ຕະຫຼາດບົນແມ່ນ້ຳງ້ານຳຢູ່ເຂດພາກຕາເວັນຕົກຫວຽດນາມ

(VOVWORLD) -ໂດຍຖືກຕັ້ງຢູ່ໃຈກາງນະຄອນຊອກຈັງໄປທາງທິດຕາເວັນຕົກປະມານ 60 ກມ, ຕະຫຼາດບົນແມ່ນ້ຳ ງ້ານຳທີ່ຂຶ້ນກັບຕາແສງງ້ານຳ. ຕະຫຼາດທີ່ຊື່ວ່າ ງ້ານຳແປວ່າ 5 ແຍກ, ກໍຍ້ອນວ່າ ຕະຫຼາດຖືກນອນຢູ່ບ່ອນຕັດກັນຂອງ 5 ສາຂາແມ່ນ້ຳໄປ 5 ສາຍເຊັ່ນ: ກາເມົາ, ວິ້ງເກີ້ຍ, ລອງມິ້, ແທງຈິ, ຝຸງຫຽບ. ນີ້ແມ່ນຕະຫຼາດຕັ້ງບົນລຳແມ່ນ້ຳເຂດພາກຕາເວັນຕົກຫວຽດນາມ
ຕະຫຼາດບົນແມ່ນ້ຳງ້ານຳຢູ່ເຂດພາກຕາເວັນຕົກຫວຽດນາມ - ảnh 1 ຕະຫຼາດບົນແມ່ນ້ຳງ້ານຳ

ຕະຫຼາດບົນແມ່ນ້ຳງ້ານຳແມ່ນເຂັ້ມຂົ້ນໄປດ້ວຍລັກສະນະລຽບງ່າຍ. ຜູ້ຊື້ຄົນຂາຍກໍລ້ວນແຕ່ຂີ່ເຮືອເພື່ອເຄື່ອນຍ້າຍ ແລະ ຊື້ຂາຍເຄື່ອງຂອງບົນລຳແມ່ນ້ຳ. ມາຮອດຕະຫຼາດບົນແມ່ນ້ຳງ້ານຳໃນເວລາໂຮມຕະຫຼາດ ກໍເຫັນວ່າ ທັງຕະຫຼາດປຽບເໝືອນຮູບພາບພັນລະນາທີ່ມີຊີວິດຊີວາ ແລະ ຫຼາກຫຼາຍສີສັນ ຊຶ່ງປະກອບດ້ວຍຜັກ, ໝາກໄມ້ນາໆຊະນິດ, ເຮືອນ້ອຍໃຫຍ່ແລ່ນໄປມາບົນໜ້ານ້ຳ, ສຽງຂອງຜູ້ຊື້ຄົນຂາຍຕໍ່ລອງລາຄາຢ່າງຟົດຟື້ນເນື່ອງນັນໄປທົ່ວ.                                            

       ຖ້າຫາກ ຕະຫຼາດບົນແມ່ນ້ຳແຫ່ງອື່ນໆເຄີຍໂຮມຕະຫຼາດໃນຕອນເຊົ້າ ແລະ ເຄື່ອນໄຫວຢ່າງຄຶກຄື້ນນັບແຕ່ເຊົ້າຫາທ່ຽງນັ້ນ,  ສ່ວນຕະຫຼາດບົນແມ່ນ້ຳງ້ານຳໄດ້ເລີ່ມເຄື່ອນໄຫວນັບແຕ່ຮຸ່ງເຊົ້າ ປະມານ 3-4 ໂມງເຊົ້າ. ເມື່ອດວງຕາເວັນຄ່ອຍເລື່ອນຂຶ້ນ ຄືເວລາປະມານ 7-8 ໂມງເຊົ້າ, ຕະຫຼາດກໍໃກ້ຈະຮອດຍາມເລີກແລ້ວ. ຈຸດເວລານີ້, ພຽງແຕ່ມີເຮືອຂົນສົ່ງສິນຄ້າໄປຍັງເຂດອ້ອມຂ້າງເທົ່ານັ້ນ. ນາງຟຸ່ງທິເຟືອງຜູ້ຄ້າຂາຍຢູ່ ຕະຫຼາດບົນແມ່ນ້ຳງ້ານຳໃຫ້ຮູ້ວ່າ : 

     “ ພວກຂ້າພະເຈົ້າເຄີຍຢູ່ ແລະ ຄ້າຂາຍເທິ່ງເຮືອ. ຄ້າຂາຍຢູ່ນີ້ ໄດ້ປະມານ 30 ປີ ແລ້ວ. ເມື່ອກ່ອນນີ້, ຂ້າພະເຈົ້າໄດ້ລຶ້ງກັບຜົວຂ້າພະເຈົ້າໃນປະຈຸບັນຢູ່ຕະຫຼາດແຫ່ງນີ້, ແລ້ວກໍແຕ່ງງານເປັນຄູ່ຜົວເມຍ ແລະ ພ້ອມກັນຄ້າຂາຍຢູ່ຕະຫຼາດແຫ່ງນີ້  ”

    ກໍເຊັ່ນດຽວກັນກັບຕະຫຼາດບົນແມ່ນ້ຳແຫ່ງອື່ນໆ, ເຮືອແຕ່ລະລຳຢູ່ຕະຫຼາດບົນແມ່ນ້ຳງ້ານຳ ກໍມີໄມ້ຖໍ່ຖືກປັກຢູ່ຫົວເຮືອ ເພື່ອແຂວນຜັກ, ໝາກໄມ້ຊະນິດຕ່າງໆທີ່ເຈົ້າຂອງເຮືອຢາກຂາຍ. ລູກຄ້າໄປຕະຫຼາດ, ຢາກຊື້ຫຍັງ ກໍພຽງແຕ່ເບິ່ງໄມ້ຖໍ່ກໍສາມາດເຫັນເຄຶ່ອງຂອງທີ່ຕົນຕ້ອງການຊື້. ຜູ້ຂາຍກໍບໍ່ຕ້ອງຈ່າວຂາຍ, ຜູ້ຊື້ກໍບໍ່ຕ້ອງຖາມຂອງທີ່ຕົນຢາກຊື້ເລີຍ. ນາງຫງວຽນທີລານ, ຜູ້ຂາຍເຄື່ອງຢູ່ ຕະຫຼາດບົນແມ່ນ້ຳງ້ານຳເວົ້າວ່າ : 

     “ ເຮືອຂອງເຮົາຂາຍຫຍັງ ກໍແຂວນສິນຄ້າປະເພດນັ້ນຂຶ້ນ. ເມື່ອລູກຄ້າເຫັນເຄື່ອງຂອງ ກໍຈະແວ່ຊື້ເລີຍ. ເຮົາແຂວນເຄື່ອງຂອງເພື່ອໃຫ້ລູກຄ້າຮູ້ຈັກວ່າ ເຮົາມີຫຍັງຂາຍ, ຖ້າຫາກບໍ່ແຂວນ, ລູກຄ້າກໍບໍ່ຮູ້ວ່າ ເຮົາຈະມີຫຍັງຂາຍ ”

    ໂດຍແມ່ນຕະຫຼາດໃຫຍ່ ຮັບໃຊ້ຄວາມຕ້ອງການບໍລິໂພກອາຫານຂອງປະຊາຊົນ, ພ້ອມທັງແມ່ນສະຖານທີ່ຢ້ຽມຊົມທີ່ດູດດື່ມສຳລັບແຂກທ່ອງທ່ຽວ, ຕະຫຼາດ ງ້ານຳຄ້າຂາຍສິນຄ້າທຸກປະເພດ. ຈາກຜັກ, ໝາກໄມ້, ເຂົ້າສານ, ເກືອ, ຊີ້ນໝູ, ງົວ, ຄວາຍ ແລະ ປາ, ຕະຫຼອດຮອດເຄື່ອງນຸ່ງ, ຜ້າແພ, ເຄື່ອງໃຊ້ໄມ້ສອຍທີ່ຈຳເປັນ. ສຽງເວົ້ານົວຫົວມ່ວນ, ສຽງທັກທາຍສະບາຍດີຂອງພວກແມ່ປ້າຂາຍເຄື່ອງ, ສຽງຕໍ່ລອງລາຄາ ກໍຄືສຽງຍ້ອງຍໍຂອງລູກຄ້າເມື່ອໄດ້ຊິມລົດຊາດອາຫານທີ່ແຊບນົວ ໄດ້ເປັນສະແດງໃຫ້ເຫັນຄວາມສະຫງົບສຸກທີ່ໄດ້ປະກົດຕົວໃນທ່າມກາງບັນຍາກາດຟົດຟື້ນເນື່ອງນັນຢູ່ ຕະຫຼາດບົນແມ່ນ້ຳງ້ານຳ.

    ເຖິງວ່າ ການເຄື່ອນໄຫວຄ້າຂາຍນັບມື້ນັບຄຶກຄື້ນຫຼາຍຂຶ້ນ, ແຂກທ່ອງທ່ຽວກໍພາກັນມາຕະຫຼາດນັບມື້ນັບໜາແໜ້ນກວ່າ ກໍຕາມ, ແຕ່ ຕະຫຼາດບົນແມ່ນ້ຳງ້ານຳ ຍັງຄົງສາມາດຮັກສາຄວາມລຽບງ່າຍ ນັບທັງໃນການຄ້າຂາຍ, ຄຳເຊື້ອເຊີນຈ່າວຂາຍຂອງຜູ້ຂາຍເຄື່ອງ. ຄວາມດູດດື່ມຂອງສະຖານທີ່ທ່ອງທ່ຽວແຫ່ງນີ້ ເບິ່ງຄືວ່າ ໄດ້ມາຈາກທຸກສິ່ງທີ່ລຽບງ່າຍເຫຼົ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ