກດ​ຢູ່​ທີ່ນີ້​ຖືກ​ຈັດ​ເຂົ້າ​ປື້ມ​ຄູ່​ມື​ທ່ອງ​ທ່ຽວ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ, ຜ່ານນັ້ນ ເພື່ອນ​ມິດ​ສາ​ກົນ​ຮູ້​ຈັກ​ເຖິງ​ນະ​ຄອນ​ໂຮ່​ຈິ​ມີ​ນ ​ແລະ ຫວຽດ​ນາມຫລາຍກວ່າ. ພິ​ເສດ ເມື່ອ​ຢ້ຽມ​ຢາມ ຕຶກ ຫລັງ​ນີ້ ນັກ​ທ່ອງ​ທ່ຽວໄດ້​ຮັບ​ຊົມ​ທິວ​ທັດ​ທັງ​ໝົດ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ເຂົ້າ​ໃຈ​ຕື່ມອ​ີກ​ກ່ຽວ​ກັບ​ວິ​ວັດ​ການກໍ່​ສ້າງ​ ຕຶກແຫ່ງນີ້. ກິດ​ຈະ​ກຳ​ນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຫວຽດ​ນາມ​ມີ​ພູມ​ປັນ​ຍາ, ມີ​ແຫລ່ງກຳ​ລັງ​​ເພື​່ອກໍ່​ສ້າງ​ ຕຶກແຫ່ງຫນຶ່ງ​ໃຫ້​ທັດ​ທຽມ​ກັບ​ລ​ະ​ດັບ​ພັດ​ທະ​ນາຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ.”

ຕຶກ Bitexcoສັນຍາລັກຂອງຄວາມວັດທະນາຖາວອນ - ảnh 2
ຕຶກ Bitexco Financial Tower ໃນ​ຍາມ​ຄ່ຳ​ຄືນ
ພາບ:cafebiz.vn

        ສັງ​ເກດ​ຈາກ​ທາງ​ໄກ, ຢືນ​ຢູ່​ທິດ​ໃດ, ນັກ​ທ່ອງ​ທ່ຽວ​ກໍ​ລ້ວນ​ແຕ່​ເຫັນ​ໄດ້​​ຕຶກ Bitexco ດ້ວຍ​ຮູບດອກ​ບົວ​ທີ່​ສວຍ​ງາມ. ຢູ່​ຊັ້ນ​ສູງ​ສຸດ​ຂອງ​ ຕຶກ ໄດ້​ຮັບ​ການ​ປະ​ດັບ​ປະ​ດ​າ​ໄຟ​ແສງ​ສີ​ທີ່​ສວຍ​ງາມ ໃນ​ຍາມ​ຄ່ຳ​ຄືນ. ໃນ​ຊຸມມື້​ວັນ​ບຸນ​ໃຫຍ່, ແສງ​ສີ Laser ໄດ້ສ່ອງ​ແສງ​ສະ​ຫວ່າງ​ເຖິງ​ລະ​ບົບ​ແກ້ວ​ປະ​ດັບ​ປະ​ດາ​ອ້ອມ​ຮອບ​ ຕຶກ ​ເຮັດ​ໃຫ້​ຮູບດອກ​ບົວ​ສວຍ​ງາມ​ຍິ່ງ​ຂຶ້ນ. ໃນ​ຊຸມ​ປີມໍ່ໆ​ມານີ້, ຕຶກ Bitexco Financial Tower ຍັງ​ແມ່ນ​ບ່ອນ​ຍິງບັ້ງ​ໄຟ​ດອກ​ໃນ​ຊຸມມື້​ບຸນ​ເຕັດ, ວັນ​ບຸນ​ໃຫ​ຍ່. ຮູບ​ພາບ​ສວຍ​ງາມນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ​ແຕ່​ລ​ະ​ຄົນ ກ່ຽວ​ກັບ​ຄວາມ​ວັດ​ທະ​ນາ​ຖາ​ວອນ, ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ປະ​ເທດ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ