ທຳນຽບເອກະພາບ ນະຄອນໂຮ່ຈີມິນ

ທຳນຽບເອກະພາບ ນະຄອນໂຮ່ຈີມິນ - ảnh 1
ທຳນຽບເອກະພາບ (ພາບ: google.com.vn)

(vovworld) - ຢູ່​ນະຄອນ​ໂຮ່ຈີ​ມິນ, ມີ​ກິດຈະກຳສະຖາປັດຕະຍະກຳ​​ແຫ່ງ​ໜຶ່ງ​ທີ່​ເປັນ​ຂີດ​ໝາຍ​ແຫ່ງ​ປະຫວັດສາດ, ນັ້ນ​ແມ່ນ​ທຳນຽບ Thong Nhat (​ເອກະ​ພາບ), ​ເຊິ່ງກ່ອນ​ນີ້​ເອີ້ນ​ວ່າ ທຳນຽບ​ Doc Lap (ເອກະລາດ), ​ແມ່ນສຳນັກງານ​ຕົ້ນ​ຕໍຂອງ​ອຳນາດ​ການ​ປົກຄອງ​ໄຊ​ງ່ອນ. ວັນ​ທີ 30/4/1975, ລົດ​ຕັງ​ຂອງ​ທະຫານ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ໄດ້​ບຸກ​ເຂົ້າ​ທຳນຽບ​ເອກະລາບ, ຊັກ (ປັກ) ຄັນ​ທຸງ​ໄຊຊະນະ​ເທິງ​ດາດ​ຟ້າທຳນຽບ​ເອກະ​ພາບ, ​ເພື່ອ​ເປັນ​ສັນຍານ​ແຫ່ງ​ສັງກາດ​ໃໝ່, ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບຸນ ​ແລະ ​ປະ​ເທດ​ຊາດ​​ໄດ້​ຮັບ​ການ​ທ້ອນ​ໂຮມເປັນ​ເອກະ​ພາບ

        ທຳນຽບ​ເອກະ​ພາບ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ສວຍ​ງາມ, ຕັ້ງ​ຢູ່​ໃຈກາງ​ນະຄອນ​ ​ໂຮ່ຈິ​ມິນ ​ໃນ​ເນື້ອ​ທີ່ 15 ​ເຮັກຕາ. ​ເຊິ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ສະຖາປັດຕະຍະກຳ​ປະສົມຂອງ​ຝ່າຍ​ຕາ​ເວັນ​ອອກ ​ແລະ​ ເອີ​ລົບ​ໃນ​ສະຕະວັດ​ທີ 18. ສະຖາ​ປັດ​ຕະຍະ​ກຳ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ເຈດ​ຕະນາ​ຂອງ​ນັກ​ສະຖາ​ປາ​ນິກທີ່​ມີ​ຊື່​ສຽງ Ngo Viet Thu ດ້ວຍ​ຄວາມ​ໝາຍ​ເປັນ​ສັນຍາ​ລັກ​ໃຫ້​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ສັນຕິພາບ, ວັດ​ທະນາ​ຖາວອນ… ສະຖາປັດຕະຍະກຳ​ຍັງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ອອກ​ແບບ, ການ​ປະດັບ​ປະດາ​ໃນ​ແຕ່​ລະ​ຫ້ອງ. ທຳນຽບມີ​ທັງ​ໝົດ 23 ຫ້ອງ, ​ແຕ່​ລະ​ຫ້ອງ, ລະບຽງ, ຂັ້ນ​ໄດ… ລ້ວນ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ກົມກຽວ, ລະອຽດ​ລະ​ອໍ. ​ໃນ​ນັ້ນ​ຫ້ອງ​ຍື່ນ​ສານ​ຕາ​ຕັ້ງ​ແມ່ນ​ຫ້ອງ​ງາມ​ທີ່​ສຸດ, ​​ດ້ວຍ​ຮູບ​ພາບ​ໃຫຍ່​ທີ່​ປະກອບ​ດ້ວຍຮູບພາບ​ສີ​ຂັດ​ມັນນ້ອຍ 40 ​ແຜ່ນ, ທີ່​ພັນ​ລະ​ນາ​ກ່ຽວ​ກັບ​ຊີວິດ​ສະ​ຫົງ​ບສຸກ, ພູຜາ​ປ່າ​ໄມ້​ ແລະ ແມ່​ນ້ຳ​ລຳ​ເຊ​ທີ່​ສວຍ​ງາມຂອງ​ຊາວຫວຽດນາມ​ ​ໃນ​ສະຕະວັດ​ທີ 15. ຫ້ອງ​ໃຫຍ່​ກວ່າ​ໝູ່​ຂອງ​ທຳນຽບ​ແມ່ນ​ຫ້ອງ​ໂຖງ. ​ເມື່ອ​ມາ​ຢ້ຽມຢາມ​ທຳນຽບ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້ທ່ຽວ​ຊົມ​ບັນດາ​ກິດຈະກຳ​ຂອງ​ອຳນາດ​ການ​ປົກຄອງ​ເກົ່າ​ຄື: ຫ້ອງ​ຂອງ​ປະທານາທິບໍດີ, ຫ້ອງ​ຮັບ​ແຂກ, ຊັ້ນໃຕ້ດິນ, ​ເຊິ່ງ​ແມ່ນ​ແຫ່ງ​ບໍລິຫານ​ກົງຈັກ​ສົງຄາມ. ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​​ເປັນ​ລະ​ບຽບ​ຮຽບຮ້ອຍ. ປະຈຸ​ບັນ, ​ແຕ່​ລະ​ມື້​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັບ​ຮ້ອຍ​ເທື່ອ​ຄົນ. ​ເອື້ອຍ Bui Thi Hang, ພະນັກງານ​ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານ​ທຳນຽບ​ເອກະ​ພາບ, ​ໃຫ້​ຮູ້​ວ່າ

        ”​ໃນ​ຊຸມ​ປີຜ່ານມາ, ຖັນ​ແຖວ​ພະນັກງານ​ວິທະຍາສາດ​ຂອງ​ພວກ​ຂ້າພະ​ເຈົ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພວກ​ຂ້າພະ​ເຈົ້າ​ມີ​ພາກສ່ວນຄົ້ນ​ຄ້ວາ, ຮຽບຮຽງ, ຄຸ້ມ​ຄອງຮັກສາ​​ ເພື່ອ​ເຮັດ​ໃຫ້ປູຊະນີຍະສະຖານ ​ແລະ​ ວັດຖຸ​ພັນ​ຢູ່​ທີ່​ນີ້​ມີ​ຊີວິດ​ຊີວາ”

        ຢູ່​ທຳນຽບ​ເອກະ​ພາບ, ບັນດາ​ນັກ ບັນຍາຍ ຍັງ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໄລຍະ​ທາງ​ປະຫວັດສາດ​ແຫ່ງ​ສົງຄາມ​ປະຕິວັດ​ຫວຽດນາມ ​ແລະ​ ປະຫວັດສາດ​​ແຫ່ງ​ບັ້ນ​ຮົບ ​ໂຮ່ຈີ​ມິນ ​ໃນ​ຍາມ​ລະດູບານ​ໃໝ່ 1975 ຜ່ານ​ຮູບ​ພາບ, ວັດ​ຖຸພັນ​ທີ່​ວາງສະ​ແດງ​ໃນ​ທຳນຽບ​ເອກະ​ພາບ. ພິ​ເສດ, ຢູ່​ນອກ​ທຳນຽບຍັງ​ຄົງ​ຮັກສາ  ​ແລະ ​ວາງສະ​ແດງ​ລົດ​ຕັງ​ໝາຍ​ເລກ 843 ​ໂດຍ​ຫົວໜ້າ​ກອງຮ້ອຍ, ຮ້ອຍ​ເອກ Bui Quang Than ບັນຊາ​ໄດ້​ປັກ​ທຸງຊາດ​ເທິງ​ດາດ​ຟ້າທຳນຽບ, ​ແລະ ລົດ​ຕັງ 390 ​ເຊິ່ງ​ແມ່ນ​ລົດ​ຕັງ​ທີ່​ໄດ້​ຕ່ຳ​ໃສ່​ປະຕູ​ໂຂງ​​ໃຫຍ່ດ້ານ​ໜ້າເພື່ອ​ບຸກ​ເຂົ້າ​ທຳນຽບ​ເອກະລາບ​ໃນ​ວັນ​​ໄຊຊະນະ 30/4/1975, ພ້ອມ​ກັບ​ເຮືອບິນ​ໂດຍນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ Nguyen Thanh Trung ຂັບ ​ແລະ ຖີ້ມລະ​ເບີດ​ເຂົ້າ​ທຳນຽບ​ເອກະລາດ ​ໃນ​ວັນ​ທີ 8/4/1975.

ທຳນຽບເອກະພາບ ນະຄອນໂຮ່ຈີມິນ - ảnh 2
ລົດຕັງທີ່ຕຳໃສ່ປະຕູໂຂງເພື່ອບຸກເຂົ້າທຳນຽບເອກະພາບ
(ພາບ: google.com.vn)

        ​ເຖິງ​ວ່າ ສົງຄາມ​ໄດ້​ລ່ວງ​ເລີຍ​ໄປ​​ເປັນ​ເວລາ 37 ປີ ​ແລ້ວ​ກໍ່ຕາມ, ​ແຕ່​ເມື່ອ​ມາ​ຢ້ຽມຢາມ​ທຳນຽບ​ເອກະ​ພາບ​ນີ້, ນັກຮົບ​ເກົ່າ Le Van Phuong, ທະຫານ​ປືນ​ໃຫຍ່​ໃນ​ລົດ​ຕັງໝາຍ​ເລກ 390 ດັ່ງກ່າວ​ຍັງ​ຄົງ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຢູ່

        ”​ແຕ່ລະ​ເທື່ອ​ເມື່ອ​ມານະ​ຄອນ​ໂຮ່ຈິ​ມິນ, ​​ໄດ້ສຳ​ຜັດ​ກັບ​ປະຕູ​ໂຂງ​ເຫຼັກ ​ເຊິ່ງກ່ອນ​ນີ້​​ຕົນ​ເອງໄດ້​ຕຳ​ໃສ່​ນັ້ນ, ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫຼາຍ. ຂ້າພະ​ເຈົ້າຈື່​ຈຳ​ຊຸມ​ເດືອນ​ປີ​ແຫ່ງ​ການ​ສູ້​ຮົບ​ອັນ​ດຸ​ເດືອດ​, ດ້ວຍ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່. ປະຈຸ​ບັນ, ​ເຖິງປະ​ເທດ​ຊາດ​ໄດ້​ມີ​ສັນຕິພາບ, ປະຊາຊົນ​ໄດ້​ດຳລົງ​ຊີວິດ​ໃນ​ຄວາມ​ເສລີພາບກໍ່ຕາມ, ​ແຕ່​ຂ້າພ​ະ​ເຈົ້າ​ຍັງ​ຄິດ​ວ່າ, ​ເມື່ອ​ປະ​ເທດ​ຊາດຕົກ​ເຂົ້າ​ສູ່​ສະພາບ​ອັນຕະລາຍ, ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີຕໍ່​ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຈະ​ສືບ​ຕໍ່ໄດ້​ຮັບ​ການ​ເສີມ​ຂະຫຍາຍ”.

ທຳນຽບເອກະພາບ ນະຄອນໂຮ່ຈີມິນ - ảnh 3

ປະຕູໂຂງທຳນຽບເອກະພາບ (ພາບ: google.com.vn)

        ປະຈຸ​ບັນ​, ກິດຈະກຳ​ທຳນຽບ​ເອກະ​ພາບ​ຍັງ​ຄົງ​ໄດ້​ຮັບ​ການ​ບຸລະນະ​ຮັກສາ​ຢ່າງ​ສວຍ​ງາມ ​ແລະ ​ໃຫຍ່​ໂຕ​ໂອ​ໂຖງ​ກວ່າ​ເກົ່າ. ທ່ານ Bui Duc Huy ຜູ້ອຳນວຍການ​ຄະນະ​ຄຸ້ມ​ຄອງ​ປູຊະນີ​ສະຖານທຳນຽບ​ເອກະ​ພາບ, ​ໃຫ້​ຮູ້​ວ່າ:

        ”ກ່ອນ​ນີ້, ທຳນຽບ​ແມ່ນ​ອົງການບັນຊາ​ການ​ສູງ​ສຸດຂອງ​ລະບອບ​ເກົ່າ, ປະຊາຊົນ​ບໍ່​ໄດ້​ເຂົ້າ. ​ແຕ່​ປະຈຸ​ບັນ, ພາຍຫຼັງ​ວັນ​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍວັນ​ທີ 30/4, ສິ້ນ​ສຸດ​ບັ້ນ​ຮົບ​ໂຮ່ຈີ​ມິນດ້ວຍ​ໄຊຊະນະ​ປະຫວັດສາດ​ນັ້ນ, ທຳນຽບ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ຽວ​ຊົມ, ​ແມ່ນ​ຊັບ​ສົມບັດ​ຂອງ​ປະຊາຊົນ​ທຸກ​ຄົນ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍິ່ງ​ມີ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ປົກ​ປັກ​ຮັກສາ ​ເພື່ອ​ເຮັດ​ໃຫ້​ປູຊະນີຍະສະຖານ​ແຫ່ງ​ນີ້​ນັບ​ມື້​ນັບ​ສວຍ​ງາມ, ໃຫຍ່​ໂຕ​ໂອ​ໂຖງ​ກວ່າ ​ແລະ ສົມ​ກັບ​ຂອບ​ຂະໜາດ​ປະ​ຫວັດ​ສາດ”

        ປະຈຸ​ບັນທຳນຽບ​ເອກະ​ພາບ ທັງ​ເປັນ​ບ່ອນ​ທ່ຽວ​ຊົມຢ້ຽມຢາມ​, ທັງ​ເປັນ​ບ່ອນ​ຈັດການ​ປະຊຸມ, ພິການ​ທີ່​ສົມ​ກຽດ​ຂອງ​ລັດ​​ຖະບານ, ນະຄອນ ​ແລະ ​ເປັນ​ບ່ອນ​ຈັດກອງ​ປະຊຸມ, ສຳ​ມະ​ນາ, ຕ້ອນຮັບ​ແຂກ​ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ດ້ວຍ​ບັນດາ​ຫ້ອງ​ປະຊຸ​ມທີ່​ຫຼູຫຼາ ສາມາດ​ຮອງ​ຮັບ​ໄດ້ ​ແຕ່ 100ຫາ 500 ຄົນ. ​ເດີນ​​ເລາະ​ຫຼິ້ນ​ຕາມ​ໃຕ້​ຮົ່ມ​ໄມ້​ຂຽວງາມ, ​ແຂກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ວ່າ​ຕົນ​ເອງ​ພວມ​ກ້າວ​ເຂົ້າ​ສູ່​ບັນຍາກາດ​ທີ່​ສະຫງົບ​ງຽບ, ​ແຕ່​ຢູ່​ໃນຄວາມ​ສະຫງົບ​ງຽບ​ນັ້ນ​ພວກ​ເຮົາ​ຍັງ​ເຫັນ​ໄດ້​ເຖິງ​ຂີດ​ໝາຍ​ປະ​ຫວັດ​ສາດ, ມູນ​ເຊື້ອ​ການ​ຕໍ່​ສູ້​ປະຕິວັດ​ຂອງ​ຊາດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ